ພິທີໄຂງານບຸນວັດທະນະທຳຊົນເຜົ່າ ດ້ວຍຫົວຂໍ້ວ່າ: “ດັງກ້ອງກັງວານ ປີ 2022”

10:58 | 26/08/2022

ຍສໝ - ຫວ່າງແລ້ວນີ້, ຢູ່​ກວ໋າງ​ນາມ, ງານ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເມືອງ ບັກ​ຈ່າ​ມີ, ແຂວງ ກວ໋າງ​ນາມ ໄດ້​ໄຂ​ຂຶ້ນ​ດ້ວຍ​ຫົວ​ຂໍ້​ວ່າ “​ດັງກ້ອງ​​ກັງວານ ​ປີ 2022”

ຈຸດ​ເດັ່ນ​ຂອງ​ງານ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ ມົກ​ເຈົາ ປີ 2022 ຈຸດ​ເດັ່ນ​ຂອງ​ງານ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ ມົກ​ເຈົາ ປີ 2022
ຝູອຽນ​ຈັດ​ງານ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ແຕ່​ວັນ​ທີ 19-22 ສິງຫາ ຝູອຽນ​ຈັດ​ງານ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ແຕ່​ວັນ​ທີ 19-22 ສິງຫາ

ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ສະໜອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ - ກວ໋າງ​ນາມ 2022. ​ໃນ​​ຄ່ຳຄືນເປີດ​ພິທີ ໄດ້ເປີດສາກໂດຍການ​ແຫ່​ເຄື່ອງສັກສິດ, ດຳ​ເນີນ​ໂດຍ​ຜູ້​ເຖົ້າ​ຜູ້​ແກ່​ຂອງ​ໝູ່​ບ້ານ​ທີ່​ຕາງໜ້າ​ໃຫ້​ບັນດາ​ເຜົ່າ​ໃນ​ເມືອງ. ພາຍຫຼັງ​ຂະ​ບວນ​ແຫ່​ກໍມີ​ການ​ສະ​ແດງ​ຄ້ອງ, ສະ​ແດງ​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ທີ່​ສະ​ແດງ​ໃຫ້​ເຫັນ​ເອ​ກະ​ລັກ​ຂອງ​ບັນ​ດາ​ເຜົ່າ​ໃນ​ເຂດ ​ຄື: ກາ​ຢອງ, ກໍ, ໂມ​ນົງ, ເຊ​ດັ້ງ, ກິງ...

ພິທີໄຂງານບຸນວັດທະນະທຳຊົນເຜົ່າ ດ້ວຍຫົວຂໍ້ວ່າ: “ດັງກ້ອງກັງວານ ປີ 2022”
ພິທີໄຂງານບຸນວັດທະນະທຳຊົນເຜົ່າ ດ້ວຍຫົວຂໍ້ວ່າ: “ດັງກ້ອງກັງວານ ປີ 2022”. (ພາບ: baovanhoa)

ງານ​ບຸນ​ໄດ້​ດຳ​ເນີນ​ໄປ​ໃນ 2 ວັນ​ແຕ່​ວັນ​ທີ 22 – 23 ສິງຫາ ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ ​ຄື: ງານ​ວາງສະ​ແດງ​ຮູບ​ພາບ “ບັກ​ຈ່າ​ມີ - ສະຖານ​ທີ່​ພົບ​ປະ​ຢູ່​ເຂດ Ngoc Que”; ງານ​ວາງ​ສະ​ແດງ​ທີ່​ມີ 33 ບູ໊​ດ​ວາງສະ​ແດງ​ຜະ​ລິດ​ຕະ​ພັນ Que Tra My ແລະ ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ, ​ຊົນ​ນະ​ບົດທີ່ພົ້ນເດັ່ນ; ສະທ້ອນໃຫ້ເຫັນການດຳເນີນຊີວິດ ໃນ​ເຮືອນ​ຊານ​ພື້ນ​ເມືອງ 5 ຫຼັງ; ການແຂ່ງຂັນເຕັ້ນລໍາຄ້ອງ...

ມາ​ທີ່ງານ​ບຸນ, ປະຊາຊົນ ​ແລະ ​ນັກ​ທ່ອງ​ທ່ຽວ​ໄດ້​ມີ​ໂອກາດ​​ຮຽນ​ຮູ້​ກ່ຽວ​ກັບ​ພິທີ​ແຫ່​ຕົ້ນ​ໄຊຍະພຶກ, ​ເຂົ້າ​ຮ່ວມ​ຂະ​ບວນ​ແຫ່​ຕາມ​ທ້ອງ​ຖະໜົນ ​ແລະ ດູດ​ດື່ມ​ກັບ​ສຽງ​ກອງ​ຄ້ອງ​ທີ່​ຟົດ​ຟື້ນ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.