ລາວ ໄດ້ຮັບທຶນສະໜັບສະໜູນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ

15:36 | 15/11/2019

ກອງ​ທຶນ​ສີ­ຂຽວ​ດ້ານ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ​ສາ­ກົນ (Green Climate Fund) ອະ­ນຸ­ມັດ​ທຶນ​ສະໜັບ​ສະ​ໜູນ ສປປ ລາວ 2 ໂຄງ­ການ ມູນ​ຄ່າ 26,6 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 235,25 ຕື້​ກີບ ໃນ​ວາ­ລະ​ກອງ​ປະ­ຊຸມ​ສະ­ພາ​ບໍ­ລິ­ຫານ​ກອງ​ທຶນ ຄັ້ງ​ທີ 24 ວັນ​ທີ 12-14 ພະ­ຈິກ 2019 ຢູ່​ຫ້ອງ­ການ Green Climate Fund ເມືອງ​ຊອງ​ໂດ ສ ເກົາ­ຫຼີ.

ລາວ ໄດ້ຮັບທຶນສະໜັບສະໜູນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ

ພາບປະກອບ

ສຳ­ລັບ​ໂຄງ­ການ​ທີ 1 ເປັນ​ການ​ສ້າງ​ຄວາມ​ທົນ​ທານ ເພື່ອ​ແກ້​ໄຂ​ບັນ­ຫາ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ ໂດຍ​ການ​ຄຸ້ມ​ຄອງ​ລະ­ບົບ​ນິ­ເວດ​ຢູ່​ຕົວ​ເມືອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເມືອງ​ປາກ​ຊັນ ນະ­ຄອນ​ໄກ­ສອນ ພົມ­ວິ­ຫານ ແລະ ນະ­ຄອນ​ປາກ​ເຊ ມູນ​ຄ່າ 10 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 88,45 ຕື້​ກີບ (Building resilience of urban populations with ecosystem-based solution in Lao PDR) ໂຄງ­ການ​ທີ 2 ເປັນ​ການ ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ຫຼຸດ­ຜ່ອນ​ການ​ປ່ອຍ​ທາດ​ອາຍ​ເຮືອນ​ແກ້ວ​ຈາກ​ການ​ທຳ­ລາຍ​ປ່າ­ໄມ້ ແລະ ການ​ເສື່ອມ​ໂຊມ​ຂອງ​ປ່າ­ໄມ້ ເຊິ່ງ​ເປັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໄລ­ຍະ​ທຳ​ອິດ​ຢູ່​ແຂວງ ຫົວ­ພັນ ແຂວງ ໄຊ​ຍະ​ບູ​ລີ ແຂວງ ຫຼວງ​ພະ​ບາງ​ມູນ​ຄ່າ 16,6 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 146,86 ຕື້​ກີບ (Implementation of the Lao PDR Emissions Reduction Programme through improve governance and sustainable forest landscape management).

Green Climate Fund ເປັນ​ກອງ​ທຶນ​ສາ­ກົນ ສ້າງ­ຕັ້ງ​ຂຶ້ນ​ພາຍ​ໃຕ້​ສົນ­ທິ­ສັນ­ຍາ​ສະ­ຫະ​ປະ­ຊາ​ຊາດ ວ່າ​ດ້ວຍ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ (UNFCCC) ໃນ​ປີ 2010 ແລະ ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ສະ­ໜອງ​ທຶນ ໃນ​ປີ 2015 ເປັນ­ຕົ້ນ​ມາ ເພື່ອ​ເປັນ​ກົນ​ໄກ​ການ​ສະ­ໜອງ​ທຶນ​ໃຫ້​ປະ­ເທດ​ດ້ອຍ​ພັດ­ທະ­ນາ ແລະ ກຳ­ລັງ​ພັດ​ທະ ນາ ນຳ​ໃຊ້​ທຶນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.