ໂອກາດພັດທະນາໝູ່ບ້ານອາຊີບຈັກສານຂອງຊາວເຜົ່າ ຂະແມ

13:40 | 27/08/2022

ອາຊີບຈັກສານຂອງຊາວເຜົ່າຂະແມ ມີມາແຕ່ດົນນານແລ້ວ. ໃນຊີວິດອອກແຮງງານທຳການຜະລິດ, ການດຳເນີນຊີວິດປະຈຳວັນ, ຊາວເຜົ່າຂະແມ ໄດ້ໃຊ້ເຄື່ອງຈັກສານຫຼາຍປະເພດຈາກອາຊີບຈັກສານພື້ນເມືອງຂອງຊາວເຜົ່າຕົນ.

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ
ເກິນເທີ ຍູ້ແຮງການຮ່ວມມືຮອບດ້ານກັບແຂວງ ຈຳປາສັກ, ສປປ ລາວ ເກິນເທີ ຍູ້ແຮງການຮ່ວມມືຮອບດ້ານກັບແຂວງ ຈຳປາສັກ, ສປປ ລາວ
ອາຊີບຈັກສານຂອງຊາວເຜົ່າຂະແມ ມີມາແຕ່ດົນນານແລ້ວ
ອາຊີບຈັກສານຂອງຊາວເຜົ່າຂະແມ ມີມາແຕ່ດົນນານແລ້ວ

ແຕ່ດົນນານມາແລ້ວ, ບ້ານເຟືອກເກີຍ, ຕາແສງຝູເຕິນ, ເມືອງເຈົາແທັງ, ແຂວງຊອກຈັງ ມີຊື່ສຽງດ້ວຍອາຊີບຈັກສານດ້ວຍໄມ້ໄຜ່ໄມ້ເຮັ້ຍ. ຊາວເຜົ່າຂະແມ ຢູ່ທີ່ນີ້ ມີຄວາມເອກອ້າງທະນົງໃຈທີ່ສຸດ ຕໍ່ອາຊີບພື້ນເມືອງນີ້ ຍ້ອນມັນໄດ້ຊ່ວຍໃຫ້ເຂົາເຈົ້າສ້າງຊີວິດການເປັນຢູ່ເປັນປົກກະຕິ. ຫວ່າງມໍ່ມານີ້, ທ້ອງຖິ່ນມີຮາກຖານເກັບຊື້ຜະລິດຕະພັນເຄື່ອງຈັກສານຕື່ມອີກແຫ່ງໜື່ງ, ຊື່ງໄດ້ຊ່ວຍໝູ່ບ້ານອາຊີບຢູ່ທີ່ນີ້ ມີໂອກາດພັດທະນາຕື່ມອີກ.

ອາຊີບຈັກສານຂອງຊາວເຜົ່າຂະແມ ມີມາແຕ່ດົນນານແລ້ວ. ໃນຊີວິດອອກແຮງງານທຳການຜະລິດ, ການດຳເນີນຊີວິດປະຈຳວັນ, ຊາວເຜົ່າຂະແມ ໄດ້ໃຊ້ເຄື່ອງຈັກສານຫຼາຍປະເພດຈາກອາຊີບຈັກສານພື້ນເມືອງຂອງຊາວເຜົ່າຕົນ.

ປີນີ້, ມີສັນຍານທີ່ໜ້າຊື່ນຊົມສຳລັບໝູ່ບ້ານອາຊີບ ເມື່ອຮາກຖານເກັບຊື້ຜະລິດຕະພັນເຄື່ອງຈັກສານ ຖູຍຕວຽດ ໄດ້ຕັ້ງຢູ່ຕາແສງຝູເຕິນ, ໃນໝູ່ບ້ານອາຊີບ ຊື່ງໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ ປຊຊ ໃນການພັດທະນາອາຊີບ ຂະນະທີ່ໄດ້ສະໜອງວັດຖຸດິບ, ໄດ້ເກັບຊື້ຜະລິດຕະພັນ, ປະຢັດຄ່າຂົນສົ່ງ. ເອື້ອຍເຈືອງທິແບັກຖູຍ, ເຈົ້າຂອງຮາກຖານເກັບຊື້ຜະລິດຕະພັນເຄື່ອງຈັກສານ ຖູຍຕວຽດ ໃຫ້ຮູ້ວ່າ:

ສຳລັບອາຊີບຈັກສານ, ຖ້າຄອບຄົວໃດມີທີ່ດິນ, ມີນາຈະເອີ້ນວ່າລາຍຮັບສຳຮອງ, ສ່ວນສຳລັບຄອບຄົວທີ່ບໍ່ມີວຽກເຮັດງານທຳ ຈະແມ່ນລາຍຮັບຕົ້ນຕໍ. ເມື່ອພວກຂ້າພະເຈົ້າມານີ້ກໍ່ມີໝູ່ບ້ານອາຊີບຢູ່ທີ່ນີ້ແລ້ວ. ກ່ອນນີ້ຢູ່ນອກແຂວງຊອກຈັງ, ປຊຊ ຕ້ອງສົ່ງໄປຂາຍຢູ່ທາງໄກ, ປະສົບກັບຄວາມຫຍຸ້ງຍາກຫຼາຍ, ຕ້ອງເສຍຄ່າຂົນສົ່ງອີກ. ເມື່ອໄດ້ກໍ່ສ້າງຮາກຖານເກັບຊຶື້ຜະລິດຕະພັນຢູ່ທີ່ນີ້ແລ້ວ ປຊຊ ມີຄວາມສະດວກສະບາຍຂຶ້ນ.

ປະຈຸບັນ, ຮາກຖານຂອງຄອບຄົວເອື້ອຍຖູຍມີກ່ວາ 100 ຜະລິດຕະພັນດ້ວຍບັນດາປະເພດສິນຄ້າຄື: ເຄື່ອງໃຊ້ສອຍ, ເຄື່ອງຕົບແຕ່ງ, ເຄື່ອງທີ່ລະນຶກທີ່ມີຫຼາຍຮູບຫຼາຍແບບ.

ນັບແຕ່ມີຮາກຖານຜະລິດ ແລະ ເກັບຊື້ຜະລິດຕະພັນເຄື່ອງຈັກສານ ຖູຍຕວຽດ, ໝູ່ບ້ານອາຊີບຈັກສານ ຝູເຕິນ ມີຄວາມຄຶກໂຄມຫຼາຍ. ຫຼາຍຄອບຄົວ, ໂດຍສະເພາະແມ່ນເອື້ອຍນ້ອງແມ່ຍິງ, ຜູ້ອາຍຸສູງ ມີຄວາມອຸ່ນອ່ຽນໃຈເຮັດກະບຽນ, ກະຕ່າ, ກະບຸງ, ກະດົ້ງ, ກະຈາດ…ແຕ່ບໍ່ຕ້ອງສົ່ງໄປຂາຍອີກ. ທ່ານນາງ ເຈົາຮົ່ງຮວາ, ປະທານສະຫະພັນແມ່ຍິງເມືອງເຈົາແທັງ ໃຫ້ຮູ້ວ່າ: ທາງສະຫະພັນແມ່ຍິງເມືອງ ຈະເຊື່ອມຕໍ່ກັບບັນດາຂະແໜງການເພື່ອເປີດກ້ວາງ, ພັດທະນາໝູ່ບ້ານອາຊີບ:

ປະຈຸບັນ, ຢູ່ຕາແສງຝູເຕິນ ມີຮາກຖານຈັກສານ ຖູຍຕວຽດ ຊື່ງແມ່ນຂົວຕໍ່ເກັບຊື້ບັນດາຜະລິດຕະພັນເຄື່ອງຈັກສານຂອງເອື້ອຍນ້ອງສະມາຊິກຢູ່ຕາແສງ. ໃນໄລຍະທີ່ຈະມາເຖິງ, ສະຫະພັນແມ່ຍິງເມືອງເຈົາແທັງ ຈະມີການເຊື່ອມຕໍ່, ສະເໜີກັບຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງເຈົາ ແທັງ ກໍ່ຄືສົມທົບກັບຄະນະກຳມະການ ປຊຊ ຕາແສງ ຝູເຕິນ ເພື່ອສ້າງຕັ້ງສະຫະກອນຈັກສານ ເພື່ອມີການເຊື່ອມຕໍ່ລະຫວ່າງວິສາຫະກິດ, ຮາກຖານ ກັບທ້ອງຖິ່ນ ເພື່ອຊ່ວຍເຫຼືອຮາກຖານກໍ່ຄືສ້າງວຽກງເຮັດງານທຳໃຫ້ສະມາຊິກພັດທະນາເສດຖະກິດ, ສ້າງຊີວິດການເປັນຢູ່ເປັນປົກກະຕິ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.