UNFPA ຢັ້ງຢືນຈະສືບຕໍ່ຮ່ວມມືກັບຫວຽດນາມຢ່າງແໜ້ນແຟ້ນ

11:30 | 05/10/2022

ຍສໝ - ທ່ານ ຮ່າກິມຫງອກ ເນັ້ນໜັກວ່າ ເຖິງວ່າບັນລຸໄດ້ໝາກຜົນຫຼາຍຢ່າງ ໃນຂົງເຂດ ປະຊາກອນ ແລະ ການພັດທະນາກໍ່ຕາມ, ແຕ່ຫວຽດນາມ ຍັງ ປະເຊີນໜ້າກັບສິ່ງທ້າທາຍຄື ບັນຫາປະຊາກອນຜູ້ມີອາຍຸສູງເພີ່ມຂຶ້ນ, ຊ່ອງວ່າງລະຫວ່າງຄວາມຮັ່ງມີ-ທຸກຍາກເພີ່ມຂຶ້ນ, ລະບົບການແພດ ຍັງຈໍາກັດຢູ່..

UNFPA ສືບຕໍ່ໜູນຊ່ວຍລັດຖະບານຫວຽດນາມ ປະຕິບັດຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021-2030 UNFPA ສືບຕໍ່ໜູນຊ່ວຍລັດຖະບານຫວຽດນາມ ປະຕິບັດຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021-2030
ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021 ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021

ຫວ່າງແລ້ວນີ້, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ຮ່າກິມຫງອກ ຮອງລັດຖະມົນຕີການຕ່າງປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Bjorn Andersson, ຜູ້ອໍານວຍການຮັບຜິດຊອບ ພາກພື້ນອາຊີ-ປາຊີຟິກ ຂອງກອງທຶນປະຊາກອນ ສປຊ (UNFPA).

UNFPA ຢັ້ງຢືນຈະສືບຕໍ່ຮ່ວມມືກັບຫວຽດນາມຢ່າງແໜ້ນແຟ້ນ
ບັນຍາກາດທີ່ການຕ້ອນຮັບ. ພາບ: thoidai.com.vn
UNFPA ຢັ້ງຢືນຈະສືບຕໍ່ຮ່ວມມືກັບຫວຽດນາມຢ່າງແໜ້ນແຟ້ນ
UNFPA ຢັ້ງຢືນຈະສືບຕໍ່ຮ່ວມມືກັບຫວຽດນາມຢ່າງແໜ້ນແຟ້ນ

ທີ່ການຕ້ອນຮັບ, ທ່ານ ຮ່າກິມຫງອກ ສະແດງຄວາມຊົມຊື່ນ ຍ້ອນວ່າ ລາຍ ການຮ່ວມມືແຫ່ງຊາດ ລະຫວ່າງລັດຖະບານຫວຽດນາມ ແລະ UNFPA ຄັ້ງທີ 10 ໄລຍະ 2022-2025 (CPD10) ໄດ້ຮັບການຮັບຮອງເອົາໃນຕົ້ນປີ 2022 ດ້ວຍບັນດາຂົງເຂດເຄື່ອນໄຫວ ລວມມີ: ສຸຂະພາບແມ່ຍິງເກີດລູກ ແລະ ເພດສຳພັນ; ປະຊາກອນ, ຊາວໜຸ່ມເຍົາວະຊົນ ແລະ ຄວາມສະເໝີລະຫວ່າງຍິງ-ຊາຍ ແລະ ການມອບສິດໃຫ້ແມ່ຍິງ.

ທ່ານ ຮ່າກິມຫງອກ ເນັ້ນໜັກວ່າ ເຖິງວ່າບັນລຸໄດ້ໝາກຜົນຫຼາຍຢ່າງ ໃນຂົງເຂດ ປະຊາກອນ ແລະ ການພັດທະນາກໍ່ຕາມ, ແຕ່ຫວຽດນາມ ຍັງ ປະເຊີນໜ້າກັບສິ່ງທ້າທາຍຄື ບັນຫາປະຊາກອນຜູ້ມີອາຍຸສູງເພີ່ມຂຶ້ນ, ຊ່ອງວ່າງລະຫວ່າງຄວາມຮັ່ງມີ-ທຸກຍາກເພີ່ມຂຶ້ນ, ລະບົບການແພດ ຍັງຈໍາກັດຢູ່... ພິເສດແມ່ນພາຍຫຼັງພະຍາດໂຄວິດ-19. ສະນັ້ນ, ທ່ານ ຮ່າກິມຫງອກ ສະເໜີໃຫ້ UNFPA ສືບຕໍ່ຮ່ວມມື ແລະ ໜູນຊ່ວຍຫວຽດນາມ ໃນໄລຍະຈະມາເຖິງ ເພື່ອປະຕິບັດໂຄງການ CPD10 ໃຫ້ມີປະສິດທິຜົນ.

ສ່ວນທ່ານ Bjorn Andersson ເນັ້ນໜັກເຖິງຄວາມສໍາຄັນ ຂອງການແກ້ໄຂບັນດາບັນຫາກ່ຽວກັບບັນຫາປະຊາກອນຜູ້ມີອາຍຸສູງເພີ່ມຂຶ້ນ, ເພີ່ມທະວີການເບິ່ງແຍງສຸຂະພາບແມ່ຍິງເກີດລູກ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ, ພ້ອມທັງຢັ້ງຢືນຈະສືບຕໍ່ໜູນຊ່ວຍຮ່ວມມື, ຮ່ວມເດີນທາງ ແລະໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດຈຸດສຸມດັ່ງກ່າວ.

ບູນມີ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ