ໃນຊຸມເດືອນທ້າຍປີ, ຖ້າມີໂອກາດແວ່ຢາມດ່າລາດ (ເລິມດົ່ງ), ແຂກທ່ອງທ່ຽວບໍ່ຄວນພາດໂອກາດມາຢາມ 3 ລະດູດອກໄມ້ພິເສດພວມບານສະພັ່ງອວດອ້າງສີສັນຄວາມງາມນີ້ໄດ້.
![]() |
ດອກຕາເວັນປ່າ
ດອກຕາເວັນປ່າ ແມ່ນດອກໄມ້ປ່າ ເກີດຂຶ້ນສ່ວນຫຼາຍຢູ່ໄຕງວຽນ ແລະ ຫຼາຍແຂວງພູດອຍທາງທິດເໜືອ. ດ່າລາດເລີ່ມໄດ້ປົກຄຸມດ້ວຍສີເຫຼືອງຂອງດອກໄມ້ຊະນິດນີ້ນັບແຕ່ທ້າຍເດືອນຕຸລາ
![]() |
ດອກຕາເວັນປ່າບານສະພ່ັງໃນໄລຍະ 3 ອາທິດ. ໃນຈຸດເວລານີ້, ແຂກທ່ອງທ່ຽວອາດຈະເຫັນດອກໄມ້ຊະນິດນີ້ຢູ່ຫຼາຍແຫ່ງນັບແຕ່ໃຈກາງຮອດຊານເມືອງ
ຈຸດເວລາເໝາະສົມທີ່ສຸດເພື່ອຖ່າຍຮູບ check-in ກັບດອກຕາເວັນປ່າແມ່ນໄລຍະເວລາ ແຕ່ 9 – 10 ໂມງ, ເມື່ອໝອກເລີ່ມຈາງ ຫຼື ຕອນເວລາ 17 – 18 ໂມງເມື່ອຕາເວັນກຳລັງຕົກ.
ຢູ່ເຂດຊານເມືອງດ່າລາດມັກເຫັນດອກຕາເວັນປ່າຫຼາຍທີ່ສຸດ. ຕາມເສັ້ນທາງໝູ່ບ້ານດອກໄມ້ ວ້ານແທງ - ຕ່ານຸງ - ທາກວອຍ - ລາງບີອາງ ເຕັມໄປດ້ວຍສີເຫຼືອງອາລ່າມ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຂອງຜູ້ຄົນທີ່ມັກໄປທ່ອງທ່ຽວ. ນອກຈາກນັ້ນ, ຈ້າຍມາດ - ເກົ່າດິດ, ຮ່ອມພູຄຳ, ຕູຈາ - ບົ່ງບາຍ… ກໍ່ແມ່ນບັນດາສະຖານທີ່ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວ.
ດອກສະກຸຣະ
ລະດູດອກໄມ້ພິເສດທີ່ບໍ່ອາດບໍ່ເວົ້າເຖິງເມື່ອມາດ່າລາດ ຍາມທ້າຍປີນັ້ນແມ່ນດອກສະກຸຣະ. ເຖິງຢ່າງໃດກໍ່ຕາມ, ໄລຍະດອກໄມ້ບານ ບໍ່ເປັນປົກກະຕິ, ອາດຈະເລີ່ມແຕ່ເດືອນທັນວາ, ແລ້ວແຕ່ຕາມສະພາບອາກາດ.
![]() |
ຢູ່ຫວຽດນາມ ມີບໍ່ຫຼາຍແຫ່ງທີ່ມີດອກໄມ້ຊະນິດນີ້, ດັ່ງນັ້ນ ຍາມດອກໄມ້ຊະນິດນີ້ເບັ່ງບານ ດ່າລາດ ຈະຕ້ອນຮັບແຂກທ່ອງທ່ຽວມາຖ່າຍຮູບເປັນຈຳນວນຫຼາຍ.
ແຂກທ່ອງທ່ຽວອາດຈະເລືອກເວລາຖ່າຍຮູບກັບດອກໄມ້ ໃນຍາມຮຸ່ງເຊົ້າ ຫຼື ຕອນບ່າຍ. ອາກາດໃນຈຸດເວລານັ້ນ ພໍດີຢູ່ ແລະ ແສງກໍ່ດີຫຼາຍ.
ຢູ່ເຂດຊານເມືອງ, ເຫັນດອກສະກຸຣຸຫຼາຍແມ່ນຢູ່ຕາມຖະໜົນແຕ່ ຈ້າຍມາດ ໄປ ເກົ່າເດິດ, ຄ້ອຍ ດາກຸຍ, ລາກເຟືອງ ຫຼື ໜອງ ຕວຽນເລິມ. ເພື່ອສະດວກໃນການເດີນທາງກ່ວາ, ແຂກທ່ອງທ່ຽວກໍ່ສາມາດເລືອກຖ່າຍຮູບພ້ອມກັບດອກໄມ້ສີມ່ວງຢູ່ລຽບຕາມບາງຖະໜົນໃນນະຄອນຄື ຖະໜົນເຈິ່ນຮືງດ້າວ, ລຽບຕາມໜອງຊວັນເຮືອງ.
ຫຍ້າບົວ
![]() |
ຫຍ້າບົວ ຫຼື ໜ້າຫິມະ ແມ່ນປະເພດດອກໄມ້ທີ່ປົ່ງຂຶ້ນເປັນພຸ່ມ. ນັບແຕ່ຕົ້ນເດືອນພະຈິກ ຮອດທ້າຍເດືອນທັນວາ ແມ່ນຈຸດເວລາຫຍ້າບົວເລີ່ມບານສະພັ່ງ. ຫຍ້າຊະນິດນີ້ຍັງປົກຄຸມແຕ່ລະໜ່ວຍພູ, ສ້າງເປັນໜ່ວຍພູຫຍ້າບົວທີ່ສວຍງາມດັ່ງໃນຝັນ.
ໃບຫຍ້າບົວຂ້ອນຂ້າງບາງ, ສາມາດປິວໄປຕາມລົມໄດ້ງ່າຍ. ລະດູຫຍ້າບົວ ບໍ່ແກ່ຍາວ ແຕ່ຄວາມງາມຂອງມັນຍັງເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກຕື່ນເຕັ້ນທີ່ໄດ້ເຫັນ.
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
ບຸນຄົງ