ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Bratislava (Slovakia), “ວັນບຸນອາຊີ 2022” ໄດ້ຈັດຂຶ້ນຢ່າງເປັນທາງການພາຍໃຕ້ການສົມທົບຂອງສະຖານທູດ ຫວຽດນາມ ພ້ອມດ້ວຍສະຖານທູດຍີ່ປຸ່ນ, ອິນໂດເນເຊຍ, ຈີນ ແລະ ອຳ ນາດການປົກຄອງນະຄອນ Bratislava. ນີ້ແມ່ນຄັ້ງທີ 4 ທີ່ “ວັນບຸນອາຊີ” ຖືກຈັດຂຶ້ນຢູ່ນະຄອນຫຼວງ Bratislava ເພື່ອແນໃສ່ເຊີດຊູສີສັນວັດທະນະທຳ, ໂຄສະນາການທ່ອງທ່ຽວ ແລະ ອາຫານການກິນອາຊີ ໃຫ້ແກ່ປະຊາຊົນ Slovakia ແລະ ແຂກທ່ອງທ່ຽວສາກົນ.
ເອກອັກຄະລັດຖະທູດບັນດາປະເທດຫວຽດນາມ, ຍີ່ປຸ່ນ, ອິນໂດເນເຊຍ, ຈີນ ຢັ້ງຢືນວ່າ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືກັບ Slovakia ກໍ່ຄືການ ຮ່ວມມືລະຫວ່າງບັນດາປະເທດອາຊີນຳກັນ, ປະກອບສ່ວນສ້າງພາບພົດພາກ ພື້ນອາຊີ ທີ່ສະໜິດສະໜົມ, ພ້ອມແລ້ວທີ່ຈະເປັນເພື່ອນ, ເປັນຄູ່ຮ່ວມມື ທີ່ໄວ້ເນື້ອເຊື່ອໃຈຂອງ Slovakia.
ມີຫຼາຍລາຍການສິລະປະວັນນະຄະດີ, ມວຍທີ່ເປັນເອກະລັກສະເພາະ ຂອງບັນດາປະເທດຍີ່ປຸ່ນ, ອິນໂດເນເຊຍ, ຈີນ ແລະ ຫວຽດນາມ ໄດ້ນຳມາສະແດງໃນວັນບຸນ, ອັນໄດ້ສ້າງຄວາມຈັບອົກຈັບໃຈແກ່ນັກທ່ອງທ່ຽວ ແລະ ປະຊາຊົນປະເທດປະຈຳຖິ່ນ. ນອກຈາກນັ້ນແລ້ວ, ນັກທ່ອງທ່ຽວຍັງໄດ້ຮັບ ຊິມອາຫານພື້ນເມືອງຕ່າງໆຂອງບັນດາປະເທດອາຊີ ກໍ່ຄືມີປະສົບການໃໝ່ທີ່ໜ້າຈື່ຈຳສຳລັບວັດທະນະທຳ, ອາຫານການກິນຫວຽດນາມ.
ບູນມີ