ນາຍົກລັດຖະມົນຕີ ລາວ ຕີລາຄາສູງການຮ່ວມມືລະຫວ່າງນະຄອນຫຼວງ ວຽງຈັນ ແລະ ຮ່າໂນ້ຍ

10:12 | 05/11/2022

ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຢືນຢັນວ່າ ການນຳພັກ, ລັດ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ.

ໄຂງານວາງສະແດງກ່ຽວກັບການພົວພັນ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ໄຂງານວາງສະແດງກ່ຽວກັບການພົວພັນ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ
ສະມາຄົມວິສາຫະກິດຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ: ປ່ຽນໃຫມ່ - ສາມັກຄີ - ຮ່ວມມື ແລະ ພັດທະນາ. ສະມາຄົມວິສາຫະກິດຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ: ປ່ຽນໃຫມ່ - ສາມັກຄີ - ຮ່ວມມື ແລະ ພັດທະນາ.
ນາຍົກລັດຖະມົນຕີ ລາວ ຕີລາຄາສູງການຮ່ວມມືລະຫວ່າງນະຄອນຫຼວງ ວຽງຈັນ ແລະ ຮ່າໂນ້ຍ
ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຈິ່ນຊີ້ແທັງ ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ຕາມຄຳເຊື້ອເຊີນຂອງ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງ ວຽງຈັນ ຕອນບ່າຍວັນທີ 04 ພະຈິກ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຈິ່ນຊີ້ແທັງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຢືນຢັນວ່າ ການນຳພັກ, ລັດ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີ ລາວ ຫວັງວ່າ, ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ ຈະສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງໃຫ້ຫຼາຍກວ່າເກົ່າ; ທ່ານເນັ້ນໜັກວ່າ, ພັກ ແລະ ລັດ ລາວ ຍາມໃດກໍ່ສະໜັບສະໜູນນະຄອນຫຼວງຂອງ 2 ປະເທດຮ່ວມມືກັນເພື່ອພ້ອມກັນພັດທະນາ.

ສ່ວນທ່ານ ເຈິ່ນຊີ້ແທັງ ຢືນຢັນວ່າ, ນະຄອນຫຼວງ ຮ່າໂນ້ຍ ຈະສືບຕໍ່ສະຫງວນການຮ່ວມມື ແລະ ໜູນຊ່ວຍຢ່າງຮອບດ້ານສຳລັບນະຄອນຫຼວງ ວຽງຈັນ; ປາດຖະໜາວ່າ ພັກ, ລັດ ລາວ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ 2 ນະຄອນຫຼວງຜັນຂະຫຍາຍການຮ່ວມມື, ຜ່ານນັ້ນ ປະກອບສ່ວນເຮັດໃຫ້ສາຍພົວພັນສາມັກຄີພິເສດລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.

ກ່ອນໜ້ານັ້ນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຫຼວງ ຮ່າໂນ້ຍ ເຈິ່ນຊີ້ແທັງ ໄດ້ມີການເຮັດວຽກກັບທ່ານນາງ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງ ວຽງຈັນ ແລກປ່ຽນກ່ຽວກັບບັນດາເນື້ອໃນການຮ່ວມມືລະຫວ່າງ 2 ນະຄອນຫຼວງໃນໄລຍະຈະມາເຖິງ. ເນື່ອງໃນໂອກາດນີ້, ການນຳ 2 ນະຄອນໄດ້ເປັນສັກຂີພິຍານພິທີເຊັນບົດບັນທຶກຊ່ວຍຈຳຮ່ວມມືລະຫວ່າງພະແນກອຸດສາຫະກຳການຄ້ານະຄອນຫຼວງ ຮ່າໂນ້ຍ ແລະ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ວຽງຈັນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.