ການນໍາພັກ, ລັດຫວຽດນາມ ສົ່ງໂທລະເລກອວຍພອນ ວັນຊາດແຫ່ງລາຊະອານາຈັກ ກໍາປູເຈຍ ຄົບຮອບ 69 ປີ

12:45 | 16/11/2022

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງລາຊະອານາຈັກ ກໍາປູເຈຍ ຄົບຮອບ 69 ປີ (9-11-1953/9-11-2022), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງພັກ ປະຊາຊົນ ກໍາປູເຈຍ.

ໂຮງໝໍ ເຈີ້ໄຣ້-ພະນົມເປັນ ສັນຍາລັກອັນດີງາມຂອງສາຍພົວພັນມິດຕະພາບ, ການຮ່ວມມືຫວຽດນາມ-ກໍາປູເຈຍ ໂຮງໝໍ ເຈີ້ໄຣ້-ພະນົມເປັນ ສັນຍາລັກອັນດີງາມຂອງສາຍພົວພັນມິດຕະພາບ, ການຮ່ວມມືຫວຽດນາມ-ກໍາປູເຈຍ
ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ພົບປະເຈລະຈາກັບນາຍົກລັດຖະມົນຕີ ກໍາປູເຈຍ ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ພົບປະເຈລະຈາກັບນາຍົກລັດຖະມົນຕີ ກໍາປູເຈຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົ່ງກະຕາດອກໄມ້ອວຍພອນເຖິງພະມະຫາກະສັດແຫ່ງລາຊະອານາຈັກ ກໍາປູເຈຍ Norodom Sihamoni ແລະທ່ານ Samdech Techo Hun Sen ປະທານພັກ ປະຊາຊົນ ກໍາປູເຈຍ; ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກອວຍພອນເຖິງພະມະຫາກະສັດແຫ່ງລາຊະອານາຈັກ ກໍາປູເຈຍ Norodom Sihamoni; ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາຍົກລັດຖະມົນຕີ Samdech Techo Hun Sen; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ Samdech Say Chhum ປະທານສະພາສູງກໍາປູເຈຍ ແລະທ່ານ Samdech Heng Samrin ປະທານສະພາແຫ່ງຊາດ ກໍາປູເຈຍ.

ການນໍາພັກ, ລັດຫວຽດນາມ ສົ່ງໂທລະເລກອວຍພອນ ວັນຊາດແຫ່ງລາຊະອານາຈັກ ກໍາປູເຈຍ ຄົບຮອບ 69 ປີ
ບັນຍາກາດທີ່ພິທີສະເຫຼີມສະຫຼອງວັນຊາດແຫ່ງລາຊະອານາຈັກ ກໍາປູເຈຍ ຄົບຮອບ 69 ປີ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນບັນດາສານ ແລະໂທລະເລກອວຍພອນ, ການນໍາຫວຽດນາມ ຕີລາຄາສູງບົດບາດ ແລະການປະກອບສ່ວນທີ່ສໍາຄັນຂອງກໍາປູເຈຍ ໃນຖານະເປັນປະທານອາຊຽນ ແລະປະທານໄອປາ ໃນປີ 2022, ປະກອບສ່ວນຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການປົກຄອງປະເທດອັນສະຫຼາດສ່ອງໃສຂອງພະມະຫາກະສັດແຫ່ງລາຊະອານາຈັກ ກໍາປູເຈຍ Norodom Sihamoni ແລະການນໍາພາອັນສະຫຼາດສ່ອງໃສຂອງສະພາສູງ, ສະພາແຫ່ງຊາດ ແລະລັດຖະບານກໍາປູເຈຍ ໂດຍ ພັກປະຊາຊົນ ກໍາປູເຈຍ ເປັນແກ່ນສານ, ປະຊາຊົນ ກໍາປູເຈຍ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດ.

ຄະນະບໍລິຫານງານສູນກາງພັກ ແລະການນໍາຫຼັກແຫຼ່ງຂອງຫວຽດນາມ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງຫວຽດນາມ ແລະກໍາປູເຈຍ ນັບມື້ນັບພັດທະນາຢ່າງດີງາມ; ສອງຝ່າຍສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວໃນ “ປີມິດຕະພາບຫວຽດນາມ-ກໍາປູເຈຍ, ກໍາປູເຈຍ-ຫວຽດນາມ 2022”, ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ໄດ້ເປັນຢ່າງດີ; ຢັ້ງຢືນວ່າ ຫວຽດນາມ ຈະພ້ອມກັບ ກໍາປູເຈຍ ຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນສອງຝ່າຍຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂອກາດນີ້, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນ ກໍາປູເຈຍ ເຊັ່ນດຽວກັນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.