ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ

07:15 | 13/10/2022

ຍ​ສ​ໝ - ໂດຍ​ບໍ່​ຕ້ອງເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ຊີ​ວິດ​ປະ​ຈຳ​ວັນ ເພື່ອ​ເຊື່ອມ​ຕົວ​ເຂົ້າ​ກັບ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ ແລະ ສະຫວາດສະເຫວີຍ​ຢູ່​ຂ້າງ​ບັນດາໜອງ​ທີ່​ສວຍ​ງາມ​ດັ່ງ​ໃນ​ຝັນ​ຢູ່​ຊານ​ເມືອງ​ນະ​ຄອນ.

ຫວຽດນາມ ນັບມື້ນັບໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ມີບົດບາດສຳຄັນແຖວໜ້າ ຢູ່ ອາຊີ ຫວຽດນາມ ນັບມື້ນັບໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ມີບົດບາດສຳຄັນແຖວໜ້າ ຢູ່ ອາຊີ
ປະ​ຊາ​ຄົມ​ພັດ​ທະ​ນາ​ສາ​ກົນ ມີ​ຄວາມ​ສົນ​ໃຈຕໍ່​ຍຸດ​ທະ​ສາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ຂອງ ຫວຽດ​ນາມ ປະ​ຊາ​ຄົມ​ພັດ​ທະ​ນາ​ສາ​ກົນ ມີ​ຄວາມ​ສົນ​ໃຈຕໍ່​ຍຸດ​ທະ​ສາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ຂອງ ຫວຽດ​ນາມ

ໃນ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນທີ່ວຸ້ນວາຍ, ​ພວກເຮົາ​ທຸກໆ​ຄົນ​ຕ້ອງ​ການເວ​ລາ​ເພື່ອ​ຜັກ​ຜ່ອນເພື່ອຮັກສາສຸ​ຂະ​ພາບ ແລະ ການໄປຜ່ອນຄາຍ ກໍ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຮູບ​ແບບ​ທ່ອງ​ທ່ຽວ​​ຜ່ອນ​ຄາຍທີ່​ມີ​ຄວາມ​ເອ​ກະ​ລັກ​ພິເສດ​ພໍ​ສົມ​ຄວນ. ຖ້າ​ຫາກ​ຢາກຫຼີກ​ອອກຈາກຕົວ​ເມືອງທີ່ຄຶກໂຄມໜາແໜ້ນ ແຕ່​ພັດ​ຈຳ​ກັດ​ກ່ຽວ​ກັບ​ດ້ານ​ວັນ​ເວ​ລານັ້ນ, ຢູ່ໃກ້​ກັບ​ຮ່າ​ໂນ້ຍ ກໍ່ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວຫຼາຍ​ແຫ່ງ​ທີ່​ເປັນ​ໜ້າ​ດຶງ​ດູດ​ໃຈ. ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ແຫ່ງ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ໜອງ​ແຫ່ງ​ຕ່າງໆ​ຢູ່​ຊານ​ເມືອງ. ຢູ່​ບ່ອນ​ນັ້ນ, ທ່ານບໍ່​ພຽງ​ແຕ່​ໄດ້​ຊົມ​ທິດ​ທັດ​ທຳ​ມະ​ຊາດ​ທີ່​ສະ​ຫງົບ​ຫງຽບ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ລົງ​ຕົວຈິງ​ກັບ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ໜ້າ​ຈັບ​ໃຈ, ຊ່ວຍ​ຜ່ອນ​ຄາຍ​ໄດ້ດີທີ່ສຸດ.

ໜອງຈ່ອມນູຍ

ພາບ: @Toàn Vũ
ພາບ: @Toàn Vũ

ໜອງຈ່ອມ​ນູຍ ຫຼື​ຍັງ​ເອີ້ນ​ວ່າ ໜອງຮ​ວາ​ເຊີນ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃກ້​ກັບ​ຮ່າ​ໂນ້ຍ, ເຖິງວ່າ​ບໍ່​ແມ່ນ​ສະ​ຖານ​ທີ່​ໃໝ່​ແຕ່​ແຫ່ງ​ນີ້​ພວມກັບມາໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຄືນ​ໃໝ່​ໃນໄລຍະ​ມໍ່ໆ​ມາ​ນີ້ ດ້ວຍ​ບັນ​ດາ​ພາບ​ຖ່າຍ​ທີ່ເຕັມໄປດ້ວຍຄວາມ​ສະ​ຫງົບ​ສຸກ ເຊິ່ງພື່ອນ​ໜຸ່ມຫຼາຍ​ຄົນ​ແບ່ງ​ປັນ, ເຮັດ​ໃຫ້​ຜູ້​ຄົນທີ່​ມັກ​ຮັກການ​ທ່ອງ​ທ່ຽວ​ຮູ້ດີຕໍ່​ໃຈ.

ໂດຍ​ຕັ້ງ​ຢູ່​ຕາ​ແສງ​ນາມ​ເຊີນ, ເມືອງ​ຊອກ​ເຊີນ, ຢູ່​ຫ່າງ​ຈາກ​ໃຈ​ກາງ​ຮ່າ​ໂນ້ຍ​ປະ​ມານ 4 ກີ​ໂລ​ແມັດ, ເດີນ​ທາງ​ດ້ວຍ​ລົດ​ໃຊ້​ເວ​ລາ​ປະ​ມານ 1 ຊົ່ວ​ໂມງ, ຢູ່​ນີ້​ແມ່ນ​ໜອງ​ທຳ​ມະ​ຊາດ​ມີ​ເນື້ອ​ທີ່ກວ້າງ​ໃຫຍ່​ພ້ອມ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ດັ່ງ​ນັ້ນ ບໍ່​ຮູ້​ສຶກ​ແປກ​ໃຈເລີຍທີ່ສະຖານທີ່​ແຫ່ງ​ນີ້​​ດຶງ​ດູດ​ໃຈ​ຜູ້​ຄົນ​ໄດ້ເປັນຈຳນວນຫຼາຍ.

ໜອງກວານ​ເຊີນ

ພາບ: @irl.yolo
ພາບ: @irl.yolo

​ໄດຍໄດ້ປຽບ​ເໝືອນ ຮະ​ລອງ​ ຂະ​ໜາດ​ນ້ອຍ, ໜອງກວາ​ນ​ເຊີນ​ແມ່ນໜຶ່ງໃນ​ໜອງ​ງາມ​ຢູ່ຊານ​ນະ​ຄອນ. ໂດຍນອນ​ຢູ່​ຫ່າງ​ຈາກ​ນະ​ຄອນ​ຮ່າ​ໂນ້ຍ​ພຽງ​ແຕ່​ປະ​ມານ 50 ກີ​ໂລ​ແມັດ, ໜອງກວານ​ເຊີນ ​ຂຶ້ນ​ກັບ​ເມືອງ ໝີ​ດຶກ (ຮ່າ​ໂນ້ຍ) ມີ​ສວ່ນ​ໜຶ່ງ​ຂຶ້ນ​ກັບແຂວງ​ຮ່​ວາ​ບິ່ງ.

ໜອງ​ມີ​ທິວທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ດ້ວຍ​​ກ່​ວາ 20 ຈອມ​ພູ​ຫີນ​​ປູນນ້ອຍໃຫຍ່ຢູ່​ອ້ອມ​ຮອບ​ໜອງ, ພ້ອມ​ກັບ​ຊີ​ວະ​ນາໆ​ພັນ​ທີ່​ຂຽວສົດ​ງົດງາມ, ສະ​ຖານ​ທີ່​ແຫ່ງ​ນີ້​ດຶງດູດ​ໄວ​ໜຸ່ມຫຼາຍ​ຄົນ​ມາ​ຖ່າຍ​ຮູບ, ນັ່ງ​ເຮືອ​​ຊົມ​ໜອງ, ຕັ້ງ​ຄ້າຍ.

​ບໍ່​ພຽງ​ແຕ່​ມີ​ຄວາມ​ງາມ​ແບບ​ຮົກ​ເຮື້ອ, ໜອງກວານ​ເຊີນ ​ຍັງ​ປະ​ກົດ​ມີ​ດ້ວຍ​ຮູບ​ພາບ​ທີ່​ສະ​ຫງົບ​ສຸກຂອງ​ເຂດທົ່ງພຽງ​ພາກ​ເໜືອ ດ້ວຍ​ເຮືອນຫຼາຍຫຼັງ​, ຝັ່ງແຄມ​ແມ່​ນ້ຳ, ທົ່ງ​ນາ, ຈຸ​ດ​ພົ້ນ​ເດັ່ນ​ໃນ​ທິວ​ທັດ​ທີ່​ສວຍ​ງາມ​ນີ້​ແມ່ນ​ລະ​ດູ​ດອກ​ບົວ, ດອກ bombax. ອາ​ກາດ​ປອ​ດ​ໂປ່ງ​ບໍ​ລິ​ສຸດ ແຕກ​ຕ່າງ​ກັນຫຼາຍ​ກັບກິ່ນຄວັນຢູ່​ເຂດ​ຕົວ​ເມືອງ, ແນ່​ນອນ​ວ່າ​ແຫ່ງ​ນີ້​ຈະ​ແມ່ນ​ແດນ​ສະ​ຫວັນສຳ​ລັບຫຼາຍຄົນ.

​ໜອງ​ດົ່ງ​ແຈງ

ພາບ: @q.tranphot
ພາບ: @q.tranphot

ໂດຍນອນ​ຢູ່​ຫ່າງ​ຈາກ​ນະ​ຄອນ​ຮ່າ​ໂນ້ຍ ພຽງ​ແຕ່ 40 ກີ​ໂລ​ແມັດ, ​ໜອງດົ່ງ​ແຈງ ນອນ​ຢູ່​ຕາ​ແສງ ຍວ​ນ​ແຈກ, ເມືອງ​ເລືອງ​ເຊີນ, ແຂວງ​ຮ່​ວາ​ບິ່ງ, ນີ້​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ໃໝ່​ອ່ຽມ ແລະ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກຫຼາຍ​ຄົນ.

​ໂດຍ​ມີ​ຄວາມ​ງານ​ແບບ​ທຳ​ມະ​ຊາດ​ຮົກ​ເຮື້ອ ແຕ່​ຍັງ​ງາມ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ​ໜອງ​ແຫ່ງ​ອື່ນ, ໜອງດົ່ງ​ແຈງ ປະ​ກົດ​ຂຶ້ນ​ດ້ວຍ​ຮູບ​ພາບ​ຂອງ​ໜອງ​ທີ່​ກວ້າງ​ໃຫຍ່ ແລະ ມີ​ສີ​ຟ້າ​ບິກ, ບັນ​ດາ​ສາຍ​ພູ​ທີ່​ຢູ່ສອງຟາກ ຈະ​ເຮັດ​ໃຫ້ທ່ານຫຼົງ​ໄຫຼຈົນບໍ່​ຢາກ​ອອກ​ຈາກ​ເຂດ​ນີ້​.

ມາ​ໜອງ​ດົ່ງ​ແຈງ ທ່ານ​ບໍ່​ຕ້ອງ​ເສຍ​ຄ່າ​ຫຍັງ​ໝົດ, ມີ​ແຕ່​ຂໍ້ເສຍຢູ່​ຈຸດ​ໜຶ່ງ​ນັ້ນ​ແມ່ນ​ຢູ່​ແຫ່ງ​ນີ້​ບໍ່​ມີ​ຕົ້ນ​ໄມ້ ດັ່ງ​ນັ້ນ ຍາມ​ຕອນ​ທ່ຽງ​ແດດຈະ​ຮ້ອນຫຼາຍ ແລະ ຕອນ​ຄ່ຳກໍ່​ມີ​ລົມ​ພັດ​ໜາວ, ເພາະ​ສະ​ນັ້ນ ຖ້າ​ມາ​ແຫ່ງ​ນີ້ຈົ່ງ​ກະ​ກຽມ​ເຄື່ອງ​ຂອງ​ກໍ່​ຄື​ສົ້ງ​ເສື້ອ​ທີ່​ຈຳ​ເປັນ​ເພື່ອ​ມີ​ການ​ລະ​ຫຼິ້ນ​ບັນ​ເທິງ​ທີ່​ດີ​ທີ່​ສຸດ.

ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ
ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ
ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ
ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ
ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ
ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ
ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ
ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ
ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.