ທະເລຕາເວັນອອກ ບໍ່ສະເພາະແຕ່ມີຄວາມແຕກຕ່າງ ແຕ່ຫາກຍັງມີການຮ່ວມມືຫຼາຍທິດ ຫຼາຍຝ່າຍ

16:48 | 11/11/2019

ຍສໝ - ເມື່ອບໍ່ດົນມານີ້, ສະຖາບັນການຕ່າງປະເທດ ທີ່ຮ່າໂນ້ຍ ພ້ອມກັບ ສາມະຄົມນັກກົດໝາຍ ຫວຽດນາມ (VLA) ແລະ ກອງທຶນສະໜັບສະໜູນ ຄົ້ນຄ້ວາບັນຫາ ທະເລຕາເວັນອອກ (FESS) ໄດ້ພ້ອມກັນຈັດກອງປະຊຸມສຳມະນາວິທະຍາສາດສາກົນ ກ່ຽວກັບບັນຫາ ທະເລຕາເວັນອອກ ພາຍໃຕ້ຫົວຂໍ້ “ຮ່ວມມືເພື່ອຄວາມ ປອດໄພ ແລະ ການພັດທະນາໃນພາກພື້ນ” ໂດຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ລັດ, ບັນດານັກວິທະຍາສາດ, ນັກຊ່ຽວຊານ ແລະ ຜູ້ເຂົ້າຮັບຟັງຫຼາຍກ່ວາ 250 ຄົນ.

ກອງປະຊຸມສຳມະນາຄັ້ງນີ້ ແມ່ນກອງປະຊຸມທີ່ນອນຢູ່ໃນວາລະສາມັນ ທີ່ແນໃສ່ ເພື່ອປຶກສາຫາລື, ແລກປ່ຽນດ້ານວິຊາການ ຄຸ້ມຄອງ, ການແກ້ໄຂບັນຫາຍາດຊີງກັນ ແລະ ບັນຫາອື່ນໆ ທີ່ພົວພັນກັບທະເລຕາເວັນອອກ.

ເຫດການທີ່ເກີດຂຶ້ນຢູ່ທະເລຕາເວັນອອກ ໃນປັດຈຸບັນ ຍັງມີຫຼາຍບັນຫາທີ່ສັບສົນຢູ່. ນັບແຕ່ປີ 2018 ເປັນຕົ້ນມາ, ຈຳນວນຄັ້ງຊ້ອມຮົບທາງການທະຫານ ແລະ ການປະທະກັນໃນທະເລນັບມື້ຖີ່ຂຶ້ນ. ການຍາດແຍ່ງບໍ່ນໍ້າມັນ, ເຂດຫາປາ ໄດ້ປິນຂັ້ນໄດ ຢູ່ຫຼາຍຂົງເຂດ.

ທະເລຕາເວັນອອກ ບໍ່ສະເພາະແຕ່ມີຄວາມແຕກຕ່າງ ແຕ່ຫາກຍັງມີການຮ່ວມມືຫຼາຍທິດ ຫຼາຍຝ່າຍ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລ ຮວາຍ ຈຸງ.(ພາບ:baoquocte.vn)

ຕໍ່ໜ້າສະພາບການດັ່ງກ່າວ, ຄຽງຄູ່ກັບການສືບທອດຜົນງານທີ່ປະສົບຜົນສຳເລັດແລ້ວນັ້ນ, ກອງປະຊຸມກ່ຽວກັບ ທະເລຕາເວັນອອກຄັ້ງທີ 11 ໄດ້ຍົກລະດັບຂຶ້ນໃຫ້ກາຍເປັນເຫດການຂະໜາດໃຫ່ຍທີ່ບໍ່ເຄີຍມີມາກ່ອນ ຊຶ່ງລວມມີ 6 ວາລະກອງປະຊຸມໃຫ່ຍ ແລະ ອີກ 6 ກອງປະຊຸມໂຕະມົນຍ່ອຍ, ມີນັກປາຖະກະຖາຫຼາຍກ່ວາ 50 ຄົນ ຊຶ່ງເປັນນັກວິທະຍາສາດ, ຜູ້ຊ່ຽວຊານລະດັບຕົ້ນໆ, ບັນດາເຈົ້າໜ້າທີ່ອາວຸໂສ ແລະ ນັກວິຊາການ, ຜູ້ເຂົ້າຮ່ວມຟັງ ແລະ ນັກການທູດ 200-250 ຄົນເຂົ້່າຮ່ວມ.

ຈຸດປະສົງແມ່ນເພື່ອເຮັດໃຫ້ເວທີສຳມະນາບັນຫາ ທະເລຕາເວັນອອກ ກາຍເປັນເວທີປືກສາຫາລືເຄິ່ງທາງການທຳອິດຢູ່ໃນພາກພື້ນອິນເດຍ-ມະຫາສະມຸດປາຊີຟິກ ເພື່ອແນໃສ່ຊອກຫາຊ່ອງທາງທີ່ປະດິດສ້າງທີ່ສຸດ, ປະກອບສ່ວນເຂົ້າໃນການປັບປຸງບູລະນະສະຖານະການ ແລະ ຄວາມປອດໄພທາງທະເລ.

ຄຸນຄ່າຍຸດທະສາດທີ່ສຳຄັນ

ຢູ່ໃນບົດກ່າວໄຂກອງປະຊຸມ, ຫົວໜ້າສະຖາບັນການຕ່າງປະເທດ ຫງວຽນ ວູ້ ຕຸ່ງ ຢືນຢັນວ່າ: ຕະຫຼອດໄລຍະ 10 ປີທີ່ຜ່ານມາ, ສະຖານະການຢູ່ທະເລຕາເວັນອອກ ນັບມື້ນັບມີຄວາມສັບສົນ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນອອກໄປ.

ດ້ານໜຶ່ງອີກ, ທ່າອ່ຽງເຈລະຈາ ແລະ ການຮ່ວມມື ກໍໄດ້ຮັບການພັດທະນາຂຶ້ນ. ເຊັ່ນກໍລະນີ ອາຊຽນ ແລະ ຈີນໄດ້ມີຄວາມພະຍາຍາມຜ່ານຮ່າງປະມວນຂໍ້ກຳນົດ ການພົວພັນຢູ່ທະເລຕາເວັນອອກ (COC) ຄັ້ງທີໜຶ່ງປະສົບຜົນສຳເລັດໃນເດືອນຕຸລາ ປີ 2018. ອາຊຽນ ພ້ອມກັບ ສະຫະລັດອາເມລິກາ ຈັດການຊ້ອມຮົບທາງທະເລໃນເດືອນກັນຍາ 2019 ຊຶ່ງສະແດງໃຫ້ເຫັນຄວາມພະຍາຍາມເປີດກ້ວາງການຮ່ວມມືຂອງ ອາຊຽນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ປ້ອງກັນຄວາມປອດໄພໃຫ້ທະເລລວມ ຢູ່ໃນພາກພື້ນ.

“ເຖິງຢ່າງໃດກໍຕາມ, ແຕ່ພວກເຮົາກໍຍັງມີຄວາມເປັນຫ່ວງຕໍ່ທ່າອ່ຽງທາງການທະຫານ, ການປະເຊີນໜ້າກັນ ນັບມື້ນັບເຄັ່ງຕຶງຂຶ້ນຊັກໄຊ້, ການຂົ່ມຂູ່ ແລະ ການໃຊ້ຄວາມຮຸນແຮງ ເພື່ອແກ້ໄຂຂໍ້ຂັດແຍ່ງຍັງມີທ່າອ່ຽງເພີ່ມຂຶ້ນ, ຄວາມສັກສິດຂອງກົດໝາຍສາກົນຍັງສືບຕໍ່ຖືກຂົ່ມຂູ່ ໂດຍຝ່າຍໜຶ່ງຝ່າຍດຽວຕີຄວາມໝາຍ ແລະ ສວຍໃຊ້ເພື່ອຜົນປະໂຫຍດຂອງຕົນເອງ ໃນສະຖານະການຊ່ວງຊີງທາງເວທີການເມືອງທີ່ສັບສົນໃນທົ່ວໂລກນັ້ນ ຊຶ່ງພວກເຮົາໄດ້ເຫັນມາແລ້ວໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 35 ຫາກໍຜ່ານພົ້ນໄປບໍ່ພໍເທົ່າໃດວັນ”(ທ່ານ ຫງວຽນ ວູ້ ຕຸ່ງ ກ່າວ).

ທ່ານ ຕຸ່ງ ໃຫ້ຮູ້ວ່າ: ຈຸດທີ່ຄວນເອົາໃຈໃສ່ທີ່ສຸດກໍແມ່ນບັນຫາ ທະເລຕາເວັນອອກ ບໍ່ສະເພາະແຕ່ເປັນບັນຫາຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ ແຕ່ຫາກຍັງເປັນບັນຫາລວມລະຫ່ວາງ ທະເລຕາເວັນອອກ ກັບ ທະເລອື່ນໆໃນທົ່ວໂລກອີກດ້ວຍ. ເປັນຕົ້ນແມ່ນລະຫ່ວາງທະເລມະຫາສະມຸດອິນເດຍ, ອ່າວ ຮໍມູ, ທະເລສ່ວນໃຕ້ຂອງມະຫາສະມຸດ ປາຊີຟິກ ແລະ ເຂດຂົ້ວໂລກຕ່າງໆ...

ການເຊື່ອມຕໍ່ລະຫ່ວາງທະເລ ແລະ ມະຫາສະມຸດນັບມື້ນັບເປັນອັນທີ່ຈະແຈ້ງຂຶ້ນ. ສະນັ້ນ, ບັນຫາປົກປັກຮັກສາສິ່ງແວດລ້ອມທາງທະເລ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ການນຳໃຊ້ຊັບພະຍາກອນແບບຢັ້ງຢືນ, ການຮັກສາຄວາມເປັນລະບຽບຮຽບຮ້ອຍການຮ່ວມມືດ້ານກົດໝາຍທາງທະເລ ແລະ ຄວາມປອດໄພທາງທະເລເວົ້າລວມຂອງບັນດາປະຊາຊາດ ແລະ ຂອງກຸ່ມຊຸມຊົນທີ່ດຳລົງຊີວິດຢູ່ຕາມແຄມທະເລນັ້ນ ໄດ້ກາຍເປັນບັນຫາລວມ, ມັນຮຽກຮ້ອງໃຫ້ຕ້ອງມີວິທີການລວມ, ຄວາມພະຍາຍາມລວມຮ່ວມກັນຂອງປະຊາຄົມໂລກ.

ມີຄຳຕໍ່ກອງປະຊຸມ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເລ ຮວາຍ ຈຸງ ຢືນຢັນວ່າ: ທະເລຕາເວັນອອກເປັນທະເລຂອງການຂົນສົ່ງສິນຄ້າທີ່ສຳຄັນ ແລະ ຄຶກຄັກອັນດັບຕົ້ນໆຂອງໂລກ ທັງເປັນຂົວຕໍ່ການຄ້າລະຫ່ວາງ ມະຫາສະມຸດອິນເດຍ ແລະ ມະຫາສະມຸດປາຊີຟິກ ຕໍ່ໃສ່ ທະວີບອາຊີ ແລະ ມະຫາສະໝຸດ ໂອເຊຍເນຍ.

ຫຼາຍກ່ວາ 50% ການຄ້າທາງທະເລຂອງໂລກ ລ້ວນແຕ່ມາຜ່ານ ທະເລຕາເວັນອອກ, ມີມູນຄ່າການຄ້າທັງໝົດ 5.000 ຕື້ໂດລາສະຫະລັດໃນແຕ່ລະປີ. ຍ້ອນແນວນັ້ນ, ຄວາມໝັ້ນຄົງ ແລະ ຄວາມປອດໄພທາງທະເລຕາເວັນອອກ ມີຄວາມໝາຍອັນໃຫ່ຍຫຼວງຕໍ່ກັບການຄ້າໃນທົ່ວໂລກ ແລະ ທັງເປັນຄວາມວັດທະນາຂອງທົ່ວທັງໂລກອີກດ້ວຍ.

ໃນຂະນະທີ່ຈຸດສູນກາງເສດຖະກິດ, ການເມືອງຂອງໂລກກຳລັງມີການປ່ຽນແປງຢ່າງແຂງແຮງ ແລະ ມີຜົນກະທົບຫຼາຍດ້ານຕໍ່ຂົງເຂດພາກພື້ນ ມະຫາສະໝຸດອິນເດຍ - ມະຫາສະໝຸດປາຊີຟິກ ຢູ່ນັ້ນ, ທະເລຕາເວັນອອກ ແຮ່ງເພີ່ມຄຸນຄ່າຄວາມສຳຄັນດ້ານຍຸດທະສາດຂຶ້ນຕື່ມ. ບັນດາແນວຄວາມຄິດຍຸດທະສາດຂອງບັນດາປະເທດມະຫາອຳນາດ ແລະ ຂອງ ອາຊຽນ ລ້ວນແຕ່ຖືເອົາທະເລຕາເວັນອອກເປັນຈຸດໃຈກາງ. ສະນັ້ນ, ທຸກການເຄື່ອນໄຫວ ແລະ ການພັດທະນາໃນທະເລຕາເວັນອອກບໍ່ສະເພາະແຕ່ເປັນຈຸດສົນໃຈຂອງບັນດາປະເທດໃນຂົງເຂດເທົ່ານັ້ນ ແຕ່ຫາກຍັງເປັນຈຸດດຶງດູດຄວາມສົນໃຈ ແລະ ສົ່ງຜົນສະທ້ອນຕໍ່ຜົນປະໂຫຍດຂອງປະຊາຄົມໂລກອີກດ້ວຍ.

“ເມື່ອເວົ້າເຖິງທະເລຕາເວັນອອກ ບໍ່ສະເພາະແຕ່ເວົ້າເຖິງຄວາມແຕກຕ່າງ, ການຍາດຊີງ ແລະ ການປ່ຽນແປງທີ່ສະຫຼັບຊັບຊ້ອນເທົ່ານັ້ນ ແຕ່ຫາກຍັງເວົ້າເຖິງການຮ່ວມມື ນັບທັງລະດັບທະວິພາຄີ ແລະ ຜະຫຸພາຄີອີກດ້ວຍ. ສະເພາະ ອາຊຽນ ມີເຖິງ 12 ກົນໄກທີ່ພົວພັນເຖິງການຮ່ວມມືທາງທະເລ. ເຖິງແມ່ນວ່າຜົນປະໂຫຍດຈະມີຫຼາຍຮູບຫຼາຍແບບ ເພື່ອໃຫ້ເກີດຄວາມເຊື່ອໝັ້ນ ແລະ ຄວາມພະຍາຍາມຊຸກຍູ້ການຮ່ວມມືລະຫ່ວາງບັນດາປະຊາຊາດໃນຂົງເຂດ ແລະ ນອກຂົງເຂດກໍຕາມ”(ຮອງລັດຖະມົນຕີ ເລ ຮວາຍ ຈຸງ ກ່າວ).

ຮອງລັດຖະມົນຕີ ເລ ຮວາຍ ຈຸງ ຢືນຢັນວ່າ: ຈາກບົດຮຽນການຮ່ວມມືທາງທະເລ ແລະ ທາງມະຫາສະໝຸດສາກົນ, ໃນນັ້ນນັບທັງການຮ່ວມມືຢູ່ໃນທະເລຕາເວັນອອກ ນຳດ້ວຍ ໃຫ້ເຫັນວ່າ: ເພື່ອຢາກໃຫ້ມີການຮ່ວມມືທາງທະເລໄດ້ຮັບໝາກຮັບຜົນ ຈະຕ້ອງຮັບປະກັນບັນດາເງື່ອນໄຂທີ່ຈຳເປັນຈໍານວນໜຶ່ງໃຫ້ໄດ້ ເປັນຕົ້ນແມ່ນ: 1. ບັນດາລັດຕ້ອງມີຄວາມມະນະອົດທົນທາງດ້ານການເມືອງໃນຄວາມພະຍາຍາມຮ່ວມມື ເພື່ອຜົນປະໂຫຍດລວມ ພິເສດແມ່ນການຮັກສາສັນຕິພາບ; 2. ຕ້ອງມີຄວາມເຂົ້າໃຈໃຫ້ເປັນເອກະພາບກັນຕໍ່ກັບກົດໝາຍສາກົນທາງທະເລ, ໂດຍສະເພາະຕ້ອງຢູ່ບົນພື້ນຖານ UNCLOS 1982; 3. ມີກົນໄກ ການຄຸ້ມຄອງ ແລະ ຮ່ວມມືທາງທະເລທີ່ເໝາະສົມ; 4. ຕ້ອງມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະເທດເຈົ້າພາບ ແລະ ອົງກອນທີ່ບໍ່ຂຶ້ນກັບລັດຖະບານ; ແລະ 5. ຕ້ອງມີຄວາມໄວ້ວາງໃຈກັນ, ເຊື່ອໝັ້ນກົດໝາຍສາກົນ ແລະ ຕ້ອງມີຄວາມເຊື່ອໝັ້ນຕໍ່ບັນດາກົນໄກ ແລະ ສະຖາບັນລວມແຫ່ງລັດ.

ທະເລຕາເວັນອອກ ບໍ່ສະເພາະແຕ່ມີຄວາມແຕກຕ່າງ ແຕ່ຫາກຍັງມີການຮ່ວມມືຫຼາຍທິດ ຫຼາຍຝ່າຍ

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ.(ພາບ:baoquocte.vn)


5 ສະດວກ, 3 ທ້າທາຍ

ໃນທ່າອ່ຽງມຸ່ງໜ້າອອກສູ່ມະຫາສະໝຸດ, ເພີ່ມທະວີການຮ່ວມມືທາງທະເລ ແລະ ມະຫາສະໝຸດໃນທົ່ວໂລກ. ຮອງລັດຖະມົນຕີການຕ່າງປະເທດ ເລ ຮວາຍ ຈຸງ ໃຫ້ຄຳເຫັນວ່າ: ຕ້ອງຕົງໄປຕົງມາ ແລະ ບໍ່ໃຫ້ມີຄວາມເປັນຫ່ວງຕໍ່ສະຖານະການທ້າທາຍທີ່ເກີດຂຶ້ນໃນຫ່ວາງມໍ່ໆມານີ້ຕໍ່ສັນຕິພາບ ແລະ ຄວາໝັ້ນຄົງຢູ່ໃນທະເລຕາເວັນອອກ, ໃນນັ້ນນັບທັງການເຄື່ອນໄຫວລ່ວງລະເມີດກົດໝາຍສາກົນຢູ່ໃນຂົງເຂດທະເລຕ່າງໆ ຢ່າງຮ້າຍແຮງ, ໃນນັ້ນນັບທັງເຂດທະເລຂອງຫວຽດນາມອີກດ້ວຍ.

“ການທີ່ຝ່າຍໜຶ່ງຝ່າຍດຽວຕີຄວາມໝາຍກົດໝາຍສາກົນຕາມລຳພັງແຕ່ຝ່າຍດຽວມັນຜິດກັບຄວາມເປັນມາດຕະຖານ ແລະ ຜົນປະໂຫຍດລວມຂອງປະຊາຄົມໂລກ ຊຶ່ງເຮັດໃຫ້ເສຍຄວາມເຊື່ອໝັ້ນຕໍ່ລະບົບຄວາມສັກສິດຂອງກົດໝາຍສາກົນ, ຂາດຄວາມສັດທາ ແລະ ອາດຈະກາຍເປັນ ອັນຕະລາຍຂົ່ມຂູ່ສັນຕິພາບ, ຄວາມໝັ້ນຄົງໃນຈົງເຂດ ແລະ ສາກົນ”(ຮອງລັດຖະມົນຕີ ເລ ຮວາຍ ຈຸງ ຊີ້ແຈງ).

ຂໍ້ສະດວກ: ອັນທີໜຶ່ງ: ຖ້າເບິ່ງໂດຍກວມລວມແລ້ວ ສັນຕິພາບ ແລະ ການຮ່ວມມື ໄດ້ກາຍເປັນທ່າອ່ຽງລວມ. ອັນທີສອງກໍຄື: ໄດ້ມີກົດບັດສາກົນກ່ຽວກັບມະຫາສະໝຸດ, ສົນທີສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍທາງທະເລ (UNCLOS) ປີ 1982 ຊຶ່ງເປັນຂອບໃນການແກ້ໄຂບັນຫາທາງທະເລ, ໂດຍສະເພາະແມ່ນການພົວພັນລະຫ່ວາງຊາດ. ອັນທີສາມ: ທະເລຕາເວັນອອກເປັນຂົງເຂດທີ່ສາກົນມີຄວາມສົນໃຈ. ອັນທີສີ່: ບັນດາປະເທດທີ່ຢູ່ລຽບຕາມແຄມຝັ່ງທະເລ ກໍລ້ວນແຕ່ປະກາດ ແລະ ໃຫ້ຄວາມສຳຄັນໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືໃນຂົງເຂດດັ່ງກ່າວ. ອັນທີຫ້າ: ໄດ້ມີບົດຮຽນໃນການສົ່ງເສີມການຮ່ວມມືໃນການແກ່ໄຂຂໍ້ຂັດແຍ່ງໂດຍຜ່ານການເຈລະຈາ ແລະ ວິທີການອື່ນໆຕາມພາກທີ 6 ຂອງກົດບັດສະຫະປະຊາຊາດ ທີ່ລະບູກ່ຽວກັບພັນທະແກ້ໄຂບັນຫາສັນຕິພາບ ແລະ ຂໍ້ຂັດແຍ່ງສາກົນ.

“ໃນກົດບັດຂອງສະຫະປະຊາຊາດ ແລະ UNCLOS 1982 ໄດ້ວາງກົນໄກຢ່າງຄົບຖ້ວນ ເພື່ອໃຫ້ພວກເຮົາສາມາດນໍາໃຊ້ບັນດາວິທີການດັ່ງກ່າວໄດ້ ແຕ່ເຖິງແມ່ນວ່າ ໃນຄວາມເປັນຈິງແລ້ວບັນຫາຂໍ້ຂັດແຍ່ງກັນນັ້ນ ມາເຖິງປັດຈຸບັນບັນຫາທີ່ພົວພັນເຖິງການຮ່ວມມື, ບັນຫາເຂດແດນຊັບຊ້ອນທີ່ພາໃຫ້ເກີດຂໍ້ຂັດແຍ່ງນັ້ນ ຫວຽດນາມໄດ້ໃຫ້ບູລິມະສິດ ແລະ ໄດ້ຮັບໝາກຜົນຈາກການເຈລະຈາສອງຝ່າຍ ກັບບັນດາປະຊາຊາດທີ່ກ່ຽວຂ້ອງ”(ຮອງລັດຖະມົນຕີການຕ່າງປະເທດກ່າວ).

ທ່ານ ຮອງລັດຖະມົນຕີ ເວ ຮວາຍ ຈຸງ ຍັງໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ ທະເລຕາເວັນອອກ ຍັງມີ 3 ບັນຫາທີ່ຍັງບໍ່ທັນຖືກເປີດເຜີຍ ແລະ ຍັງເປັນສິ່ງທ້າທາຍຢູ່: ອັນທີໜຶ່ງ: ໃນເມື່ອມີຂໍ້ຂັດແຍ່ງເກີດຂຶ້ນ ບັນຫາທີ່ພົວພັນເຖິງຄວາມແຕກຕ່າງໃນຂະບວນວິວັດແຫ່ງການຮ່ວມມືຈຳເປັນຕ້ອງອີງໃສ່ພື້ນຖານກົດໝາຍສາກົນ ແລະ UNCLOS 1982 ເພື່ອວາງທັດສະນະ ແລະ ຄຳຮຽກຮ້ອງຂອງຕົນຫຼືບໍ່? ອັນທີສອງ: ບັນຫາຂອງຄວາມເປັນຈິງທີ່ມີຕົ້ນກຳເນີດຈາກພາວະວິໄສເຊັ່ນການຮ່ວມມືໃນມະຫາສະມຸດທີ່ກ້ວາງໃຫ່ຍ, ນັບທັງວິທະຍາສາດ, ເຖິງແມ່ນວ່າຈະມີພື້ນຖານວິທະຍາສາດທີ່ພຽງພໍກໍຕາມ, ຂະແໜງການຄົ້ນຄ້ວາການຮ່ວມມື ກໍບໍ່ແມ່ນເລື່ອງງ່າຍ. ນອກນັ້ນຍັງມີຄວາມຊັບຊ້ອນ, ຂໍ້ຂັດແຍ່ງ, ບັນຫາທີ່ມີການຄົ້ນຄ້ວາຢ່າງພາວະວິໄສໃນຂົງເຂດທະເລຕ່າງໆ ກໍເຊັ່ນດຽວກັນ ບໍ່ສະເພາະແຕ່ແມ່ນທະເລຕາເວັນອອກ. ອັນທີສາມ: ເພື່ອແກ້ໄຂບັນຫາ ຈະຕ້ອງມີການຮ່ວມມືຢ່າງແຂງແຮງກ່ວາເກົ່າເມື່ອທຽບໃສ່ການແກ້ງແຍ້ງ ເພື່ອບໍ່ໃຫ້ບັນດາປັດໃຈຂໍ້ຂັດແຍ່ງຕີຖອຍບັນຫາການຮ່ວມມື.

ພາຍຫຼັງ 10 ປິທີ່ມີການຈັດສຳມະນາ ແຕ່ປີ 2009 ເປັນຕົ້ນມາ ບັນຫາຂອງທະເລຕາເວັນອອກໄດ້ກາຍເປັນໜຶ່ງໃນເວທີຄວາມໝັ້ນຄົງທີ່ມີບົດບາດຢູ່ໃນຂົງເຂດ, ຊຶ່ງໄດ້ລວມເອົາບັນດານັກຊ່ຽວຊານລະດັບແຖວໜ້າຂອງໂລກມາສົນທະນາກ່ຽວກັບບັນຫາສັນຕິພາບ ແລະ ພັດທະນາຄວາມໝັ້ນຄົງໃນທະເລ, ກົດໝາຍສາກົນ, ເສດຖະກິດ ແລະ ນິເວດວິທະຍາທາງທະເລ.

ການຈັດສຳມະນາໃນປີນີ້, ໄດ້ຈັດຂຶ້ນພ້ອມກັບເນື່ອງໃນໂອກາດການສະເຫຼີມສະຫຼອງວັນສ້າງຕັ້ງ ວັນກົດບັດສະຫະປະຊາຊາດຄົບຮອບ 25 ປີກ່ຽວກັບກົດໝາຍທາງທະເລທີ່ມີຜົນສັກສິດໃນການນຳໃຊ້ ແລະ 25 ປີແຫ່ງການໃຫ້ຊັດຕະຍາບັນກົດບັດສະຫະປະຊາຊາດຂອງຫວຽດນາມ. ນະໂອກາດນີ້, ກອງປະຊູມສຳມະນາໄດ້ແບ່ງເວລາໄວ້ເພື່ອຕີລາຄາຄືນຂະບວນວິວັດແຫ່ງການກຳເນີດ ແລະ ຄວາມສຳຄັນຂອງຮ່າງເອກະສານທີ່ຖືວ່າເປັນກົດບັດຂອງມະຫາສະໝຸດ ພາຍຫຼັງນຳໃຊ້ມາໄດ້ ¼ ສະຕະວັດ.

(ນົກແອ່ນແດນໜາວ)

ເຫດການ
302 Found

Found

The document has moved here.