ການເຊີດຊູໝູ່ບ້ານອາຊີບຫັດຖະກຳພື້ນເມືອງຂອງ ຮ່າໂນ້ຍ

00:00 | 22/11/2023

ຍສໝ - ຕອນບ່າຍວັນທີ 21 ພະຈິກ, ຫໍພິພິທະພັນ ຮ່າໂນ້ຍ ໄດ້ສົມທົບກັບເວທີປາໄສນັກສຶກສາເຄື່ອງເຟີນີເຈີຫວຽດນາມ ຈັດຕັ້ງງານວາງສະແດງດ້ວຍຫົວຂໍ້ ''ສິ່ງຍອດຢ້ຽມຂອງໝູ່ບ້ານອາຊີບ ຫວຽດນາມ ຜ່ານມູມມອງຂອງການອອກແບບເຄື່ອງເຟີນີເຈີຍຸກສະໄໝ”.

ເພີ່ມທະວີສາຍພົວພັນມິດຕະພາບທີ່ສະໜິດຕິດພັນລະຫວ່າງປະຊາຊົນນະຄອນຮ່າໂນ້ຍ ກັບປະຊາຊົນບັນດາທ້ອງຖິ່ນຂອງລາວ ເພີ່ມທະວີສາຍພົວພັນມິດຕະພາບທີ່ສະໜິດຕິດພັນລະຫວ່າງປະຊາຊົນນະຄອນຮ່າໂນ້ຍ ກັບປະຊາຊົນບັນດາທ້ອງຖິ່ນຂອງລາວ
ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ 2023: ປຸກລະດົມມໍລະດົກອຸດສາຫະກຳ ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ 2023: ປຸກລະດົມມໍລະດົກອຸດສາຫະກຳ

ກ່າວ​ຄຳປາໄສ​ທີ່​ເຫດການ, ທ່ານ​ຜູ້ອຳນວຍການ​ຫໍພິພິທະ​ພັນ​ນະຄອນ ຮ່າ​ໂນ້ຍ ຫງວຽນ​ຕຽນ​ດາ ​ໃຫ້​ຮູ້​ວ່າ: “ປະຈຸ​ບັນ, ນະຄອນ ຮ່າ​ໂນ້ຍ ພວມ​ນຳ​ໜ້າ​ທົ່ວ​ປະ​ເທດ​ໃນ​ບັນດາ​ໝູ່​ບ້ານ​ຫັດຖະກຳ​ພື້ນ​ເມືອງ ​ແລະ ບັນດາ​ນັກ​ສິລະ​ປະ​ກອນຜູ້​ມີ​ສີມື​ດີທີ່ໄດ້ຮັບການເຊີດຊູ. ນີ້​ແມ່ນ​ຫົວ​ຂໍ້​ທີ່​ບໍ່​ມີ​ທີ່​ສິ້ນ​ສຸດ, ດົນ​ບັນດານໃຈ​ຄວາມ​ຄິດ​ທີ່ສ້າງ​ສັນ​ຂອງ​ນັກ​ສຶກ​ສາ​ລົງເລອກຂະແໜງອອກແບບເຄື່ອງເຟີນີຈໍາ​ນວນ​ຫຼາຍ​”.

ການເຊີດຊູໝູ່ບ້ານອາຊີບຫັດຖະກຳພື້ນເມືອງຂອງ ຮ່າໂນ້ຍ

​ເຫດການ​ດັ່ງກ່າວ​ໄດ້​ປະກອບສ່ວນ​ເຊີດຊູ​ບັນດາ​ນັກ​ສິລະ​ປະກອນ ​ແລະ ຄົນ​ງານ​ທີ່​ມີ​ພອນ​ສະຫວັນ

ງານ​ວາງສະ​ແດງ​ໄດ້​ສຸມ​ໃສ່​ແນະນຳກ່ຽວກັບ 10 ໝູ່​ບ້ານ​ອາຊີບທີ່ພົ້ນເດັ່ນ​ຂອງ ​ຮ່າ​ໂນ້ຍ ​ລວມມີ: ອາຊີບເຮັດເຄື່ອງເງີນ ດິ້ງກົ່ງ, ຫັດ​ຖະກຳປັກແສ່ວ ຂວາຍໂນ້ຍ, ອາຊີບຫວາຍ ຟຸ໋ວິງ, ອາຊີບຄວັດແກະສະຫຼັກ ເຍິນຫ່ຽນ, ອາຊີບຄວັດຝັງລາຍກີບກີ້ ຈວນເງາະ, ອາຊີບແກະສະຫຼັກໄມ້ສິລະປະອັນດີ ຖ໋ຽດອຸງ, ອາຊີບຫວີ​ ຖູຍອື໋ງ, ເຄື່ອງປັ້ນດິນເຜົາ ບ໋າດຈາງ, ຫັດຖະກຳຜ້າ​ໄໝ ວ້ານຟູ໋ກ ແລະ ເຮັດຮູບ​ແຕ້ມ​ພື້ນ​ເມືອງ ຫ່າງຈົ໋ງ.

ບັນດາ​ຜະລິດ​ຕະພັນ​ທີ່​ວາງສະ​ແດງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໂດຍ​ນັກ​ສຶກສາ​ຈາກ 10 ມະຫາວິທະຍາ​ໄລ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ລວມມີ: ມະຫາວິທະຍາ​ໄລ​ເປີດ​ ຮ່າ​ໂນ້ຍ, ມະຫາວິທະຍາ​ໄລ​ປ່າໄມ້, ມະຫາວິທະຍາ​ໄລ ຢູຍເຕີນ, ມະຫາວິທະຍາ​ໄລ​ ຫງວຽນເຕຶດແທ່ງ, ມະຫາວິທະຍາ​ໄລ​ກໍ່ສ້າງ ​ຮ່າ​ໂນ້ຍ, ມະຫາວິທະຍາ​ໄລ​ສະຖາປັດຕະຍະກຳ ​ຮ່າ​ໂນ້ຍ, ມະຫາວິທະຍາໄລ Yersin ຂອງ ດາຫຼ້າດ,ມະຫາວິທະຍາໄລວິຈິດສິນອຸດສາຫະກຳ, ມະຫາວິທະຍາ​ໄລ​ສະຖາປັດຕະຍະກຳ ດານັງ ແລະ ມະຫາວິທະຍາໄລເຕັກໂນໂລຢີ ເໜືອ ບາງກອກ (ປະເທດໄທ).

ນອກຈາກເຂດວາງສະແດງ “ສິ່ງຍອດຢ້ຽມຂອງໝູ່ບ້ານອາຊີບ ຫວຽດນາມ ຜ່ານທັດສະນະຂອງການອອກແບບເຄື່ອງເຟີນີເຈີຍຸກສະໄໝ” ແລ້ວ, ເຫດການຍັງແນະນຳຫົວຂໍ້ “ ຢ໊າງຫວໍເຈື່ອງ ແລະ ການສະສົມອາວຸດຂອງລາຊະວົງ ເລ” ແລະ “ປະຫວັດສາດແຫ່ງການກຳເນີດໜ່ວຍໂລກ ໂດຍຜ່ານຊຸດສະສົມຊັບພະສິ່ງຂອງທີ່ກາຍເປັນຫີນ (ຟອດຊິນ)".

ທີ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ຊຸດສະສົມອາວຸດ ​ຫງອກ​ແຄງ ລວມມີ 111 ວັດຖຸ​ພັນ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ນາຍົກລັດຖະມົນຕີ ​ເປັນ​ຊັບ​ສົມບັດ​ແຫ່ງ​ຊາດ​ໃນ​ມະຕິ​ຕົກລົງ​ເລກທີ 41/QD-TTg. ມວນຊົນໄດ້ມີໂອກາດຊົມບັນດາວັດຖຸພັນ, ຮູບພາບ, ເອກະສານ 200 ກວ່າສິ່ງກ່ຽວກັບ ຢ໊າງຫວໍເຈື່ອງ - ສະຖານທີ່ຝຶກແອບນາຍພົນທະຫານໃຫ້ແກ່ລາຊະວົງ, ພ້ອມກັບອາວຸດຍຸດໂທປະກອນຫຼາຍປະເພດໃນສະໄໝລາຊະວົງ ເລ.

ນອກຈາກນັ້ນ, ຫໍພິພິທະພັນ ຮ່າໂນ້ຍ ຍັງເປັນກຳມະສິດຊຸດສະສົມຂະໜາດໃຫຍ່ໂຕມະໂຫຖານ ດ້ວຍເອກະສານອັນລ້ຳຄ່ານັບພັນເອກະສານ ແລະ ຟອດຊິນ 15.000 ກວ່າຕົວຢ່າງທີ່ເກັບມາຈາກຫຼາຍບ່ອນໃນທົ່ວໂລກ ທີ່ມີອາຍຸນັບລ້ານຫາຫຼາຍຕື້ປີກ່ອນ. ຊຸດສະສົມດັ່ງກ່າວປະກອບມີຟອດຊິນ, ແບບຈໍາລອງຂອງມະນຸດ, ອຸປະກອນ, ເຄື່ອງມື ແລະ ຮ່ອງຮອຍຂອງຄົນບູຮານທີ່ເຫຼືອຢູ່ໃນຖ້ໍາ.

ງານ​ວາງສະ​ແດງ​ຫົວ​ຂໍ້​ດັ່ງກ່າວ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ງານ​ບຸນອອກແບບ​ປະດິດ​ສ້າງ​ ຮ່າ​ໂນ້ຍ 2023. ຜ່ານ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ຫໍພິພິທະ​ພັນ​ຮ່າ​ໂນ້ຍ ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ບົດບາດ​ເປັນ​ສະຖານ​ທີ່​ປະດິດ​ສ້າງ​ວັດທະນະທຳທີ່ພົ້ນເດັ່ນຂອງ​ນະຄອນຫຼວງ​ເທົ່າ​ນັ້ນ, ຫາກ​ຍັງ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ຂໍ້​ລິ​ເລີ່ມ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ຂອງ UNESCO ແລະ ນໍາເອົາກິດຈະກໍາທີ່ປະດິດສ້າງເຂົ້າໄປໃນທຸກໆດ້ານຂອງຊີວິດ.

ມິງດຶກ

ເຫດການ
302 Found

Found

The document has moved here.