ຜັນຂະຫຍາຍຮູບແບບຊົມໃຊ້ການບໍລິການສາທາລະນະຢູ່ນະຄອນໂຮ່ຈີມິນ

09:41 | 22/08/2022

ຍ​ສ​ໝ -ຮູບ​ແບບ​ການ​ນຳ​ໃຊ້ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ແມ່ນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢູ່ອາ​ພາດ​ເມັນ Sunrise Riverside (ຕາ​ແສງ ເຟືອກ​ກຽນ, ເມືອງ ຍາ​ແບ່, ນະ​ຄອນ ໂຮ່​ຈີ​ມິນ) ແລະ ​ອາ​ພາດ​ເມັນ ຮືງ​ອານ (ຕາ​ແສງ​ເຕິນ​ແຈ້ງຫຽບ, ເມືອງ 12, ນະ​ຄອນ ໂຮ່​ຈີ​ມິນ).

ຮ້ານອາຫານເຈ 4 ແຫ່ງສຳລັບລະດູບຸນເຂົ້າປະດັບດິນ ຢູ່ ນະຄອນໂຮ່ຈີມິນ ຮ້ານອາຫານເຈ 4 ແຫ່ງສຳລັບລະດູບຸນເຂົ້າປະດັບດິນ ຢູ່ ນະຄອນໂຮ່ຈີມິນ
ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ກັບນະຄອນເຊີອູນ (ສ.ເກົາຫຼີ) ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ກັບນະຄອນເຊີອູນ (ສ.ເກົາຫຼີ)
ຜັນຂະຫຍາຍຮູບແບບຊົມໃຊ້ການບໍລິການສາທາລະນະຢູ່ນະຄອນໂຮ່ຈີມິນ
ພາບ​ປະ​ກອບ: nhandan.vn

ຫວ່າງແລ້ວ​ນີ້, ຢູ່​ນະຄອນ ​ໂຮ່ຈີ​ມິນ, ກົມ​ຕຳຫຼວດ​ຄຸ້ມ​ຄອງບະ​ບ​ຽບ​ການ​ບໍ​ລິ​ຫານ​ກ່ຽວ​ກັບ​ຄວາມ​ເປັນ​ລ​ະ​ບຽບ​ຮຽບ​ຮ້ອຍ​ສັງຄົມ (C06, ກະຊວງ​ຕຳຫຼວດ) ໄດ້ສົມທົບ​ກັບ​ຕຳຫຼວດ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຜັນ​ຂະຫຍາຍ​ບັນດາ​ຮູບ​ແບບ​ຈຸດ​ສຸມ​ກ່ຽວ​ກັບ​ການ​ນຳ​ໃຊ້ການ​ບໍລິການ​ສາທາລະນະ.

ຮູບ​ແບບ​ການ​ນຳ​ໃຊ້ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ແມ່ນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢູ່ອາ​ພາດ​ເມັນ Sunrise Riverside (ຕາ​ແສງ ເຟືອກ​ກຽນ, ເມືອງ ຍາ​ແບ່, ນະ​ຄອນ ໂຮ່​ຈີ​ມິນ) ແລະ ​ອາ​ພາດ​ເມັນ ຮືງ​ອານ (ຕາ​ແສງ​ເຕິນ​ແຈ້ງຫຽບ, ເມືອງ 12, ນະ​ຄອນ ໂຮ່​ຈີ​ມິນ).

ທີ່​ການ​ຜັນ​ຂະຫຍາຍ, ການ​ນຳ​ຫ້ອງການ​ຕຳຫຼວດ​ຄຸ້ມ​ຄອງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ນະຄອນ​ໂຮ່ຈິ​ມິນ ຊີ້​ແຈ້ງວ່າ: ​ແຜນຮ່າງໂຄງການ 06 ຂອງ​ລັດຖະບານ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ສະພາບ​ທີ່​ນະຄອນພວມຕັດສິນໃຈ​ປະຕິບັດ​ໜ້າ​ທີ່​ການ​ເມືອງ, ປະຕິບັດ​ໂຄງ​ການ​ການ​ຫັນ​ເປັນ​ດິ​ຈິ​ຕອນ​, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດິ​ຈິ​ຕອນ ​ແລະ​ ໂຄງ​ການ​ກໍ່​ສ້າງ​ນະ​ຄອນ​ອັດ​ສະ​ລິ​ຍະຢ່າງ​ຂ້ຽວຂາດ​, ນຳເຂົ້າສູ່ການ​ນໍາ​ໃຊ້ ​ແລະ ຂຸດ​ຄົ້ນ​ຄັງ​ຂໍ້​ມູນ​ທີ່​ນຳໃຊ້ລວມຢ່າງມີປະສິດທິຜົນ​. ​ເພື່ອ​ສຳ​ເລັດ​, ​ລາຍ​ງານ​ຕໍ່​ສູນ​ກາງໂດຍ​ໄວ​ເພື່ອ​ອະນຸມັດ​ໂຄງການ​ພັດທະນາ​ນະຄອນ​ໂຮ່ຈິ​ມິນ​ໃຫ້​ກາຍ​ເປັນ​ສູນ​ການ​ເງິນ​ຂອງ​ພາກ​ພື້ນ ​ແລະ ສາກົນ.

ຕາມແຜນການ, ແຜນຜັງປະຕິບັດແຜນຮ່າງໂຄງ​ການ 06 ຂອງລັດຖະບານໃນປີ 2022 ຈະສຳເລັດ ແລະ ນຳ​ເຂົ້າປະຕິບັດຢ່າງມີປະສິດທິຜົນແກ່ 25 ກຸ່ມບໍລິການສາທາລະນະທີ່ຈຳເປັນ, ເພື່ອປ່ຽນແທນລະບຽບການບໍລິຫານດ້ວຍມື ທີ່ສົ່ງຜົນກະທົບຕໍ່ເວລາຂອງປະຊາຊົນ ແລະ ທຸລະກິດຢ່າງຫຼວງຫຼາຍ.

ຜ່ານ​ການ​ລົງ​ສຳຫຼວດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກອງ​ບັນຊາ​ການ​ ປກສ ​ເມືອງ ​ແລະ ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໄດ້​ເຫັນ​ດີ​ນຳ​ໃຊ້​ຕົວ​ແບບ​ຈຸດ​ບໍລິການ​ສາທາລະນະ​ທາງ​ອອນ​ລາຍ​ຕາມແຜນຮ່າງໂຄງ​ການ 06 ຢູ່​ສອງ​ອາ​ພາດ​ເມັນທີ່​ກ່າວ​ມາຂ້າງເທິງ​ນີ້.

ໃນ​ວິວັດ​ການ​ປະ​ຕິ​ບັດ, ຄະ​ນະ​ບໍ​ລິ​ຫານ​ອາ​ພາດ​ເມັນ​ໄດ້​ເພີ່ມທະວີການໂຄສະນາດ້ວຍ​ຫຼາຍ​ຮູບ​ແບບ​ທີ່​ເຫມາະ​ສົມ (ສົ່ງ​ໂດຍ​ອີ​ເມລ​໌​, ໂດຍ​ຜ່ານ​ກຸ່ມ​ຜູ້ຢູ່ອາ​ໄສ...) ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ​ໂຄງ​ການ 06, ບັນດາສິ່ງອຳນວຍຄວາມສະດວກທີ່​ນໍາ​ມາໃຫ້​ປະ​ຊາ​ຊົນ ​ແລະ ​ອົງ​ການ​ຈັດ​ຕັ້ງ​ໃນ​ການ​ປະ​ຕິ​ບັດ​ການ​ບໍ​ລິ​ການສາ​ທາ​ລະ​ນະ​, ການ​ນໍາ​ໃຊ້​ບັດ​ປະ​ຈໍາ​ຕົວ​ພົນ​ລະ​ເມືອງ​ທີ່ຕິດຊິບ ​ແລະ​ ຢັ້ງຢືນແບບເອ​ເລັກ​ໂຕຣ​ນິກ​.

ພ້ອມ​ກັນ​ນັ້ນ, ຄະນະ​ຄຸ້ມ​ຄອງ​ອາ​ພາດ​ເມັນ​ຍັງ​ໄດ້​ລະດົມ​ພົນລະ​ເມືອງ​ທັງ​ໝົດ​ມາ​ລົງທະບຽນ​ບັນຊີ​ບໍລິການ​ສາທາລະນະ​ທາງ​ອິນ​ເຕີ​ແນັດ.

ພາຍຫຼັງ​ປະກາດ​ການ​ປະຕິບັດ, ຢູ່​ສອງ​ອາ​ພາດ​ເມັນ, ກອງ​ບັນຊາ​ການ​ຕຳຫຼວດ​ຄຸ້ມ​ຄອງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ​ໄດ້​ຊີ້​ນຳ​ປະຊາຊົນ​ຊົມ​ໃຊ້ການ​ບໍລິການ​ສາທາລະນະ​ທາງ​ອອນ​ລາຍ​ຜ່ານ​ຄອມ​ພິວ​ເຕີ ​ແລະ ສະມາດ​ໂຟນ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.