ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ

14:29 | 29/09/2022

ຍສໝ-ດ້ຽນບຽນບໍ່ພຽງແຕ່ມີຊື່ສຽງໂດ່ງດັງໂດຍຜົນງານທາງປະຫວັດສາດ “ດັງກ້ອງກັງວານໄປທົ່ວຫ້າທະວີບ” ເທົ່ານັ້ນ, ຫາກຍັງມີທົ່ງນາໃຫຍ່ທີ່ສຸດຢູ່ເຂດຕາເວັນຕົກສ່ຽງເໜືອອີກດ້ວຍ.

ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຖານທູດລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຖານທູດລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ
ຄວາມຊົງຈໍາທີ່ບໍ່ມີວັນລືມ ຄວາມຊົງຈໍາທີ່ບໍ່ມີວັນລືມ
ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ

ເມື່ອງແທັງ ໄດ້ຂະໜານນາມເປັນທົ່ງນາໃຫຍ່ທີ່ສຸດຢູ່ເຂດຕາເວັນຕົກສ່ຽງເໜືອ. (ພາບ: giaoducthoidai.vn)

ປະໂຫຍກທີ່ເລົ່າປາກຕໍ່ປາກ “ທີ່ໜຶ່ງເມື່ອງແທັງ, ທີ່ສອງເມື່ອງລໍ່, ທີ່ສາມເມື່ອງທານ, ທີ່ສີ່ເມື່ອງເຕິກ” ໄດ້​ຝັງ​ເລິກ​ໃນ​ຈິດ​ສຳ​ນຶກ​ຂອງ​ປະ​ຊາ​ຊົນ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ດ້ວຍ​ຄວາມ​ໝາຍແ​ມ່ນ​ການຕີລາຄາ​ຄວາມ​ກວ້າງ​ໃຫຍ່​ໄພ​ສານ​ຂອງ​ທົ່ງ​ນາ​ແຖວ​ໜ້າ​ໃນ​ພາກ​ພື້ນ.

ໂດຍ​ຕັ້ງ​ຢູ່​ໃນ​ລະດັບ​ຄວາມ​ສູງ​ກວ່າ 400 ​ແມັດ​ຈາກ​ໜ້າ​ນ້ຳ​ທະ​ເລ, ທົ່ງນາເມື່ອງແທັງ​ ມີ​ເນື້ອ​ທີ່ 140 ຕາລາງກິ​ໂລ​ແມັດ, ຄວາມ​ກວ້າງ​ສະ​ເລ່ຍ 6 ກິ​ໂລ​ແມັດ, ລວງຍາວກວ່າ 20 ກິ​ໂລ​ແມັດ. ​ເນື້ອ​ທີ່​ທັງ​ໝົດ​ກວມ​ເອົາ​ຫຼາຍ​ຕາ​ແສງທີ່ຢູ່​ໃນ​ເຂດ​ຮ່ອມພູ​ເຊັ່ນ: ແທັງ​ມິງ, ແທັງ​ເຊືອງ, ແທັງ​ອານ, ໜອງແຮດ, ຊຳ​ມື່ນ, ໜອງ​ຫຼວງ, ແທັງ​ອຽນ, ແທັງ​ຈັນ, ແທັງ​ຮືງ, ແທັງ​ລວງ, ແທັງ​ເນືອ...

ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ

ບັນດາທົ່ງນາທີ່ເປັນຮູບສີ່ແຈສາກໃນທົ່ງນາເມື່ອງແທັງກໍາລັງໄດ້ “ຍ້ອມສີເຫຼືອງ”(ພາບ: giaoducthoidai.vn)

ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ

ຊາວນາ ດ້ຽນບຽນ ພວມຮີບຮ້ອນ​ເກັບ​ກ່ຽວ​ທົ່ງນາ​ທຳ​ອິດທີ່ມີເຂົ້າສຸກຢ່າງ.(ພາບ: giaoducthoidai.vn)

ເຖິງ​ວ່າ​​ມີ​​ຝົນຫຼາຍ, ​ແຕ່​ຊາວນາ​​ຢູ່​ທີ່​ນີ້​ກໍ​ຮູ້ສຶກ​ພາກພູມໃຈ ​ຍ້ອນວ່າລະດູນີ້ອາດຈະໄດ້ຮັບຜົນດີ(ພາບ: giaoducthoidai.vn)

ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ

ອາກາດ​ໃນ​ສອງ​ສາມ​ມື້​ຜ່ານ​ມາ​ນີ້ແດດຮ້ອນຫຼາຍ, ດັ່ງ​ນັ້ນ​ປະຊາຊົນ​ຈຶ່ງ​ສຸມ​ໃສ່​ການ​ເກັບ​ກ່ຽວ​ເຂົ້າ​ໃນ​ຕອນ​ເຊົ້າ ​ຫຼື​ ຕອນ​ແລງ.(ພາບ: giaoducthoidai.vn)

ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ

ຄວາມ​ເບີກບານມ່ວນຊື່ນ ​ໄດ້​ສະແດງຢ່າງຊັດ​ເຈນ​ຢູ່​ເທິງ​ໃບ​ໜ້າ​ຂອງ​ປະຊາຊົນດ້ຽນ​ບຽນ​ ຢູ່​ເຂດ​ທົ່ງ​ນາເມື່ອງແທັງ.(ພາບ: giaoducthoidai.vn)

ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ

ເຂົ້າ​ຖືກ​ມັດ​ໄວ້​ ແລະ ​ຮີບໂຮມປະ​ຢູ່​ຕາມເສັ້ນທາງ​ໃນ​ທົ່ງນາ​ເພື່ອ​ລໍຖ້າ​ລົດ​ມາ​ຂົນໄປ.(ພາບ: giaoducthoidai.vn)

ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ
ແຕ່ລະລະດູການເກັບກ່ຽວກໍມີການໜູນຊ່ວຍຂອງກໍາລັງທະຫານຢູ່ທ້ອງຖິ່ນ.(ພາບ: giaoducthoidai.vn)
ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ

ການ​ໜູນ​ຊ່ວຍ​​ເກັບ​ກ່ຽວ​ເຂົ້ານີ້ສ່ວນຫຼາຍແມ່ນ​ໄດ້​ຮັບ​ບຸລິມະສິດ​​ສໍາລັບ​ບັນດາ​ຄອບຄົວ​ທີ່​ມີ​ຄົນໜ້ອຍ, ມີຄົນເຈັບ​ປ່ວຍ...(ພາບ: giaoducthoidai.vn)

ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ກໍໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ, ດັ່ງ​ນັ້ນ​ ປະຈຸ​ບັນ​ລະບົບ​ການ​ຈະລາຈອນ​ຢູ່ໃນທົ່ງນາ​ແຫ່ງ​ນີ້​ລ້ວນ​ແຕ່​ໄດ້​ສ້າງ​ເປັນ​ເບຕົງຫມົດ, ສ້າງ​ຄວາມ​ສະດວກ​ສະບາຍ​ໃຫ້​ແກ່​ປະຊາຊົນ.(ພາບ: giaoducthoidai.vn)

ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ

ການປາກົດຕົວຂອງເຄື່ອງຈັກທີ່ທັນສະໄຫມໄດ້ເຮັດໃຫ້ການເກັບກ່ຽວຂອງປະຊາຊົນໄດ້ດໍາເນີນຢ່າງວອງໄວ ແລະ ສະດວກກວ່າ.(ພາບ: giaoducthoidai.vn)

ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ

ການ​ຜັນຂະຫຍາຍຮູບການທົ່ງນາໃຊ້ແນວ​ພັນ​ດຽວ​ ໄດ້ເຮັດໃຫ້ປະສິດທິພາບ​ ແລະ ຄຸນ​ນະ​ພາບຂອງ​ເຂົ້າ​ຢູ່ທົ່ງນາເມື່ອງແທັງນັບມື້ນັບໄດ້ຍົກສູງຂຶ້ນ.(ພາບ: giaoducthoidai.vn)

ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ

ພ້ອມກັບເນື້ອທີ່ກວ້າງໃຫຍ່, ອາກາດສະດວກສະບາຍ ແລະ ໄດ້ຮັບການປ້ານຂອງແມ່ນໍ້າເນີ້ມໂຣມທີ່ອຸດົມດີ, ສະຖານທີ່ແຫ່ງນີ້ “ກໍາມະສິດ” ຍີ່ຫໍ້ເຂົ້າສານທີ່ມີຊື່ສຽງ ເຊິ່ງຖືກປຽບເໝືອນກັບ “ໄຂ່ມຸກແຫ່ງສະຫວັນ”.(ພາບ: giaoducthoidai.vn)

ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ

“​ນົກ​ຍາງ​ບິນ​” ຢູ່​ທົ່ງ​ນາ​ເມື່ອງ​​ແທັງ.(ພາບ: giaoducthoidai.vn)

ຫອມມາລາ

ເຫດການ
302 Found

Found

The document has moved here.