ຫວຽດ​ນາມ​ເຂົ້າ​ຮ່ວມ​ພິທີລົງນາມ ຮັບເໝົາການປະດິດສ້າງ “ດາວທຽມ LOTUSat-1, ອຸປະກອນ ແລະ ບຳລຸງສ້າງ ຊັບພະຍາກອນມະນຸດ”

06:15 | 21/10/2019

ຍສໝ - ວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ສູນ ອາວະກາດ ຫວຽດນາມ ແລະ ກຸ່ມບໍລິສັດ Sumitomo (ຍີ່ປຸ່ນ) ໄດ້ຈັດຕັ້ງພິທີລົງນາມ ຮັບເໝົາການປະດິດສ້າງ “ດາວທຽມ LOTUSat-1, ອຸປະກອນ ແລະ ບຳລຸງສ້າງ ຊັບພະຍາກອນມະນຸດ”

ວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ສູນ ອາວະກາດ ຫວຽດນາມ ແລະ ກຸ່ມບໍລິສັດ Sumitomo (ຍີ່ປຸ່ນ) ໄດ້ຈັດຕັ້ງພິທີລົງນາມ ຮັບເໝົາການປະດິດສ້າງ “ດາວທຽມ LOTUSat-1, ອຸປະກອນ ແລະ ບຳລຸງສ້າງ ຊັບພະຍາກອນມະນຸດ”.

ໃນການຜັນຂະຫຍາຍ ໂຄງການນີ້, ກຸ່ມບໍລິສັດ NEC (ຍີ່ປຸ່ນ) ຈະເປັນຜູ້ອອກແບບ, ປະດິດສ້າງດາວທຽມ LOTUSat-1, ມີນ້ຳໜັກ 570 ກິໂລກຼາມ, ດວຍການນຳໃຊເຕັກໂນໂລຢີ ຣາດາທັນສະໄໝທີ່ສຸດ. ບັນດາ ນັກວິສະວະກອນ ຫວຽດນາມ ຈະໄດ້ເຂົ້າຮ່ວມໃນວິວັດການອອກແບບ, ປະດິດສ້າງເພື່ອທັງຮຽນທັງເຮັດໄປພ້ອມກັນ. ວິວັດການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບສູງ ແລະ ຖ່າຍທອດເຕັກໂນໂລຢີຈະໄດ້ປະຕິບັດຢູ່ໂຮງງານຜະລິດດາວທຽມຂອງ ກຸ່ມບໍລິສັດ NEC ຢູ່ ຍີ່ປຸ່ນ.

ຫວຽດ​ນາມ​ເຂົ້າ​ຮ່ວມ​ພິທີລົງນາມ ຮັບເໝົາການປະດິດສ້າງ “ດາວທຽມ LOTUSat-1, ອຸປະກອນ ແລະ ບຳລຸງສ້າງ ຊັບພະຍາກອນມະນຸດ”

ທັດສະນີຍະພາບພິທີລົງນາມ. (ພາບ: nhandan.com.vn)

ຄາດວ່າ, ດາວທຽມ LOTUSat-1 ຈະເລີ່ມອອກແບບ, ປະດິດສ້າງ ໃນປີ 2020, ຍິງຂຶ້ນສູ່ວົງໂຄຈອນ ໃນປີ 2023. ຂໍ້ມູນ ແລະ ຮູບພາບທີ່ໄດ້ຮັບຈາກດາວທຽມ LOTUSat-1 ຈະຕອບສະໜອງໄດ້ຄວາມຕ້ອງການທີ່ຈຳເປັນກ່ຽວກັບ ຮູບພາບ ດາວທຽມ, ສະໜອງບັນດາຂໍ້ມູນທີ່ຖືກຕ້ອງ ຊັດເຈນ ແລະ ທັນການ, ຊ່ວຍໃຫ້ບັນດານັກວິທະຍາສາດ, ນັກຄຸ້ມຄອງມີວິທີການຫຼຸດຜ່ອນຜົນກະທົບຂອງໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດໃຫ້ຢູ່ລະດັບຕ່ຳສຸດ, ຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດ ແລະ ຕິດຕາມກວດກາສິ່ງແວດລ້ອມ, ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.