ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະກຳປູເຈຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ

11:30 | 11/08/2022

ຕອນບ່າຍວັນທີ 9 ສິງຫາ, ຢູ່ທໍານຽບປະທານປະເທດ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Hun Manet, ຮອງຜູ້ບັນຊາການສູງສຸດທັງເປັນຜູ້ບັນຊາການທະຫານບົກກອງທັບລາດຊະວົງກໍາປູເຈຍ, ກໍາມະການຄະນະປະຈຳສູນກາງພັກປະຊາຊົນກໍາປູເຈຍ (CPP) ພວມມີການຢ້ຽມຢາມຫວຽດນາມ.

ນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນຢ່າງວ່ອງໄວ, ມີປະສິດທິຜົນ ແລະ ແທດຈິງ ນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນຢ່າງວ່ອງໄວ, ມີປະສິດທິຜົນ ແລະ ແທດຈິງ
ນຳການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ ນຳການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບທ່ານພົນເອກ Hun Manet. ພາບ: ສໍານັກຂ່າວສານຫວຽດນາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບທ່ານພົນເອກ Hun Manet. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ຫງວຽນຊວນຟຸກ ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານທີ່ປະຊາຊົນກຳປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ, ພາຍໃຕ້ການປົກຄອງຢ່າງສະຫຼາດສ່ອງໃສຂອງພະມະຫາກະສັດ Norodom Sihamoni ແລະການຄຸ້ມຄອງຢ່າງມີປະສິດທິຜົນຂອງລັດຖະບານລາດຊະວົງ ໂດຍທ່ານນາຍົກລັດຖະມົນຕີ Hun Sen ນຳໜ້າ; ທ່ານ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ລາຊະອານາຈັກກຳປູເຈຍ ຈະສືບຕໍ່ບັນລຸໄດ້ຜົນງານທີ່ສຳຄັນຫຼາຍຢ່າງຢູ່ພາຍໃນ ແລະຕ່າງປະເທດໃນໄລຍະຈະມາເຖິງ, ດໍາລົງຕໍາແໜ່ງປະທານອາຊຽນໃນປີ 2022 ແລະຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດໃນປີ 2023 ໃຫ້ປະສົບຜົນສຳເລັດ.

ທ່ານພົນເອກ Hun Manet ຊົມເຊີຍບັນດາຜົນງານສຳຄັນທີ່ປະຊາຊົນຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາພາຍໃຕ້ການນຳພາຢ່າງສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ໂດຍສະເພາະແມ່ນໃນການຮັບມືກັບພະຍາດໂຄວິດ-19, ຟື້ນຟູ ແລະພັດທະນາເສດຖະກິດ - ສັງຄົມ, ຈັດຕັ້ງ ຊີເກມ ຄັ້ງທີ 31 ສໍາເລັດຜົນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ແລະທ່ານພົນເອກ Hun Manet ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຮ່ວມມືຮອບດ້ານຫວຽດນາມ - ກຳປູເຈຍ ໃນໄລຍະມໍ່ໆມານີ້, ພິເສດແມ່ນເລື່ອງສອງຝ່າຍມານະພະຍາຍາມຮັກສາການພົບປະ ແລະແລກປ່ຽນຂັ້ນສູງເປັນປະຈໍາໃນທຸກສາຍ; ສົມທົບກັນຈັດຕັ້ງການເຄື່ອນໄຫວສຳຄັນຫຼາຍຢ່າງໃນ “ປີມິດຕະພາບຫວຽດນາມ - ກຳປູເຈຍ 2022” ສຳເລັດຜົນ; ການຄ້າສອງຝ່າຍຮັກສາທ່າພັດທະນາຢ່າງຕັ້ງໜ້າ, ວົງເງິນການຄ້າສອງສົ້ນໃນ 6 ເດືອນຕົ້ນປີ 2022 ບັນລຸ 6,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ສອງຝ່າຍຕີລາຄາສູງບັນດາໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາ, ກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ; ປາດຖະໜາຢາກໃຫ້ການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດສືບຕໍ່ພັດທະນາຢ່າງແຮງ, ນັບມື້ນັບເຂົ້າສູ່ລວງເລິກ, ຫຼາຍຮູບຫຼາຍແບບໃນທຸກຂົງເຂດ, ບັນລຸໄດ້ປະສິດທິຜົນສູງ, ແທດຈິງ, ເພື່ອສັນຕິພາບ, ສະຖຽນລະພາບ, ເອກະລາດ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງແຕ່ລະປະເທດ.

ກອ​ງ​ທັບ​

ເບິ່ງເພີ່ມເຕີມໃນ: ຂ່າວ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.