ກອງປະຊຸມລັດຖະບານ ປະຈຳເດືອນມັງກອນ 2020

11:30 | 24/01/2020

ກອງ​ປະ­ຊຸມ​ລັດ­ຖະ­ບານ​ສະ­ໄໝ​ສາ­ມັນ ປະ­ຈຳ​ເດືອນ​ມັງ­ກອນ 2020 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 22-23 ມັງ­ກອນ​ນີ້ ທີ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ມີ​ບັນ­ດາ​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ແລະ ສະ­ມາ­ຊິກ​ລັດ­ຖະ­ບານ​ທ່ານ​ອື່ນໆ ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ກອງປະຊຸມລັດຖະບານ ປະຈຳເດືອນມັງກອນ 2020

​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ

ກອງ​ປະ­ຊຸມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຫຍໍ້​ຈາກ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ ກ່ຽວ​ກັບ​ສະ­ພາບ​ພົ້ນ​ເດັ່ນ​ຂອງ​ພາກ​ພື້ນ ແລະ ສາ­ກົນ ການ​ສົ່ງ­ເສີມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ຂອງ​ປະ­ຊາ­ຊົນ ການ​ເຝົ້າ​ລະ­ວັງ​ພະ­ຍາດ​ຕິດ­ແປດ​ຕ່າງໆ ອັດ­ຕາ​ແລກ­ປ່ຽນ​ເງິນ­ຕາ ແລະ ການ​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ ສະ­ພາບ​ການ​ປ່ຽນ­ແປງ​ຂອງ​ສະ­ພາບ​ດິນ​ຟ້າ​ອາ­ກາດ ແລະ ສະ­ພາບ​ຫາງ​ສຽງ​ສັງ­ຄົມ ຕໍ່​ບັນ­ຫາ​ດັ່ງ­ກ່າວ ກອງ​ປະ­ຊຸມ​ໄດ້​ພ້ອມ​ກັນ​ຄົ້ນ­ຄວ້າ ແລະ ມີ​ຄວາມ​ເປັນ​ເອ­ກະ​ພາບ​ສູງ ເພື່ອ​ກຳ­ນົດ​ມາດ​ຕະ­ການ​ແກ້​ໄຂ ເປັນ­ຕົ້ນ: ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ ເອົາ­ໃຈ­ໃສ່​ເພີ່ມ​ທະ­ວີ​ຄວາມ​ເປັນ​ເຈົ້າ​ການ ຕິດ­ຕາມ​ສະ­ພາບ​ປາ­ກົດ­ການ​ຫຍໍ້­ທໍ້​ທາງ​ສັງ­ຄົມ ປຸ້ນ​ຈີ້ ຊີງ​ຊັບ ຂີ້­ລັກ ງັດ​ແງະ ການ​ລັກ­ລອບ​ຄ້າ­ຂາຍ​ສິ່ງ​ຜິດ​ກົດ­ໝາຍ ການ​ເກີດ​ອຸ­ບັດ­ເຫດ​ຕາມ​ຖະ­ໜົນ ແລະ ອັກ­ຄີ​ໄພ​ທີ່​ອາດ​ເກີດ​ຂຶ້ນ ພ້ອມ​ທັງ​ກຳ­ນົດ​ມາດ​ຕະ­ການ ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ຕ່າງໆ ໃຫ້​ເຂັ້ມ​ງວດ ເດັດ­ຂາດ ແລະ ທັນ​ການ.

ໃຫ້​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ສົມ­ທົບ​ກັບ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ສືບ­ຕໍ່​ຊຸກ­ຍູ້ ແລະ ສົ່ງ­ເສີມ​ການ​ຜະ­ລິດ​ສິນ­ຄ້າ​ພາຍ​ໃນ ໂດຍ​ສະ­ເພາະ ແມ່ນ​ສິນ­ຄ້າ​ປະ­ເພດ​ສະ­ບຽງ​ອາ­ຫານ ໃຫ້​ສາ­ມາດ​ຕອບ​ສະ­ໜອງ​ພຽງ­ພໍ​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ ພ້ອມ​ທັງ​ວາງ​ມາດ​ຕະ­ການ​ໃນ​ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ສິນ­ຄ້າ ອຸ­ປະ­ໂພກ-ບໍ­ລິ­ໂພກ ການ​ກຳ­ນົດ​ລາ­ຄາ​ສິນ­ຄ້າ​ໃນ​ຕະ­ຫຼາດ​ໃຫ້​ມີ​ຄວາມ​ເໝາະ​ສົມ ແລະ ສົມ​ເຫດ​ສົມ​ຜົນ ເດັດ­ຂາດ ບໍ່​ໃຫ້​ມີ​ການ​ສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ​ສິນ­ຄ້າ ໂດຍ​ສະ­ເພາະ ໃນ​ໄລ­ຍະ​ເທ​ສະ­ການ​ຕ່າງໆ.

ພ້ອມ​ນີ້ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ຕິດ­ຕາມ​ເຝົ້າ​ລະ­ວັງ ແລະ ສະ­ກັດ​ກັ້ນ​ການ​ລະ­ບາດ ຂອງ​ພະ­ຍາດ​ທາງ​ເດີນ​ຫາຍ­ໃຈ ໄວ​ຣັດ​ຊະ­ນິດ​ໃໝ່ ພ້ອມ​ທັງ​ແຈ້ງ​ເຕືອນ ແນະ­ນຳ​ໃຫ້​ປະ­ຊາ­ຊົນ​ຮັບ​ຊາບ ແລະ ເຂົ້າ­ໃຈ​ເຖິງ​ວິ­ທີ​ປ້ອງ​ກັນ.

ກອງ​ປະ­ຊຸມ​ໄດ້​ພິ­ຈາ­ລະ­ນາ ແລະ ເຫັນ​ດີ​ຮັບ­ຮອງ​ເອົາ​ຮ່າງ​ດຳ­ລັດ ວ່າ​ດ້ວຍ​ກອງ​ທຶນ​ສົ່ງ­ເສີມ ແລະ ພັດ­ທະ­ນາ​ພະ­ລັງ­ງານ​ຊົນ­ນະ­ບົດ ກອງ​ປະ­ຊຸມ​ໄດ້​ເຫັນ​ດີ​ດ້ານ​ຫຼັກ­ການ ຮັບ­ຮອງ​ເອົາ​ຮ່າງ​ດຳ­ລັດ​ສະ­ບັບ​ດັ່ງ­ກ່າວ ແລະ ໄດ້​ຊີ້​ນຳ​ໃຫ້​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ສົມ­ທົບ​ກັບ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ປັບ­ປຸງ​ຕື່ມ​ຕາມ​ການ​ປະ­ກອບ​ຄຳ​ເຫັນ​ຂອງ​ສະ­ມາ­ຊິກ​ລັດ­ຖະ­ບານ ເປັນ­ຕົ້ນ ບາງ​ເນື້ອ​ໃນ​ຂອງ​ບາງ​ມາດ­ຕາ​ໃຫ້​ຄົບ​ຖ້ວນ ລະ­ອຽດ ຈະ­ແຈ້ງ ຮັດ­ກຸມ ແລະ ແທດ​ຕົວ​ຈິງ ໂດຍ​ສະ­ເພາະ ແຫຼ່ງ​ລາຍ​ຮັບ ແລະ ການ​ນຳ​ໃຊ້​ກອງ​ທຶນ​ສົ່ງ­ເສີມ ແລະ ພັດ­ທະ­ນາ​ພະ­ລັງ­ງານ ການ​ຄຸ້ມ​ຄອງ​ບໍ­ລິ­ຫານ​ກອງ​ທຶນ​ສົ່ງ­ເສີມ ແລະ ພັດ­ທະ­ນາ​ພະ­ລັງ­ງານ ການ​ເປີດ​ບັນ­ຊີ ການ​ກວດ​ສອບ ແລະ ການ​ລາຍ​ງານ ແລະ​ອື່ນໆ.

ໃນ​ຕອນ​ທ້າຍ​ຂອງ​ກອງ​ປະ­ຊຸມ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຊີ້​ນຳ​ໃຫ້​ຄະ­ນະ​ລັດ­ຖະ­ບານ​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຈຸດ​ສຸມ ປີ 2020 ຈຳ­ນວນ​ໜຶ່ງ​ຕື່ມ​ອີກ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.