ສ​ປ​ຊ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດຢ່າງ​ເຂັ້ມ​ງວດ

16:30 | 28/08/2022

ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ພົບປະກັບທ່ານ Selwin Hart ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ, ທີ່ປຶກສາພິເສດຂອງທ່ານເລຂາທິການໃຫຍ່ ກ່ຽວກັບການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຫວຽດ​ນາມ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບຸ​ລິ​ມະ​ສິດ​ແຫ່ງ​ຊາດ ກັບ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 77 ຄົນ​ໃໝ່ ຫວຽດ​ນາມ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບຸ​ລິ​ມະ​ສິດ​ແຫ່ງ​ຊາດ ກັບ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 77 ຄົນ​ໃໝ່
ຫ​ວຽດ​ນາມ - ອັງ​ກິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ ຫ​ວຽດ​ນາມ - ອັງ​ກິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ
ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ພົບປະກັບທ່ານ Selwin Hart ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ (ພາບ: VOV)
ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ພົບປະກັບທ່ານ Selwin Hart ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ (ພາບ: VOV)

ທ່ານSelwin Hart ຕີລາຄາສູງໝາກຜົນຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ຮ່າໂນ້ຍ ໃນຕົ້ນເດືອນສິງຫາທີ່ຜ່ານມາ, ໄດ້ເຫັນປະຈັກຕາ ຄວາມມານພະພະຍາຍາມ ແລະ ຄວາມເຂັ້ມງວດຂອງ ຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາຢູ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າກາດອາກາດ (COP-26) ກໍ່ຄືບັນດາສິ່ງທ້າທາຍ ເຊິ່ງ ຫວຽດນາມ ຕ້ອງປະເຊີນໜ້າ. ທ່ານ Selwin Hart ກໍ່ເນັ້ນໜັກ, ສະແດງຄວາມຄວາມຫວັງຢາກໃຫ້ ຫວຽດນາມ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າໃນການເຈລະຈາສ້າງຕັ້ງການພົວພັນຄູ່ຮ່ວມມືກ່ຽວກັບການຫັນປ່ຽນພະລັງງານ ແລະ ສືບຕໍ່ຍົກອອກບັນດາຄຳໝັ້ນສັນຍາຢ່າງແຮງຢູ່ ກອງປະຊຸມ COP – 27 ທີ່ຈະດຳເນີນໃນເດືອນພະຈິກຈະມາເຖິງ. ທ່ານ Selwin Hart ກໍ່ຢັ້ງຢືນວ່າ ສປຊ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນວິວັດການຫັນປ່ຽນພະລັງງານ, ລະດົມແຫຼ່ງກຳລັງ ແລະ ຖ່າຍທອດເຕັກໂນໂລຢີ ເພື່ອປະຕິບັດຄຳໝັ້ນສັນຍາຂອງຕົນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.