APEC ສ້າງພື້ນຖານໃໝ່ໃຫ້ແກ່ການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ | |
ລາວ ໄດ້ຮັບທຶນສະໜັບສະໜູນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ |
![]() |
ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ແບ່ງປັນກ່ຽວກັບບັນດາໂຄງການ, ວິທີແກ້ໄຂ ແລະ ເສັ້ນທາງຂອງຫວຽດນາມ ໃນການປະຕິບັດຄຳໝັ້ນສັນຍາກັບທະນາຄານໂລກ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານລັດຖະມົນຕີໄດ້ຕີລາຄາສູງບັນດາຂໍ້ລິເລີ່ມຂອງ WB, ໃນນັ້ນມີການຊ່ວຍເຫຼືອຫວຽດນາມ ໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາ, ບຸລິມະສິດສຸມໃສ່ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ ແລະ ການຫັນເປັນພະລັງງານ. ຫວຽດນາມ ປາດຖະໜາວ່າ WB ຈະສືບຕໍ່ສົມທົບກັນຈັດປ່ຽນ ເພື່ອນຳໃຊ້ແຫຼງການເງິນ ແລະ ກອງທຶນກ່ຽວກັບດິນຟ້າອາກາດຢ່າງມີປະສິດທິຜົນ.
![]() |
ຫວຽດນາມ ເນັ້ນໜັກ ຄຳໝັ້ນສັນຍາໄປຄຽງຄູ່ກັບການກະທຳ ໃນ COP27 |
ທ່ານປະທານ WB David Malpass ຕີລາຄາສູງບັນດາໂຄງການຂອງ ຫວຽດນາມ ແລະ ເນັ້ນໜັກວ່າ WB ຈະຮ່ວມເດີນທາງກັບ ຫວຽດນາມ, ພິເສດແມ່ນບັນດາຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ປະທານທະນາຄານໂລກ ຍັງຮຽກຮ້ອງໃຫ້ມີການປະກອບສ່ວນຈາກປະຊາຄົມສາກົນ, ບັນດາຜູ້ອຸປະຖຳ ແລະ ປະຊາຄົມວິສາຫະກິດເພື່ອສ້າງຕັ້ງກອງທຶນຄວາມໄວ້ເນື້ອເຊື່ອໃຈ ທີ່ກ່ຽວຂ້ອງເຖິງດິນຟ້າອາກາດ.
![]() |
![]() |
ທີ່ການໃຫ້ສຳພາດກັບສຳນັກຂ່າວສານຫວຽດນາມ, ທ່ານລັດຖະມົນຕີ ເຈີ່ນຮົ່ງຮ່າ ໃຫ້ຮູ້ວ່າ: ການເຂົ້າຮ່ວມ COP27, ຫວຽດນາມ ຢືນຢັນຄືນໃໝ່ຄຳໝັ້ນສັນຍາຢ່າງແຮງ ໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ໄດ້ສົ່ງສານ “ຄຳໝັ້ນສັນຍາໄປຄຽງຄູ່ກັບການກະທຳ” ເພື່ອບັນລຸເປົ້າໝາຍດິນຟ້າອາກາດ. ຫວຽດນາມ ຈະສົມທົບກັບບັນດາຝ່າຍປຶກສາຫາລື ເພື່ອຮັບປະກັນບັນດາຄຳໝັ້ນສັນຍາ ແລະ ກົນໄກທີ່ໄດ້ຮັບການລົງນາມໄດ້ຮັບການປະຕິບັດຕົວຈິງ; ສືບຕໍ່ນຳໜ້າຂອງການຫັນປ່ຽນພະລັງງານ, ຄຽງຄູ່ກັບການຫັນເປັນສີຂຽວ ແລະ ດີຈີຕອນ; ຈະລະດົມແຫຼ່ງກຳລັງ ແລະ ຖອດຖອນບົດຮຽນຈາກປະສົບການຂອງບັນດາຄູ່ຮ່ວມມືພັດທະນາ ແລະ ເຂົ້າຮ່ວມບັນດາຂໍ້ລິເລີ່ມ, ພິເສດແມ່ນບັນດາຂໍ້ລິເລີ່ມກ່ຽວກັບການຫັນປ່ຽນພະລັງງານດ້ານປະລິມານ.
ຄຳຮຸ່ງ