ເຂົ້າສານ ST 25 ແຊບ​ທີ່​ສຸດ​ໃນ​ໂລກ​ຂອງ ຫວຽດ​ນາມ ມີ​ຂາຍ​ຢູ່​ຍີ່​ປຸ່ນ

08:55 | 04/07/2022

ຍ​ສ​ໝ - ທ່ານປະທານ​ກຸ່ມ​ບໍລິສັດ​ການ​ເງິນ​ໂຕ​ກຽວ Kiraboshi, ທັງເປັນ ຜູ້ອຳນວຍການ​ໃຫຍ່​ທະນາຄານ Kiraboshi - ຄູ່​ຮ່ວມ​ມື​ສະໜັບສະໜູນ​ກຸ່ມ​ບໍລິສັດ ເຕິນ​ລອງຂອງ ຫວຽດນາມ ​ໃນ​ການ​ເຂົ້າ​ເຖິງ​ຕະຫຼາດ ຍີ່ປຸ່ນໄດ້ຕີ​ລາຄາ​ສູງ​ຄຸນ​ນະພາ​ບເຂົ້າ​ຂອງ ຫວຽດນາມ ​ແລະ ຖື​ວ່າ: ເຂົ້າ​ປະ​ເພດ​ນີ້​ຈະ​ໄດ້​ຮັບ​ການ​ຊົມ​ໃຊ້​ຢ່າງ​ກວ້າງຂວາງ​ຢູ່​ຕະຫຼາດ ຍີ່ປຸ່ນ.

ອັງ​ກິດ​ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຂອງ ຫວຽດ​ນາມ ອັງ​ກິດ​ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຂອງ ຫວຽດ​ນາມ
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຍີ່​ປຸ່ນ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຍີ່​ປຸ່ນ
ເຂົ້າສານ ST 25 ແຊບ​ທີ່​ສຸດ​ໃນ​ໂລກ​ຂອງ ຫວຽດ​ນາມ ມີ​ຂາຍ​ຢູ່​ຍີ່​ປຸ່ນ
ທ່ານປະທານ​ກຸ່ມ​ບໍລິສັດ​ການ​ເງິນ​ໂຕ​ກຽວ Kiraboshi ແລະ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ຮົ່ງ​ນາມ ປະ​ຈຳ ຍີ່​ປຸ່ນ (ພາບ: VOV)

ເຂົ້າສານ ST 25 ຂອງຫວຽດນາມ ຈຳນວນ 100ໂຕນ ໄດ້ນຳມາວາງຈຳໜ່າຍຢູ່ລະບົບສັບພະສິນຄ້າຍີ່ປຸ່ນ ເພື່ອຮັບໃຊ້ຜູ້ບໍລິໂພກ ຍີ່ປຸ່ນ ກໍ່ຄືຊາວ ຫວຽດນາມ ທີ່ດຳລົງຊີວິດ ແລະ ຮ່ຳຮຽນຢູ່ ຍີ່ປຸ່ນ, ເຂົ້າສານ ST 25 ພວມມີຢູ່ຕະຫຼາດ ຍີ່ປຸ່ນ ແມ່ນການສືບຕໍ່ເຄື່ອນໄຫວສົ່ງອອກໄປຕະຫຼາດທີ່ມີຄຸນນະພາບສູງ. ທ່ານປະທານ​ກຸ່ມ​ບໍລິສັດ​ການ​ເງິນ​ໂຕ​ກຽວ Kiraboshi, ທັງເປັນ ຜູ້ອຳນວຍການ​ໃຫຍ່​ທະນາຄານ Kiraboshi - ຄູ່​ຮ່ວມ​ມື​ສະໜັບສະໜູນ​ກຸ່ມ​ບໍລິສັດ ເຕິນ​ລອງຂອງ ຫວຽດນາມ ​ໃນ​ການ​ເຂົ້າ​ເຖິງ​ຕະຫຼາດ ຍີ່ປຸ່ນໄດ້ຕີ​ລາຄາ​ສູງ​ຄຸນ​ນະພາ​ບເຂົ້າ​ຂອງ ຫວຽດນາມ ​ແລະ ຖື​ວ່າ: ເຂົ້າ​ປະ​ເພດ​ນີ້​ຈະ​ໄດ້​ຮັບ​ການ​ຊົມ​ໃຊ້​ຢ່າງ​ກວ້າງຂວາງ​ຢູ່​ຕະຫຼາດ ຍີ່ປຸ່ນ. ກຸ່ມບໍລິສັດ ເຕິນ​ລອງໄດ້ຮ່ວມມືກັບທະນາຄານ Kiraboshi ແລະບາງຜູ້ນໍາເຂົ້າຈາກຍີ່ປຸ່ນເຊັ່ນ Sun-Tommy, Spice House ເພື່ອສົ່ງອອກເຂົ້າ ST 25 ໄປຍີ່ປຸ່ນ. ນັບ​ແຕ່​ເດືອນ​ມີນາ​ປີ 2022, ກຸ່ມບໍລິສັດ ເຕິນ​​ລອງ​ໄດ້​ສົ່ງ​ອອກ​ເຂົ້າ​ສານ​ຊຸດ​ທຳ​ອິດ​ໄປ​ຍີ່​ປຸ່ນ ​ແລະ ​ໃນ​ເດືອນ​ມິຖຸນາ​ນີ້ ​ຈະ​ໄດ້ວາງຂາຍ​ຢູ່​ຮ້ານ​ສັບພະ​ສິນຄ້າ​ຍີ່ປຸ່ນ. ກຸ່ມບໍລິສັດມີຄວາມສົນໃຈຫຼາຍຕໍ່ຕະຫຼາດຍີ່ປຸ່ນ ແລະ ຈະສຸມໃສ່ການສົ່ງອອກເຂົ້າຍີ່ປຸ່ນ Japonica ຄຽງຂ້າງກັບເຂົ້າ ST 25.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.