ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະປະກາດປຶ້ມປົກຂາວປ້ອງກັນຊາດຫວຽດນາມ ຢູ່ກໍາປູເຈຍ

06:53 | 19/12/2019

ຍສໝ​ - ຕອນຄໍ່າວັນທີ 16 ທັນວາ ຢູ່ນະຄອນຫຼວງພະນົມເປັນ, ຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ກໍາປູເຈຍ ໄດ້ຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ (22/12/1944 - 22/12/2019) ແລະວັນບຸນທົ່ວປວງຊົນປ້ອງກັນຊາດ ຄົບຮອບ 30 ປີ (22/12/1989 - 22/12/2019).

ທີ່ເຫດການນີ້, ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ໄດ້ແນະນໍາບັນດາເນື້ອໃນຂອງປຶ້ມປົກຂາວປ້ອງກັນຊາດຫວຽດນາມ ປີ 2019 ດ້ວຍການເຂົ້າຮ່ວມຂອງທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກໍາປູເຈຍ, ຜູ້ຕາງໜ້າສະຖານທູດ ແລະຄະນະທີ່ປຶກສາທູດທະຫານບັນດາປະເທດປະຈໍາ ກໍາປູເຈຍ.

ກ່າວຄໍາເຫັນໄຂເຫດການ, ທ່ານພັນເອກພິເສດ ຫງວຽນແທັ່ງຈີ໊ງ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ກໍາປູເຈຍ ເນັ້ນໜັກວ່າ ທົ່ວປວງຊົນປ້ອງກັນຊາດຂອງຫວຽດນາມ ແມ່ນພື້ນຖານປ້ອງກັນຊາດ “ເພື່ອປະຊາຊົນ, ໂດຍປະຊາຊົນ, ຂອງປະຊາຊົນ”; ພື້ນຖານປ້ອງກັນຊາດມີລັກສະນະສັນຕິພາບ, ປ້ອງກັນຕົນເອງ.

ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະປະກາດປຶ້ມປົກຂາວປ້ອງກັນຊາດຫວຽດນາມ ຢູ່ກໍາປູເຈຍ

ທ່ານ Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ແລະທ່ານພັນເອກພິເສດ ຫງວຽນແທັ່ງຈີ໊ງ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາກໍາປູເຈຍ ທີ່ພິທີ. (ພາບ: TTXVN)

ແນະນໍາປຶ້ມປົກຂາວປ້ອງກັນຊາດຫວຽດນາມ ປີ 2019, ທ່ານພັນເອກພິເສດ ຫງວຽນແທັ່ງຈີ໊ງ ໄດ້ເຕື້ືອງເຖິງແຜນນະໂຍບາຍຂອງຫວຽດນາມ ແມ່ນບໍ່ຮ່ວມສຳພັນກັບປະເທດນີ້ເພື່ອຕ້ານປະເທດອື່ນ; ບໍ່ໃຫ້ປະເທດອື່ນມາຕັ້ງຖານທັບ ຫຼື ນໍາໃຊ້ຜືນແຜ່ນດິນຫວຽດນາມ ເພື່ອຕ້ານຄືນປະເທດອື່ນ; ບໍ່ນໍາໃຊ້ກໍາລັງອາວຸດ ຫຼື ນາບຂູ່ນໍາໃຊ້ກໍາລັງອາວຸດໃນການພົວພັນສາກົນ... ໃນການພົວພັນຮ່ວມມືກັບກໍາປູເຈຍ, ກອງທັບສອງປະເທດສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ຕາມເນື້ອໃນຂອງອະນຸສັນຍາ ແລະແຜນການຮ່ວມມືດ້ານປ້ອງກັນຊາດໃນແຕ່ລະປີ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນຕີ Phat Vibolsopheak ຮອງຫົວໜ້າກົມໃຫຍ່ນະໂຍບາຍ ແລະພົວພັນຕ່າງປະເທດ, ຫົວໜ້າກົມພົວພັນສາກົນກະຊວງປ້ອງກັນປະເທດກໍາປູເຈຍ ໄດ້ຕາງໜ້າການນໍາກະຊວງປ້ອງກັນປະເທດກໍາປູເຈຍ ສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະຕີລາຄາສູງຕໍ່ບັນດາຜົນງານ, ມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ.

ທ່ານພົນຕີ Phat Vibolsopheak ເນັ້ນໜັກວ່າ ການພົວພັນທີ່ເປັນມູນເຊື້ອນັບມື້ນັບໄດ້ຮັບການຮັດແໜ້ນ ແລະປັບປຸງຜ່ານບັນດາການຢ້ຽມຢາມຂັ້ນສູງ, ບັນດາການພົບປະແລກປ່ຽນນາຍທະຫານໃນແຕ່ລະປີ, ພິເສດແມ່ນໃນຂົງເຂດບໍາລຸງສ້າງບຸກຄະລາກອນ ຈະເປັນພື້ນຖານໃຫ້ແກ່ການພົວພັນທີ່ສະໜິດແໜ້ນ ແລະໝັ້ນແກ່ນກວ່າອີກລະຫວ່າງສອງກອງທັບ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.