ຄວາມຊົງຈໍາທີ່ບໍ່ມີວັນລືມ

06:07 | 27/09/2022

ຍສໝ - ມື້ໜຶ່ງໃນຕົ້ນປີ 1980, ພວກຂ້າພະເຈົ້າໄດ້ຂຶ້ນເຮືອບິນບິນຈາກນະຄອນຫຼວງວຽງຈັນ ລາວ ເຖິງ ຫວຽດນາມ. ຜູ້ໂດຍສານທັງຍິງ ແລະ ຊາຍ ລ້ວນແຕ່ເປັນພະນັກງານຫຼັກແຫຼ່ງມາຈາກທຸກຂະແໜງການ, ທຸກເຂດແຂວງໃນທົ່ວປະເທດຊຶ່ງໄດ້ຮັບການຄັດເລືອກໃຫ້ໄປສຶກສາຮ່ຳຮຽນຕໍ່, ເພື່ອເປົ້າໝາຍກໍ່ສ້າງເປັນພະນັກງານສືບທອດ.

ນັກສຶກສາລາວ ແລະ ຄວາມຊົງຈຳວັນບຸນປີໃໝ່ທີ່ອົບອຸ່ນໃນບ້ານເກີດເມືອງນອນແຫ່ງທີສອງ ນັກສຶກສາລາວ ແລະ ຄວາມຊົງຈຳວັນບຸນປີໃໝ່ທີ່ອົບອຸ່ນໃນບ້ານເກີດເມືອງນອນແຫ່ງທີສອງ
ຮູບ​ເງົາ “ມ່ຽນກີ໊ອຶກ (ເຂດພາກແຫ່ງຄວາມຊົງຈໍາ)” ຂອງ​ຫວຽດ​ນາມ ເລີ່ມ​ສາຍ​ຢູ່​ເຢຍ​ລະ​ມັນ ຮູບ​ເງົາ “ມ່ຽນກີ໊ອຶກ (ເຂດພາກແຫ່ງຄວາມຊົງຈໍາ)” ຂອງ​ຫວຽດ​ນາມ ເລີ່ມ​ສາຍ​ຢູ່​ເຢຍ​ລະ​ມັນ
ນັກສຶກສາລາວໃນຊົ່ວໂມງເພີ່ມພູນຜະລິດຜົນ. (ພາບ: ເອກະສານໂຮງຮຽນມິດຕະພາບ T78)
ນັກສຶກສາລາວໃນຊົ່ວໂມງເພີ່ມພູນຜະລິດຜົນ. (ພາບ: ເອກະສານໂຮງຮຽນມິດຕະພາບ T78)

ພວກຂ້າພະເຈົ້າໄດ້ຮຽນຢູ່ໂຮງຮຽນທີ່ສ້າງໃໝ່ ຢູ່ ຟຸກທໍ້, ຮ່າໂນ້ຍ. ໂຮງຮຽນຕັ້ງຢູ່ແຄມທາງຫຼວງ, ອ້ອມລ້ອມໄປດ້ວຍທົ່ງນາ ແລະ ຖັດຈາກນັ້ນແມ່ນບ້ານເຮືອນປະຊາຊົນ.

ຢູ່ພາຍໃນກໍາແພງມີເຮືອນຕຶກ, ເຮືອນກໍ່ສອງຊັ້ນ, ຊັ້ນດຽວຫຼາຍຫຼັງ, ຫຼາຍສີສັນໂອ່ໂຖງ, ສະອາດ, ມີເດີ່ນອອກກຳລັງກາຍ, ບ່ອນຫຼິ້ນກິລາ ແລະ ບັນດາພື້ນຖານວັດຖຸອື່ນໆມີໄວ້ຕ້ອນຮັບພວກຂ້າພະເຈົ້າ.

ຕະຫຼອດໄລຍະສຶກສາຮໍ່າຮຽນຢູ່ນັ້ນ, ພວກຂ້າພະເຈົ້າກໍໄດ້ຮັບການເອົາໃສ່ເບິ່ງແຍງຈາກຄູອາຈານ, ຄະນະອໍານວຍການ ແລະ ປະຊາຊົນຫວຽດນາມ, ອັນໄດ້ສ້າງເງື່ອນໄຂ, ອໍານວຍຄວາມສະດວກເພື່ອຍົກລະດັບຄວາມຮັບຮູ້ໃໝ່ໃຫ້ພວກຂ້າພະເຈົ້າ, ເຖິງວ່າສະໄໝນັ້ນສະພາບເສດຖະກິດຢູ່ຫວຽດນາມພົບຄວາມຫຍຸ້ງຍາກຫຼາຍ, ມັນໄດ້ສົ່ງຜົນກະທົບຕໍ່ການເຄື່ອນໄຫວໄປ - ມາບໍ່ສະດວກ, ແຕ່ຄວາມຮັກແພງ, ຄວາມຜູກພັນ ລະຫວ່າງ ພວກຂ້າພະເຈົ້າ ກັບ ຄູອາຈານ, ຄະນະອໍານວຍການ, ພະນັກງານ - ລັດຖະກອນ ແລະ ປະຊາຊົນຫວຽດນາມແມ່ນເລິກເຊິ່ງ, ເວລາໃດກໍຮູ້ສຶກວ່າມີຄວາມອົບອຸ່ນ, ມີຄວາມສຸກຄືກັນກັບ ຢູ່ ໃນຄອບຄົວດຽວກັນ.

ຜ່ານການສູ້ຊົນ, ບຸກບືນຕັ້ງໜ້າສຶກສາຮໍ່າຮຽນຫຼາຍປີຈົນຈົບ, ເມື່ອສອບເສັງຈົບຊັ້ນແລ້ວກໍໄດ້ອໍາລາຈາກຄະນະອໍານວຍການ, ຄູອາຈານຍົກຍ້າຍໄປໂຮງຮຽນແຫ່ງໃໝ່ ເອີ້ນວ່າ: ໂຮງຮຽນ ຫງວຽນອ້າຍກວັກ 10 (ດົ່ງດາ - ຮ່າໂນ້ຍ), ພວກຂ້າພະເຈົ້າໄດ້ພາກັນກ່າວຂອບໃຈ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ພວກເພິ່ນດ້ວຍຄວາມພູມໃຈ ແລະ ຄິດຮອດຄິດເຖິງ.

ຜ່ານການສຶກສາຮໍ່າຮຽນ ແລະ ດໍາລົງຊີວິດ ຢູ່ ຫວຽດນາມຫຼາຍປີ, ພວກຂ້າພະເຈົ້າຍັງໄດ້ຮຽນຮູ້ປະຫວັດສາດ, ຈິດຕະສາດ, ວິທະຍາສາດ ແລະ ວັດທະນະທຳຂອງຊາວຫວຽດນາມຢ່າງເລິກເຊິ່ງ. ຍ້ອນມີຄວາມຮັກແພງລື້ງເຄີຍ, ໄປມາຫາສູ່ ແລະ ນິໄສໃຈຄໍຄ້າຍຄືກັນຈຶ່ງມີໝູ່ເພື່ອນຫຼາຍຄົນກາຍເປັນລູກຮັກ, ອ້າຍຮັກ, ນ້ອງຮັກກັບຫຼາຍຄອບຄົວຊາວຫວຽດນາມ.

ຄວາມຮັກ, ຄວາມຜູກພັນອັນຈົບງາມດັ່ງກ່າວໄດ້ປະກອບສ່ວນທີ່ສຳຄັນເຂົ້າໃນການປົກປັກຮັກສາ ແລະ ເສີມສ້າງມິດຕະພາບຄວາມສາມັກຄີແບບພິເສດຂອງສອງຊາດລາວ - ຫວຽດນາມ ໃຫ້ຍືນຍົງຄົງຕົວຕະຫຼອດກາລະນານ.

ເມື່ອເຖິງກາງປີ 1987, ຫຼັງຈາກສໍາເລັດການສຶກສາ ແລະ ສອບເສັງໄດ້ໃບປະກາດຈົບຊັ້ນແລ້ວ, ພວກຂ້າພະເຈົ້າກໍໄດ້ກັບຄືນມາສູ່ປະເທດຊາດ, ໃນເວລາອໍາລາຈາກກໍປ່ຽມລົ້ນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບແຫ່ງຄວາມຫ່ວງໃຍ, ຄິດຮອດຄິດເຖິງກັນກັບຄູອາຈານ, ພະນັກງານ ແລະ ປະຊາຊົນຫວຽດນາມ ຫາສິ່ງປຽບບໍ່ໄດ້.

ນັບແຕ່ນັ້ນມາ, ດົນໆໄດ້ພົບພໍ້ກັນໃນເວລາໄປປະຕິບັດໜ້າທີ່, ພົບພໍ້ກັນໃນເວລາມີບຸນ, ມີງານກໍມັກຈະເວົ້າເຖິງຄູອາຈານ, ເວົ້າເຖິງປະຊາຊົນຫວຽດນາມ, ເວົ້າເຖິງການດໍາລົງຊີວິດ ແລະ ຫວນຄືນທຸກບ່ອນທຸກທີ່ໆໄປເຖິງ, ບັນດາຮູບພາບອັນຈົບງາມທີ່ຜ່ານມາ, ເວລາໃດກໍ່ຍັງຝັງໃຈຢູ່ບໍ່ມີວັນລືມ.

ໃນປີ 2012 ແລະ ປີ 2016, ພວກຂ້າພະເຈົ້າໄດ້ເຊື້ອເຊີນຄູອາຈານມາຢາມ ສປປ ລາວ ແລະ ໄດ້ໃຫ້ການຕ້ອນຮັບ, ນໍາທ່ຽວຢ່າງສົມກຽດ; ປີ 2018 ກໍໄດ້ຈັດຕັ້ງກັນໄປຢາມຄູອາຈານ ແລະ ໂຮງຮຽນເກົ່າ ຢູ່ ຫວຽດນາມ, ທຸກຄັ້ງທີ່ພົບພໍ້ກັນແມ່ນເຕັມໄປດ້ວຍຄວາມຕື່ນເຕັ້ນ, ດີອົກດີໃຈ ແລະ ມິດຕະພາບອັນດູດດື່ມ.

ເມື່ອມາເຖິງຈຸດນີ້, ຈຶ່ງສະຫຼຸບໄດ້ວ່າການທີ່ພັກ ແລະ ລັດຖະບານຫວຽດນາມ ໄດ້ທຸ່ມເທກໍ່ສ້າງພວກຂ້າພະເຈົ້າເປັນພະນັກງານສືບທອດນັ້ນແມ່ນເກີດດອກອອກຜົນ, ຈະເລີນງອກງາມ, ມີຫຼາຍສະຫາຍໄດ້ກາຍເປັນພະນັກງານນໍາພາຄຸ້ມຄອງຂັ້ນສູງທີ່ມີຄວາມຮູ້, ຄວາມສາມາດ, ສັງກັດຢູ່ແຕ່ລະຂະແໜງການຂອງຂັ້ນສູນກາງ ແລະ ທ້ອງຖິ່ນ ຊຶ່ງເປັນກໍາມະການສູນກາງພັກ, ເປັນຮອງປະທານສະພາແຫ່ງຊາດ, ລັດຖະມົນຕີ - ຮອງລັດຖະມົນຕີ, ເປັນເຈົ້າແຂວງ - ຮອງເຈົ້າແຂວງ, ເຈົ້າເມືອງ - ຮອງເຈົ້າເມືອງ, ເປັນຫົວໜ້າ- ຮອງຫົວໜ້າກົມ, ເປັນຄູອາຈານ, ເປັນນັກຄົ້ນຄວ້າ, ເປັນນັກທຸລະກິດ... ຕໍ່ບຸນຄຸນ ແລະ ຄຸນງາມຄວາມດີອັນປະເສີດດັ່ງກ່າວ, ພວກຂ້າພະເຈົ້າຈະຂໍຈົດຈໍາໄວ້ຢ່າງບໍ່ມີວັນລືມ.

ຄໍາໃບ ດຳລັດ

ເຫດການ