ການພົວພັນ ລາວ-ຫວຽດນາມ ຈະຫັນໄປສູ່ໜ້າປະຫວັດສາດໃໝ່ທີ່ສວຍສົດງົດງາມ, ແທດຈິງ ແລະ ມີປະສິດທິຜົນກວ່າເກົ່າ

10:15 | 28/08/2022

ຍສໝ - ນັ້ນແມ່ນການຕີລາຄາໄທີ່ສຳຄັນຂອງທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໃນການຕອບສໍາພາດນັກຂ່າວຂອງວາລະສານ ຍຸກສະໄໝ ກ່ຽວກັບການພົວພັນມິດຕະພາບລະຫວ່າງສອງປະເທດໃນອະນາຄົດ.

ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະກຳປູເຈຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະກຳປູເຈຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ
ນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນຢ່າງວ່ອງໄວ, ມີປະສິດທິຜົນ ແລະ ແທດຈິງ ນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນຢ່າງວ່ອງໄວ, ມີປະສິດທິຜົນ ແລະ ແທດຈິງ

ຮຽນທ່ານເອກອັກຄະລັດຖະທູດ, ຮຽນສະເໜີທ່ານໃຫ້ຮູ້ກ່ຽວກັບບັນດາຜົນງານອັນພົ້ນເດັ່ນໃນສາຍພົວພັນມິດຕະພາບ ລາວ - ຫວຽດນາມ ໃນໄລຍະ 60 ປີ ຜ່ານມາ?

- ລາວ - ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ, ປະຊາຊົນສອງຊາດໄດ້ຮ່ວມດື່ມນໍ້າຈາກແມ່ນໍ້າຂອງ, ພ້ອມກັນອີງຫຼັງໃສ່ສາຍພູຫຼວງທີ່ຍິ່ງໃຫຍ່, ຮ່ວມແບ່ງທຸກແບ່ງສຸກນຳກັນເປັນເວລາຫຼາຍທົດສະວັດໃນໄລຍະແຫ່ງການຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາປະເທດຊາດຂອງສອງປະເທດ. ສາຍພົວພັນດັ່ງກ່າວໄດ້ເລີ່ມມາຈາກການຮ່ວມເສຍສະຫຼະເລືອດເນື້ອ, ເຫື່ອແຮງຂອງບັນດານັກຮົບປະຕິວັດ, ປະຊາຊົນສອງຊາດທີ່ໄດ້ຮ່ວມກັນຄຽງບ່າຄຽງໄຫຼ່ຮ່ວມທຸກຮ່ວມສຸກ, ຮ່ວມກັນສູ້ຮົບ, ພ້ອມກັນຕີເອົາຊະນະສັດຕູ ຊຶ່ງໄດ້ຜ່ານການທົດສອບນາໆປະການຈົນໄດ້ກາຍມາເປັນສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງ, ຫາໄດ້ຍາກໃນການພົວພັນສາກົນ, ເປັນສາຍພົວພັນທີ່ມີໜຶ່ງບໍ່ມີສອງໃນໂລກ.

ເຫດການສອງປະເທດສ້າງຕັ້ງສາຍພົວພັນການທູດຢ່າງເປັນທາງການ ໃນວັນທີ 5 ກັນຍາ 1962 ແລະ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງ ປະເທດ ໃນວັນທີ 18 ກໍລະກົດ 1977 ນັ້ນມັນໄດ້ກາຍເປັນຂີດໝາຍອັນສຳຄັນ ເປັນການເປີດສັກກະຫຼາດໃໝ່ໃຫ້ແກ່ການພົວພັນຮ່ວມມືຂອງສອງປະເທດ.

ໃນໄລຍະຜ່ານມາ, ເຖິງວ່າສະພາບການພາກພື້ນ ແລະ ສາກົນມີການປ່ຽນແປງຫຼາຍຢ່າງ, ແຕ່ສາຍພົວພັນອັນບໍລິສຸດຜຸດຜ່ອງລະຫວ່າງສອງຊາດລາວ-ຫວຽດນາມ ບໍ່ພຽງແຕ່ບໍ່ຈືດຈາງ ແຕ່ຍິ່ງໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກ, ນັບມື້ມີປະສິດທິຜົນ ແລະ ນຳເອົາຜົນປະໂຫຍດຕົວແຈິງມາໃຫ້ແກ່ປະຊາຊົນສອງຊາດໃນທຸກຂົງເຂດ ເຊັ່ນ: ທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ...

ການພົວພັນ ລາວ-ຫວຽດນາມ ຈະຫັນໄປສູ່ໜ້າປະຫວັດສາດໃໝ່ທີ່ສວຍສົດງົດງາມ, ແທດຈິງ ແລະ ມີປະສິດທິຜົນກວ່າເກົ່າ

ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ (ພາບ: Olam Chanthavilay).

ການລົງທຶນຂອງຫວຽດນາມຢູ່ລາວ ແມ່ນນອນໃນແຖວໜ້າຂອງບັນດາປະເທດທີ່ມີການລົງທຶນຢູ່ລາວ. ຈຳນວນນັກຮຽນ, ນັກສຶກສາຂອງລາວ ໄປສຶກສາຮໍ່າຮຽນຢູ່ຫວຽດນາມນັບມື້ນັບເພີ່ມຂຶ້ນ. ໄດ້ມີລູກຫຼານປະຊາຊົນລາວ ຈໍານວນບໍ່ໜ້ອຍທີ່ສຶກສາຮໍ່າຮຽນຢູ່ບັນດາສະຖາບັນການສຶກສາຂອງຫວຽດນາມ ເຊິ່ງໄດ້ຮັບການເອົາໃຈໃສ່ອົບຮົມ, ສິດສອນຈາກຄູອາຈານຫວຽດນາມເປັນຢ່າງດີ. ສິ່ງດັ່ງກ່າວນີ້, ກໍເປັນທຶນຮອນອັນປະເສີດໃຫ້ແກ່ ສປປ ລາວ ຂອງພວກຂ້າພະເຈົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະໃໝ່.

ຕາມຄວາມຄິດເຫັນຂອງທ່ານ, ການພົວພັນຮ່ວມມືລະຫວ່າງປະຊາຊົນສອງປະເທດໃນປັດຈຸບັນໄດ້ຜັນຂະຫຍາຍຢູ່ໃນຂົງເຂດໃດເປັນຕົ້ນຕໍ?

- ຕາມຄວາມຄິດເຫັນຂອງຂ້າພະເຈົ້າເຫັນວ່າຢູ່ໃນໂລກມີຫຼາຍປະເທດທີ່ມີສາຍພົວພັນອັນເປັນມູນເຊື້ອທີ່ອັນດີງາມ, ແຕ່ບໍ່ມີສາຍພົວພັນໃດທີ່ຈະພິເສດຄືດັ່ງສາຍພົວພັນລະຫວ່າງສອງພັກ, ສອງລັດ, ພິເສດແມ່ນຄວາມສະໜິດສະໜົມຖານອ້າຍນ້ອງລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີມາແຕ່ດຶກດຳບັນຈົນກາຍເປັນປັດໄຈອັນສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຊາດ. ປະຊາຊົນສອງຊາດໄດ້ຮ່ວມກັນຄຽງບ່າຄຽງໄຫຼ່ກັບບັນດານັກຮົບປະຕິວັດຂອງ ລາວ-ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດເມື່ອກ່ອນ ກໍຄືໃນສະໄໝປົກປັກຮັກສາໝາກຜົນການປະຕິວັດ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ການເສີມຂະຫຍາຍ “ການທູດປະຊາຊົນ” ກໍເປັນໜຶ່ງໃນສາມເສົາຄໍ້າທີ່ສຳຄັນທີ່ສຸດໃນການເສີມຂະຫຍາຍພົວພັນຂອງສອງປະເທດ. ໃນຕໍ່ໜ້າ, ສອງປະເທດມີແຜນການຮັດແໜ້ນຄວາມຮັກແພງລະຫວ່າງປະຊາຊົນສອງຊາດ ໂດຍການໃຫ້ນັກຮຽນ, ນັກສຶກສາລາວທີ່ມາສຶກສາ, ຮໍ່າຮຽນ ຢູ່ ສສ ຫວຽດນາມ ມີພໍ່ຮັກ-ແມ່ຮັກ. ຫຼັງຈາກນັ້ນ ຈະສ້າງໂອກາດໃຫ້ຄອບຄົວພໍ່ຮັກ-ແມ່ຮັກຂອງນັກຮຽນ,ນັກສຶກສາເຫຼົ່ານັ້ນ ໄປຢ້ຽມຢາມ ແລະ ພົບປະກັບພໍ່ແມ່ຄີງ, ກໍເພື່ອໃຫ້ເຂົາເຈົ້າໄດ້ເຂົ້າໃຈກວ່າອີກກ່ຽວກັບວັດທະນະທໍາ, ວິຖີການດຳລົງຊີວິດເຊິ່ງກັນ ແລະ ກັນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລາວ-ຫວຽດນາມ.

ທ່ານເອກອັກຄະລັດຖະທູດຕີລາຄາແນວໃດຕໍ່ກັບທ່າແຮງ ແລະ ຄວາມສາມາດບົ່ມຊ້ອນດ້ານການທູດປະຊາຊົນລະຫວ່າງສອງປະເທດໃນໄລຍະຈະມາເຖິງ? ແລະແຜນນະໂຍບາຍ, ທັດສະນະ ແລະ ວິທີແກ້ໄຂໂດຍພື້ນຖານ ເພື່ອການພັດທະນາສາຍພົວພັນນີ້?

- ປີ 2022, ເປັນປີທີ່ສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ (5/9/1962 - 5/9/2022) ແລະ ຍັງເປັນການສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຄົບຮອບ 45 ປີ (18/7/1977 - 18/7/2022). ພິເສດ, ນັບແຕ່ສອງປະເທດ ໄດ້ຮ່ວມກັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ແຕ່ປີ 1977 ນັ້ນໄດ້ຖືເປັນຂີດໝາຍອັນສຳຄັນໃນການພົວພັນລະຫວ່າງສອງປະເທດ.

ໃນຕະຫຼອດໄລຍະ 45 ປີຜ່ານມາ, ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ.

ພິເສດ ໃນໄລຍະ 35 ກວ່າປີຜ່ານມາ, ສອງປະເທດໄດ້ດຳເນີນພາລະກິດປ່ຽນແປງໃໝ່, ການຮ່ວມມືດ້ານຕ່າງໆນັບມື້ນັບມີປະສິດທິຜົນ, ພວມນໍາຜົນປະໂຫຍດຕົວແຈິງມາໃຫ້ແກ່ສອງຝ່າຍ.

ຂ້າພະເຈົ້າຖືວ່າໃນຕໍ່ໜ້ານີ້ການພົວພັນການທູດ ລາວ-ຫວຽດນາມ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ສວຍສົດງົດງາມຕະຫຼອດໄປ. ພິເສດ, ການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ໃນປີ 2022 ຈະເປັນໂອກາດເພື່ອເຮັດໃຫ້ຄົນຮຸ້ນຫນຸ່ມຂອງສອງຊາດ ລາວ - ຫວຽດນາມ ໄດ້ເຂົ້າໃຈເຖິງມິດຕະພາບອັນຍິ່ງໃຫຍ່, ຄວາມສະໜິດສະໜົມລະຫວ່າງສອງຊາດພວກເຮົາ ເພື່ອສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ. ນອກຈາກນັ້ນ, ສອງປະເທດຕ້ອງເພີ່ມທະວີການຮ່ວມມືຢູ່ໃນເວທີພາກພື້ນ ແລະ ສາກົນ ເພື່ອຮັບປະກັນຜົນປະໂຫຍດຂອງສອງຊາດພວກເຮົາ.

ການພົວພັນ ລາວ-ຫວຽດນາມ ຈະຫັນໄປສູ່ໜ້າປະຫວັດສາດໃໝ່ທີ່ສວຍສົດງົດງາມ, ແທດຈິງ ແລະ ມີປະສິດທິຜົນກວ່າເກົ່າ

ລາຍການສະເຫຼີມສະຫຼອງ 60 ປີວັນສ້າງຕັ້ງສາຍພົວພັນການທູດ ແລະ 45 ປີວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ - ລາວ. ພາບ: KT

ສະເໜີທ່ານເອກອັກຄະລັດຖະທູດໃຫ້ຮູ້ບັນດາການເຄື່ອນໄຫວທີ່ສຳຄັນຂອງລາວເນື່ອງໃນໂອກາດການສະເຫຼີມສະຫຼອງວັນສ້າງຕັ້້ງການພົວພັນການທູດຫວຽດນາມ - ລາວ ຄົບ ຮອບ 60 ປີ ແລະ ເນື້ອໃນຂອງການເຄື່ອນໄຫວເຫຼົ່ານັ້ນ ມີຫຍັງແດ່?

- ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ, ການນໍາພັກ, ລັດ ສປປ ລາວ ໄດ້ເປັນເອກະພາບຮ່ວມກັບການນໍາພັກ, ລັດ ສສ ຫວຽດນາມ ກຳນົດເອົາປີ 2022 ເປັນ “ປີສາມັກຄີມິດຕະພາບ” ແລະ ພ້ອມກັນເປີດປີສາມັກຄີຂຶ້ນໃນວັນທີ 8 ມັງກອນ 2022.

ພາຍຫຼັງພິທີເປີດປີສາມັກຄີມິດຕະພາບແລ້ວ, ທັງສອງຝ່າຍກໍໄດ້ມີຫຼາຍກິດຈະກໍາ ເພື່ອຮ່ວມກັນສະເຫຼີມສະຫຼອງສອງວັນປະຫວັດສາດ ດັ່ງກ່າວ, ສຳລັບຢູ່ເບື້ອງລາວ ກໍໄດ້ມີການຈັດກິດຈະກໍາ ແຕ່ຂັ້ນສູນກາງ, ບັນດາກະຊວງ, ອົງການຕະຫຼອດຮອດທ້ອງຖິ່ນຢ່າງເປັນຂະບວນຟົດຟື້ນ, ການຈັດກິດຈະກໍາເຫຼົ່ານັ້ນ ລ້ວນແຕ່ເປັນການໂຄສະນາ, ເຜີຍແຜ່ ແລະ ຍົກສູງຈິດສຳນຶກໃຫ້ແກ່ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະເພື່ອໃຫ້ຊາວໜຸ່ມມີຄວາມຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ເພື່ອພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນດັ່ງກ່າວໃຫ້ຈະເລີນງອກງາມຕະຫຼອດໄປ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນອັນປະເສີດມາຍັງຄະນະຜູ້ນຳຂອງ ວາລະສານ ຍຸກສະໄໝ ແລະ ທ່ານຜູ້ອ່ານທັງຫຼາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ເຮັດສຳເລັດໜ້າທີ່ອັນສູງສົ່ງຂອງຕົນ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ - ລາວ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ຂໍຂອບໃຈທ່ານ!

ຫອມມາລາ

ເຫດການ
302 Found

Found

The document has moved here.