ດ່າ​ນັ້ງ ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຈະ​ກາຍ​ເປັນ "Silicon Valley" ຂອງ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້

10:21 | 19/10/2022

ຕອນບ່າຍວັນທີ 17 ຕຸລາ, ພະແນກຖະແຫຼງຂ່າວ ແລະການສື່ສານນະຄອນດ່ານັ້ງ ໄດ້ຈັດ “ການໂອ້ລົມສົນທະນາກ່ຽວກັບການຫັນເປັນດີຈີຕອນ ແລະນະຄອນອັດສະລິຍະ” ລະຫວ່າງບັນດາວິສາຫະກິດຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ຂອງ ອາເມລິກາ ແລະນະຄອນດ່ານັ້ງ.

ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ
ນາ​ຂັ້ນໄດໝູ່ກັງຈ໊າຍໃນ​ລະ​ດູ​ເຂົ້າ​ທີ່​ສຸກເຫຼືອງ ຂອງ​ພູ​ເຂົາ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ນາ​ຂັ້ນໄດໝູ່ກັງຈ໊າຍໃນ​ລະ​ດູ​ເຂົ້າ​ທີ່​ສຸກເຫຼືອງ ຂອງ​ພູ​ເຂົາ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ
ທ່ານ Adam Sitkoff  ປະທານສະຫະສະມາຄົມການຄ້າອາເມລິກາ ປະຈຳ ຮ່າໂນ້ຍ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ
ທ່ານ Adam Sitkoff ປະທານສະຫະສະມາຄົມການຄ້າອາເມລິກາ ປະຈຳ ຮ່າໂນ້ຍ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮວ່າງແອັງຕູ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງຖະແຫຼງຂ່າວ ແລະການສື່ສານ ເນັ້ນໜັກວ່າ ດ່ານັ້ງ ແມ່ນທ້ອງຖິ່ນມີເຂດອຸດສາຫະກຳສູງ, ເຂດເຕັກໂນໂລຢີຂໍ້ມູນຂ່າວສານຈຸດສຸມ, ສວນສາທາລະນະຊອັບແວຫຼາຍແຫ່ງທີ່ສຸດຢູ່ເຂດພາກກາງ. ພ້ອມກັບແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພື້ນຖານໂຄງລ່າງຄົມມະນາຄົມຕົວເມືອງທີ່ສະດວກ, ມີການພັດທະນາ, ດ່ານັ້ງ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງທີ່ສຸດທີ່ຈະກາຍເປັນ "Silicon Valley" ຂອງ ອາຊີຕາເວັນອອກສ່ຽງໃຕ້. ຖ້າຫາກວ່າມີການຮ່ວມມື, ລົງທຶນ, ເຕັກໂນໂລຢີ, ແຫຼ່ງເງິນທຶນຂອງບັນດາກຸ່ມບໍລິສັດເຕັກໂນໂລຢີທີ່ມາຈາກຮ່ອມພູ "Silicon Valley" ຂອງ ອາເມລິກາ ຕື່ມອີກນັ້ນ, ຄວາມສາມາດບົ່ມຊ້ອນກາຍເປັນ "Silicon Valley" ຂອງພາກພື້ນ ຈະປະກົດຜົນເປັນຈິງໃນໄລຍະສັ້ນ.

ທ່ານ Adam Sitkoff ປະທານສະຫະສະມາຄົມການຄ້າອາເມລິກາ ປະຈຳ ຮ່າໂນ້ຍ, ໃຫ້ຮູ້ວ່າ ວິສາຫະກິດອາເມລິກາ ເຫັນໄດ້ຄວາມສາມາດບົ່ມຊ້ອນຂອງນະຄອນດ່ານັ້ງ ໃນຂົງເຂດຫັນເປັນດີຈີຕອນ ແລະຫວັງວ່າໂຄງການຈະສ້າງຂີດໝາຍໃນການຮ່ວມມືລະຫວ່າງສອງຝ່າຍ, ຍູ້ແຮງການຮ່ວມມື ແລະການລົງທຶນຂອງວິສາຫະກິດອາເມລິກາ ເຂົ້າມາດ່ານັ້ງ ກວ່າອີກ.

la.qdnd.vn

ເຫດການ
302 Found

Found

The document has moved here.