ຊາຍຄາມິດຕະພາບຂອງນັກສຶກສາລາວ ຢູ່ນະຄອນໂຮ່ຈີມິນ

14:00 | 18/08/2022

ຍສໝ - ເກືອບ 20 ປີ​ມາ​ນີ້, ຫໍ​ພັກ​ນັກ​ສຶກ​ສາ​ລາວ ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ກາຍ​ເປັນ​ຊາຍ​ຄາ​ລວມ​ຂອງ​ນັກ​ສຶກ​ສາ​ລາວ​ຫຼາຍ​ລຸ້ນ​ຄົນ, ເປັນ​ບ່ອນ​ສະໜິດຕິດພັນ​ປະຊາຄົມນັກ​ສຶກ​ສາ ລາວ ກັບ​ຊາວ​ນະ​ຄອນ, ພິ​ເສດ​ແມ່ນ​ລຸ້ນ​ໜຸ່ມ​ຢູ່​ຫວຽດ​ນາມ.

ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່ ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່
World Vision ຫວຽດນາມ ໄດ້ໃຫ້ການສະໜັບສະໜູນເປັນເງິນສົດໃຫ້ແກ່ເດັກກຳພ້າ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ World Vision ຫວຽດນາມ ໄດ້ໃຫ້ການສະໜັບສະໜູນເປັນເງິນສົດໃຫ້ແກ່ເດັກກຳພ້າ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ

ການ​ເຊື່ອມ​ໂຍງ​ດ້ານ​ວັດ​ທະ​ນະ​ທຳ, ອຸ​ທິດກໍາລັງແຮງ​ໜຸ່ມ

​ບຸນໄຫວ້ພະຈັນ 2022, ນັກ​ສຶກສາ​ສາກົນ​ລາວ ​ໄດ້​ມີເວລາທີ່ເບີກບານມ່ວນຊື່ນ, ​ ​ອົບ​ອຸ່ນ​ໃນ​ລາຍການ “ບຸນໄຫວ້ພະຈັນມິດຕະພາບ” ​ໂດຍ​ຫໍ​ພັກ​ນັກ​ສຶກສາ​ລາວ ຢູ່ນະຄອນ​ໂຮ່ຈີ​ມິນ ສົມທົບ​ກັບ​ສະມາຄົມ​ນັກ​ສຶກສາມະຫາວິທະຍາໄລສ້າງຄູ​ນະຄອນ ​ໂຮ່ຈີ​ມິນ ຈັດຕັ້ງ.

​ເຂົ້າ​ຮ່ວມ​ລາຍການ, ພວກນ້ອງ​ໄດ້​ມີ​ໂອກາດ​ຊອກ​ຮູ້​ກ່ຽວ​ກັບ​ຕົ້ນ​ກຳ​ເນີ​ດ ​ແລະ ຄວາມ​ໝາຍ​ຂອງ​ບຸນໄຫວ້ພະຈັນ​ຢູ່ ຫວຽດນາມ, ​ພົບປະແລກປ່ຽນຊອກຮູ້​ບັນດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ຂອງສອງປະ​ເທດ, ລົງຕົວຈິງການ​ເຮັດ​ໂຄມ​ໄຟ ​ແລະ ແຫ່​ໂຄມ​ໄຟນຳກັນ.

ຊາຍຄາມິດຕະພາບຂອງນັກສຶກສາລາວ ຢູ່ນະຄອນໂຮ່ຈີມິນ
ນັກສຶກສາລາວມ່ວນຊື່ນບຸນໄຫວ້ພະຈັນທີ່ຫໍພັກນັກສຶກສາລາວ ຢູ່ ນະຄອນໂຮ່ຈີມິນ (ພາບ: ແທງຫຍາ).

ການດໍາລົງຊີວິດຢູ່ໃນຫໍພັກ, ນັກສຶກສາລາວ ຖືວ່າ ນີ້ເປັນບ້ານແຫ່ງ ທີສອງຂອງເຂົາເຈົ້າ. ​ໃນໜຶ່ງ​ວັນ​ອາທິດ​ຂອງທຸກ​ເດືອນ​, ນັກສຶກສາ​ໄດ້​ທຳ​ຄວາມ​ສະອາດ​ທົ່ວ​ຫໍ​ພັກ, ເກັບມ້ຽນອະນາໄມຫ້ອງນອນ, ບັນດາເຂດດໍາລົງຊີວິດສາທາລະນະ... ​ເພື່ອ​ປ້ອງ​ກັນ​ພະຍາດ​ໄຂ້​ເລືອດ​ອອກ...

ແຕ່ລະຫ້ອງຂອງນັກສຶກສາລາວ, ທາງຫໍພັກນັກສຶກສາຍັງໄດ້ມອບຜັກຂຽວສອງຊະນິດ ແລະ ດິນເພື່ອໃຫ້ບົວລະບັດ, ປະກອບສ່ວນເພີ່ມພື້ນທີ່ສີຂຽວໃນຫໍພັກ ແລະ ສະໜອງແຫຼ່ງຜັກສະອາດ ເພື່ອປຸງແຕ່ງອາຫານປະຈໍາວັນໃຫ້ພວກນ້ອງ.

ນັກສຶກສາລາວ ກໍ່ມີຄວາມກະຕືລືລົ້ນເຊື່ອມໂຍງເຂົ້າກັບໄວໜຸ່ມນະຄອນໂຮ່ຈີມິນ ເມື່ອເຂົ້າຮ່ວມບັນດາໂຄງການ ແລະ ຂະບວນການອາສາສະໝັກລະດູແລ້ງ. ເດືອນ​ກໍ​ລະ​ກົດ​ຜ່ານ​ມາ, ນັກ​ສຶກ​ສາ​ລາວ 28 ຄົນ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນ​ການ​ອາ​ສາ​ສະ​ໝັກ​​ລະດູ​ແລ້ງສີ​ຂຽວ​ຢ່າງ​ກະ​ຕື​ລື​ລົ້ນ​ຢູ່​ຕາ​ແສງ ເຍິນ​ດຶກ, ເມືອງ​ຍ່າ​ແບ່. ເຂົາເຈົ້າເຫັນວ່ານີ້ແມ່ນໂອກາດເພື່ອປະກອບສ່ວນກໍາລັງແຮງໜຸ່ມອຸທິດໃຫ້ແກ່ປະຊາຄົມ, ພ້ອມດຽວກັນນັ້ນກໍ່ແມ່ນສະພາບແວດລ້ອມເພື່ອພົບປະແລກປ່ຽນປະສົບການ, ຍົກສູງທັກສະທີ່ຈຳເປັນໃນເວລາຮຽນຢູ່ນະຄອນ. ຜ່ານ​ນັ້ນ, ກໍປະກອບສ່ວນ​ແນະນຳ​ພາບ​ພົດ​ອັນ​ດີງາມ​ຂອງ​ນັກສຶກສາລາວ ເຖິງ​ປະຊາຊົນ, ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ​ເວົ້າ​ສະ​ເພາະ ​ແລະ ທົ່ວ​ປະ​ເທດເວົ້າລວມ.

​ເມື່ອ​ໃສ່​ເສື້ອ​ສີຟ້າ​ຂອງ​ຄະນະ​ຊາວ​ໜຸ່ມ ຫວຽດນາມ ​ເພື່ອ​ຮ່ວມ​ແຮງຮ່ວມໃຈ​ໃນ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ, Khaphone Bouathiphan (ມະຫາວິທະຍາ​ໄລ​ເສດຖະກິດ ​ນະຄອນ ​ໂຮ່ຈີ​ມິນ) ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າດີ​ໃຈ​ທີ່​ສຸດ ​ເພາະວ່າ ຂ້າພະ​ເຈົ້າ​ບໍ່​ພຽງ​ແຕ່​ສາມາດ​ຮຽນ​ຮູ້​ຄວາມ​ຮູ້​ທີ່​ເປັນ​ປະ​ໂຫຍ​ດຕໍ່​ວຽກ​ງານ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້ປະຕິບັດບັນດາການເດີນທາງໄປແຫຼ່ງຕົ້ນກໍາເນີດ, ​ຊອກຮູ້ກ່ຽວກັບປູສະນີຍະສະຖານປະຫວັດສາດ... ຄືເປັນລູກຫຼານຂອງນະຄອນ. ພາຍຫຼັງຮຽນຈົບແລ້ວ, ສິ່ງທີ່ນຳມາກັບບ້ານແມ່ນບົດວິທະຍານິພົນປະລິນຍາໂທກ່ຽວກັບການ ຄົ້ນຄວ້າ, ສະເໜີມາດຕະການຈັດຕັ້ງວຽກງານການເງິນໃຫ້ຄະນະຊາວໜຸ່ມແຂວງ ຈໍາປາສັກ ຢ່າງມີປະສິດທິຜົນ, ກ່ອນອື່ນໝົດແມ່ນຄວາມຮັກແພງທີ່ສະຫງວນ ໃຫ້ປະຊາຊົນ ແລະ ຜືນແຜ່ນດິນແຫ່ງນີ້. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຈະ​ມີ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ເພື່ອ​ກັບ​ຄືນ​ເມືອ​ນະ​ຄອນ ໂຮ່​ຈີ​ມິນ ປະຕິບັດງານ ກໍ່ຄື​ຕ້ອນ​ຮັບ​ຄະ​ນະປະຕິບັດ​ງານນະ​ຄອນ ໂຮ່​ຈີ​ມິນ ມາ​ປະ​ເທດ​ລາວ.”

ຊາຍຄາມິດຕະພາບ

ຫໍ​ພັກ​ນັກ​ສຶກສາ​ລາວ ນະຄອນ ​ໂຮ່ຈີ​ມິນ ບໍ່​ພຽງ​ແຕ່​ໜູນ​ຊ່ວຍ​ການ​ຮ່ຳຮຽນ ​ແລະ ບ່ອນ​ພັກ​ໃຫ້​ນັກ​ສຶກສາ​ເທົ່າ​ນັ້ນ ຫາກ​ຍັງ​ມຸ່ງ​ໄປ​ເຖິງ​ການສ້າງສາຍ​ພົວພັນ​ສະໜິດຕິດພັນ ​ແລະ ການພົບປະ​ແລກປ່ຽນຄຸນຄ່າ​ວັດທະນະທຳ, ປະຫວັດສາດ​ຂອງ​ໄວໜຸ່ມ​ຫວຽດນາມ - ລາວ. ນັບ​ແຕ່ເມື່ອ​ສ້າງ​ຕັ້ງ​ມາຮອດປະຈຸບັນ, ຫໍ​ພັກ​ນັກສຶກສາ ຍັງໄດ້​ຈັດ​ຕັ້ງ​ການ​ເດີນ​ທາງ​ຄົ້ນຫາ ແລະ ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ກ່ອນ​ອື່ນ​ໝົດ​ແມ່ນ​​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ເຂດປູສະ ນີຍະສະຖານປະ​ຫວັດ​ສາດ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ພວກນ້ອງນ້ອຍ​ໄດ້​ຄົ້ນພົບ​ໂຄງການ “ຄອບຄົວ​ຫວຽດນາມກັບ​ນັກຮຽນ​ລາວ ​ແລະ ກຳປູ​ເຈຍ” ໂດຍ ​ຄະນະ​ຊາວ​ໜຸ່ມນະຄອນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຢູ່​ນະຄອນ ​ໂຮ່ຈີ​ມິນ ປະຕິບັດ; ພ້ອມກັບຄູອາຈານ ແລະ ໝູ່ເພື່ອນຕ້ອນຮັບບຸນປີໃໝ່ປະຈຳຊາດ…

ໃນໄລຍະໂລກລະບາດພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນ, ຄະນະຄຸມຄອງຫໍພັກໄດ້ເບິ່ງແຍງດູແລ ແລະ ຫນູນຊ່ວຍບັນດາສິ່ງຂອງປະຈໍາໃຫ້ພວກນ້ອງນັກສຶກສາ. ໂດຍແບ່ງປັນກັບນັກຂ່າວກ່ຽວກັບເວລາ 1 ປີກ່ອນ, Meksouly Silatikoun, ນັກສຶກສາຂະແໜງການແພດມະຫາວິທະຍາໄລແພດສາດ ຟ້າມງອກແທັກ ໃຫ້ຮູ້ວ່າ: ພ້ອມກັບຄວາມຮຽກຮ້ອງຕ້ອງການແຍກຫ່າງທາງສັງຄົມໃນທົ່ວ ນະຄອນ, ບັນຍາກາດຢູ່ຫໍພັກນັກສຶກສາລາວ (ເມືອງ 3) ຍາມໃດກໍ່ເຄັ່ງຕຶງ ແລະ ງຽບ.

ທຸກໆມື້, ພວກນ້ອງເຂົ້າເວັບໄຊຂອງກະຊວງສາທາລະນະສຸກເພື່ອຕິດຕາມ ສະຖານະການໂລກລະບາດ. ​ໃນ​ເວລາ​ທີ່​ທົ່ວ​ນະຄອນ​ມີ​ຈຳນວນ​ຜູ້​ຕິດ​ເຊື້ອ​ ແລະ​ຜູ້​ເສຍ​ຊີວິດ​​ເພີ່ມ​ຂຶ້ນສູງ, ພວກນ້ອງ​ບໍ່​ພຽງ​ແຕ່​ເປັນ​ຫ່ວງ​ຕົນ​ເອງ, ໝູ່​ເພື່ອນ, ​ແລະ ຊາວ​ນະຄອນ​ເທົ່າ​ນັ້ນ, ຫາກ​ຍັງ​ຮູ້ສຶກ​ເປັນຫ່ວງເປັນໃຍ​ເມື່ອ​ຄິດ​ເຖິງ​ຄອບຄົວ​ຢູ່ບ້ານເກີດເມືອງນອນ. ເຖິງຢ່າງໃດກໍ່ຕາມ, ຄະນະຄຸ້ມຄອງຫໍພັກນັກ ສຶກສາ ກໍມີຫຼາຍກິດຈະກໍາທີ່ເພີ່ມທະວີການປະສານຕອບຮັບທາງອອນໄລ, ໃນ fanpage, ກຸ່ມ. ທຸກໆອາທິດ, ນັກສຶກສາເຂົ້າຮ່ວມການແຂ່ງຂັນບັນທຶກຄລິບກິດຈະກໍາກິລາ ກາຍະກໍາຂອງຕົນ ເພື່ອລົງໃນກຸ່ມ, ໃຜມີໄດ້ຮັບການກົດ "like" ຫຼາຍທີ່ສຸດຈະໄດ້ ຮັບລາງວັນ. ຍ້ອນແນວນັ້ນ, ພວກເຂົາກໍ່ມີຄວາມຫ້າວຫັນໃນການອອກ ກໍາລັງກາຍຫຼິ້ນກິລາຫຼາຍຂຶ້ນ ແລະ ບັນຍາກາດໃນຫໍພັກນັກສຶກສາ ກໍ່ຄຶກຄື້ນຂຶ້ນ.

ສ່ວນອະດີດນັກສຶກສາລາວ Sisouvong Malivankham ຍັງຈື່ຈຳຄວາມຊົງຈຳອັນ ດີງາມໃນໄລຍະດໍາລົງຊີວິດ ແລະ ຮ່ຳຮຽນຢູ່ນະຄອນໂຮ່ຈີມິນ ໂດຍສະເພາະການເບິ່ງແຍງດູແລຂອງອ້າຍເອື້ອຍຄຸ້ມຄອງຢູ່ຫໍພັກນັກສຶກສາລາວ ດ້ວຍຄວາມຮັກແພງອັນອົບອຸ່ນຂອງໝູ່ເພື່ອນຮ່ວມຫວຽດນາມ ແລະ ປະຊາຊົນນະຄອນ ໂຮ່ຈີມິນ.

Sisouvong ເລົ່າ​ວ່າ, ເມື່ອ​ມາ​ຮຽນ​ຢູ່​ນະ​ຄອນ​ໂຮ່​ຈິີມິນ, ລາວບໍ່ມີຄວາມກ້າຫານ ແລະ ຈຳກັດການ​ພົວ​ພັນ​ກັບ​ຄົນ​ແປກ​ໜ້າ ​ຍ້ອນ​ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ພາ​ສາ ແລະ ວັດ​ທະ​ນະ​ທຳ.

ຍ້ອນ​ການ​ເອົາ​ໃຈ​ໃສ່ ​ແລະ ໜູນຊ່ວຍ​ຢ່າງ​ທັນ​ການຂອງອ້າຍເອື້ອຍຄຸ້ມຄອງຢູ່ ຫໍພັກນັກສຶກສາ, Sisouvong ຄ່ອຍໆ​ມີ​ຄວາມ​ໝັ້ນ​ໃຈ ​ແລະ ເປັນເຈົ້າການ​ເຂົ້າ​ຮ່ວມ​ຫຼາຍ​ໂຄງການ ​ແລະ ກິດຈະກຳ​ຕ່າງໆສຳລັບ​ນັກສຶກສາຢູ່​ໂຮງຮຽນ ​ແລະ ຫໍພັກນັກສຶກສາ ​ເພື່ອ​ຝຶກ​ຝົນຫຼໍ່ຫຼອມທັກສະໃນ​ຊີວິດ ​ແລະ ເປີດກວ້າງສາຍ​ພົວພັນ​ທາງສັງຄົມ.

Siouvong ເວົ້າວ່າ“ຈາກ​ນັກ​ສຶກ​ສາ​ສາ​ກົນ​ຫນຸ່ມ​ທີ່​ຂີ້​ອາຍ, ຖ່ອມ​ຕົວ, ຂ້າ​ພະ​ເຈົ້າ​ໄດ້​ເຕີບ​ໃຫຍ່, ມີ​ຄວາມ​ໝັ້ນ​ໃຈ ແລະ ດຳ​ລົງ​ຊີ​ວິດ​ຢ່າງ​ແຂງ​ແຮງ​ໃນ​ສະ​ພາບ​ແວດ​ລ້ອມ​ໃໝ່; ສະດວກໃນການຮຽນສໍາເລັດຫຼັກສູດຂອງມະຫາວິທະຍາໄລ. ທຸກສິ່ງທຸກຢ່າງ ລ້ວນ​ແຕ່ຍ້ອນມີການ​ດູ​ແລ, ຄວາມ​ເອົາ​ໃຈ​ໃສ່​ຂອງ​ທຸກ​ຂັ້ນ, ຂະ​ແໜງ​ການ, ການ​ຮ່ວມເດີນທາງ ​ແລະ ການ​ຊ່ວຍ​ເຫຼືອ​ຂອງ​ຄະນະ​ຄຸ້ມຄອງ​ຫໍ​ພັກນັກສຶກສາ, ​ເພື່ອນ​ມິດ​ຫວຽດນາມ ​ແລະ ປະຊາຊົນນະຄອນໂຮ່ຈີມິນ ​ທີ່ໃກ້ຊິດສະໜິດສະໜົມ ​ແລະ ຮັກແພງແຂກຄົນ. ໃນຕະຫຼອດໄລຍະສີ່ປີທີ່ຂ້າພະເຈົ້າດໍາລົງຊີວິດຢູ່ທີ່ນີ້, ນະຄອນ ແລະ ຫໍພັກນັກສຶກສາໄດ້ກາຍເປັນບ້ານແຫ່ງທີສອງຂອງຂ້າພະເຈົ້າ”.

ບູນມີ

ເຫດການ
302 Found

Found

The document has moved here.