ນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນຢ່າງວ່ອງໄວ, ມີປະສິດທິຜົນ ແລະ ແທດຈິງ

08:42 | 09/08/2022

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ວິວັດການຫັນເປັນດີຈີຕອນຢູ່ ຫວຽດນາມ ພວມຖືກດຳເນີນຢ່າງແຮງ, ເລິກເຊິ່ງ, ກ້ວາງຂວາງ. ການຫັນເປັນດີຈີຕອນ ແມ່ນແຜນນະໂຍບາຍ, ການກຳນົດທິດໃຫຍ່ຂອງ ພັກ ແລະ ລັດ, ແມ່ນວຽກງານຕ້ອງປະຕິບັດຢ່າງເປັນປະຈຳ, ຕ້ອງຕິດຕາມ, ຕີລາຄາ, ຊຸກຍູ້, ຊີ້ນຳຢ່າງຕໍ່ເນື່ອງ ແລະ ໃກ້ຊິດ...

ນຳການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ ນຳການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ
ຫວຽດນາມ - ກໍາປູເຈຍ: ນາຍົກລັດຖະມົນຕີ Hun Sen ແລະ ວິ​ວັດ​ການໂຄ່ນລົ້ມລະບອບ​ດັບ​ສົນ​ເຊື້ອ​ຊາດ Pol Pot ຫວຽດນາມ - ກໍາປູເຈຍ: ນາຍົກລັດຖະມົນຕີ Hun Sen ແລະ ວິ​ວັດ​ການໂຄ່ນລົ້ມລະບອບ​ດັບ​ສົນ​ເຊື້ອ​ຊາດ Pol Pot
ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການເພື່ອຕີລາຄາໝາກຜົນແຫ່ງການຫັນເປັນດີຈີຕອນໃນ 6 ເດືອນຕົ້ນປີ 2022 (ພາບ: Dương Giang/TTXVN)
ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການເພື່ອຕີລາຄາໝາກຜົນແຫ່ງການຫັນເປັນດີຈີຕອນໃນ 6 ເດືອນຕົ້ນປີ 2022 (ພາບ: Dương Giang/TTXVN)

ຕອນເຊົ້າວັນທີ 8 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ເປັນປະທານກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການເພື່ອຕີລາຄາໝາກຜົນແຫ່ງການຫັນເປັນດີຈີຕອນໃນ 6 ເດືອນຕົ້ນປີ 2022 ແລະ ກຳນົດບັນດາທິດທາງມາດຕະການ, ໜ້າທີ່ຫັນເປັນດີຈີຕອນໃນໄລຍະຈະມາເຖິງ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ວິວັດການຫັນເປັນດີຈີຕອນຢູ່ ຫວຽດນາມ ພວມຖືກດຳເນີນຢ່າງແຮງ, ເລິກເຊິ່ງ, ກ້ວາງຂວາງ. ການຫັນເປັນດີຈີຕອນ ແມ່ນແຜນນະໂຍບາຍ, ການກຳນົດທິດໃຫຍ່ຂອງ ພັກ ແລະ ລັດ, ແມ່ນວຽກງານຕ້ອງປະຕິບັດຢ່າງເປັນປະຈຳ, ຕ້ອງຕິດຕາມ, ຕີລາຄາ, ຊຸກຍູ້, ຊີ້ນຳຢ່າງຕໍ່ເນື່ອງ ແລະ ໃກ້ຊິດ, ຕ້ອງຜັນຂະຫຍາຍຢ່າງຂ້ຽວຂາດ. ຫວຽດນາມ ຄວນຍູ້ແຮງການຫັນເປັນດີຈີຕອນຢ່າງວ່ອງໄວ, ມີປະສິດທິຜົນ ແລະ ແທດຈິງ. ຜູ້ນຳລັດຖະບານ ຊີ້ແຈ້ງໜ້າທີ່ຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນຕ້ອງຊີ້ນຳ, ຈັດຕັ້ງການປະຕິບັດບັນດາແຜນນະໂຍບາຍ, ກົນໄກ, ນະໂຍບາຍເພື່ອແນໃສ່ຊຸກຍູ້ວິວັດການຫັນເປັນດີຈີຕອນລະດັບຊາດ, ຕິດພັນກັບການປະຕິຮູບການບໍລິຫານຢ່າງແໜ້ນແຟ້ນ; ສ້າງສາ, ພັດທະນາລັດຖະບານ ເອເລັກໂຕນິກ, ລັດຖະບານ ດີຈີຕອນ, ເສດຖະກິດ ດີຈີຕອນ, ສັງຄົມດີຈີຕອນ ແລະ ຕົວເມືອງອັດສະລິຍະ; ສ້າງຄວາມສະດວກໃຫ້ແກ່ການຜັນຂະຫຍາຍການປະຕິວັດອຸດສາຫະກຳຄັ້ງທີ 4 ຢູ່ ຫວຽດນາມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.