ການແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022

08:09 | 12/09/2022

ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ, ຄະນະກຳມະການຮ່ວມມືລາວ - ຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳ ລາວ ຈັດຕັ້ງການແຂ່ງຂັນກິລາມິດຕະພາບ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ - ຫວຽດນາມ 2022.

ຫວຽດນາມ ແມ່ນສະຖານທີ່ເຊິ່ງນັກທ່ອງທ່ຽວກຳປູເຈຍ ນິຍົມທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ຫວຽດນາມ ແມ່ນສະຖານທີ່ເຊິ່ງນັກທ່ອງທ່ຽວກຳປູເຈຍ ນິຍົມທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້
ຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງ Kanagawa (ຍີ່ປຸ່ນ) ຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງ Kanagawa (ຍີ່ປຸ່ນ)
ທ່ານ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ເຂົ້າຮ່ວມການແຂ່ງຂັນກິລາ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ເຂົ້າຮ່ວມການແຂ່ງຂັນກິລາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການແຂ່ງຂັນກິລາ, ສະຫາຍ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ ໃຫ້ຮູ້ວ່າ ການແຂ່ງຂັນກິລາມິດຕະພາບແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022. ສະຫາຍລັດຖະມົນຕີ ຢືນຢັນວ່າ: ນອກຈາກການແຂ່ງຂັນກິລາແລ້ວ, ນີ້ຍັງແມ່ນໂອກາດເພື່ອໃຫ້ພະນັກງານ, ລັດຖະກອນຂອງສອງປະເທດພົບປະແລກປ່ຽນ, ຊອກຮູ້ ແລະໂອ້ລົມສົນທະນານຳກັນ, ຊ່ວຍໃຫ້ການປະສານສົມທົບກໍ່ຄືການຊ່ວຍເຫຼືອກັນ ເພື່ອປະຕິບັດສໍາເລັດໜ້າທີ່ເຮັດວຽກ.

ສະຫາຍຍັງຕີລາຄາສູງການພົວພັນຮ່ວມມືລະຫວ່າງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະສະຖານທູດຫວຽດນາມ ປະຈຳ ລາວ ໃນໄລຍະທີ່ຜ່ານມາ, ພິເສດແມ່ນໃນປີສາມັກຄີມິດຕະພາບ 2022, ສອງຝ່າຍໄດ້ມີການເຄື່ອນໄຫວຫຼາຍຢ່າງ ເພື່ອພ້ອມກັນແກ້ໄຂຄວາມຫຍຸ້ງຍາກໃນໂຄງການລົງທຶນຂອງຫວຽດນາມ ຢູ່ລາວ, ປະກອບສ່ວນປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.

ໃນບົດກ່າວປາໄສຂອງຕົນ, ທ່ານ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຢືນຢັນວ່າ ໂດຍແມ່ນສອງອົງການເສນາທິການຂອງ 2 ພັກ ແລະ 2 ລັດ, ຄະນະກຳມະການຮ່ວມມືລາວ - ຫວຽດນາມ ແລະສະຖານທູດຫວຽດນາມ ປະຈຳ ລາວ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງສະດວກ, ຊ່ວຍໃຫ້ວິສາຫະກິດສອງປະເທດນັບມື້ນັບພັດທະນາ ແລະບັນລຸໄດ້ໝາກຜົນຫຼາຍກວ່າອີກ. ທ່ານເອກອັກຄະລັດຖະທູດຫວັງວ່າການແຂ່ງຂັນກິລາມື້ນີ້ຈະແມ່ນອະນຸສອນທີ່ດີໃຫ້ນັກກິລາແຕ່ລະຄົນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.