ພິທີຊັກທຸງຂຶ້ນ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ

08:56 | 11/08/2022

ຍສໝ-ໂດຍການກ່າວຄໍາເຫັນທີ່ພິທີຊັກທຸງຂຶ້ນ, ທ່ານລັດຖະມົນຕີ ບູຍແທັງເຊີນ ເນັ້ນໜັກຄືນໃໝ່ ເລື່ອງອາຊຽນໄດ້ສ້າງຕັ້ງເປັນເວລາ 55 ປີແລ້ວເຊິ່ງໄດ້ສ້າງປະຖົມປັດໄຈ ເພື່ອໃຫ້ບັນດາປະເທດພ້ອມກັນປະຕິບັດຄວາມມຸ່ງມາດປາດຖະໜາກ່ຽວກັບພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບຍາວນານ ແລະ ພັດທະນາ.

ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ນິວຢອກ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ນິວຢອກ
ກອງປະຊຸມ AMM 55: ຫວຽດນາມ ຮຽກຮ້ອງບັນດາປະເທດສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລສັນຕິພາບ, ສະຖຽນລະພາບ, ຮ່ວມມື ກອງປະຊຸມ AMM 55: ຫວຽດນາມ ຮຽກຮ້ອງບັນດາປະເທດສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລສັນຕິພາບ, ສະຖຽນລະພາບ, ຮ່ວມມື
ພິທີຊັກທຸງຂຶ້ນ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ
ພິທີຊັກທຸງ ອາຊຽນ ຂຶ້ນ (ພາບ: TTXVN)

ຫວ່າງແລ້ວນີ້, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ຕັ້ງ​ພິທີ​ຊັກ​ທຸງ ​ອາ​ຊຽນ ຂຶ້ນຢ່າງສະຫງ່າຜ່າເຜີຍ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (8 ສິງຫາ 1967 – 8 ສິງຫາ 2022) ແລະ 27 ປີແຫ່ງວັນ ຫວຽດນາມ ກາຍເປັນສະມາຊິກຂອງ​ອົງ​ການຈັດຕັ້ງ​ນີ້ຢ່າງ​ເປັນ​ທາງ​ການ​ (28 ກໍລະກົດ 1995 - 28 ສິງຫາ 2022).

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບູຍແທັງເຊີນ ເປັນປະທານ ພິທີຊັກທຸງຂຶ້ນ. ການເຂົ້າຮ່ວມມີທ່ານ ເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນ, ບັນດາປະເທດຄູ່ຮ່ວມມື ອາຊຽນ; ການນຳບັນດາກະຊວງ, ຄະນະ, ຂະແໜງການຂອງ ຫວຽດນາມ.

ພິທີ​ຊັກ​ທຸງປະຈຳ​ປີ​ ເນື່ອງ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ ອາ​ຊຽນ ​ໄດ້​ກາຍ​ເປັນ​ທໍານຽມ​ທີ່​ໜ້າພາກພູມ​ໃຈ​ຂອງ​ບັນດາ​ປະ​ເທດທີ່ເປັນ​ສະມາຊິກ ອາ​ຊຽນ ​ເພື່ອ​ສະ​ແດງ​ໃຫ້​ເຫັນການເຊີດຊູບັນດາ​ຄຸນຄ່າ​ລວມ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້ນໍ້າໃຈສັນຕິພາບສາມັກຄີ, ​ການ​ຮ່ວມ​ມື​ພາຍ​ໃຕ້​ຊາຍຄາລວມແມ່ນປະຊາ​ຄົມ​ອາ​ຊຽນ​ ເພື່ອ​ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ.

ທຸງອາຊຽນປະກອບດ້ວຍ 4 ສີຄື ສີຟ້າ, ສີແດງ, ສີຂາວ ແລະ ສີເຫຼືອງ, ເຊິ່ງແຕ່ລະສີແມ່ນຕາງໜ້າໃຫ້ບັນດາ​ສີ​ຕົ້ນ​ຕໍ​ຂອງ​ທຸງ​ຊາດ​ແຕ່ລະປະ​ເທດທີ່ເປັນ​ສະ​ມາ​ຊິກ​ອາ​ຊຽນ. ສີຟ້າໝາຍເຖິງສັນຕິພາບ ແລະ ຄວາມໝັ້ນຄົງ. ສີແດງໝາຍເຖິງຄວາມກ້າຫານ ແລະ ຄວາມກ້າວໜ້າ. ສີຂາວໝາຍເຖິງຄວາມບໍລິສຸດ. ສີເຫຼືອງໝາຍເຖິງຄວາມຈະເລີນຮຸ່ງເຮືອງ. ວົງກົມສີແດງ ແລະ ຂອບຂອງວົງກົມສີຂາວ ໝາຍເຖິງຄວາມເປັນເອກະພາບຂອງປະຊາຄົມ ອາຊຽນ.

ຮູບ​ພາບ​ຕົ້ນເຂົ້າມັດລວມກັນໄວ້ ​ໝາຍ​ເຖິງ​ຄວາມ​ໄຝ່​ຝັນ​ຂອງ​ບັນ​ດາ​ປະ​ເທດທີ່ເປັນ​ສະ​ມາ​ຊິກ​ສ້າງ​ຕັ້ງ​ອາ​ຊຽນ ລວມ​ທັງ​​ປະ​ເທດທັງໝົດ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ເຊິ່ງຜູກ​ພັນ​ກັນດ້ວຍນໍ້າໃຈມິດ​ຕະ​ພາບ ແລະ ຄວາມ​ສາ​ມັກ​ຄີ.

ທຸງ​ອາ​ຊຽນ​ແມ່ນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ເປັນເອກະພາບ​ຂອງ​ບັນດາປະ​ເທດທີ່ເປັນ​ສະ​ມາ​ຊິກ​ກ່ຽວກັບ​ຫຼັກ​ການ ແລະ ຄວາມ​ມານະພະ​ຍາ​ຍາມ​ຂອງ​ອາ​ຊຽນ; ເຊິ່ງເປັນ​ເຄື່ອງ​ມື​ເພື່ອ​ເພີ່ມ​ຄວາມ​ຮັບ​ຮູ້ ແລະ ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຄົມ ​ອາ​ຊຽນ.

ໂດຍການກ່າວຄໍາເຫັນທີ່ພິທີຊັກທຸງຂຶ້ນ, ທ່ານລັດຖະມົນຕີ ບູຍແທັງເຊີນ ເນັ້ນໜັກຄືນໃໝ່ ເລື່ອງອາຊຽນໄດ້ສ້າງຕັ້ງເປັນເວລາ 55 ປີແລ້ວເຊິ່ງໄດ້ສ້າງປະຖົມປັດໄຈ ເພື່ອໃຫ້ບັນດາປະເທດພ້ອມກັນປະຕິບັດຄວາມມຸ່ງມາດປາດຖະໜາກ່ຽວກັບພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບຍາວນານ, ພັດທະນາແບບຍືນຍົງ ແລະ ກວມລວມ.

ທ່ານລັດຖະມົນຕີ ບູຍແທັງເຊີນ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ບັນດາປະເທດທີ່ເປັນສະມາຊິກ ອາຊຽນ ສາມາດເອກອ້າງທະນົງໃຈຕໍ່ບັນດາຜົນງານທີ່ບັນລຸໄດ້ໃນການຫັນເປົ້າໝາຍອັນສູງສົ່ງນັ້ນໃຫ້ປະກົດຜົນເປັນຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນອາຊີຕາເວັນອອກສ່ຽງໃຕ້ເກືອບ 700 ລ້ານຄົນ.

ການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງອາຊຽນ ໃນປີນີ້ ແມ່ນເປັນໂອກາດທີ່ສຳຄັນເພື່ອຫວນຄືນການເດີທາງທີ່ຜ່ານໄປ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜົນງານທີ່ບັນດາລຸ້ນການນຳ ອາຊຽນ ບັນລຸໄດ້ໃນຕະຫຼອດ 55 ປີຜ່ານມາ.

ຕາມ​ທ່ານ​ລັດຖະມົນຕີ ບູຍແທັງເຊີນ, ປະຈຸ​ບັນ, ​ໂລກ​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງຂວາງ ຍ້ອນຖືກຮັບ​ຜົນ​ສະທ້ອນ​ຈາກ​ໂລກ​ລະບາດ COVID-19, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີ 4 ກໍ​ຄື​ການ​ຫັນປ່ຽນ​ດ້ານ​ພູມີ​ສາດ​ການເມືອງຢ່າງ​ວ່ອງ​ໄວ.

ເພື່ອປະສົບຜົນສໍາເລັດໃນຄວາມມານະພະຍາຍາມປະຕິບັດບັນລຸເປົ້າໝາຍ ແລະ ວິໄສທັດອາຊຽນ, ທ່ານລັດຖະມົນຕີ ບູຍແທັງເຊີນໃຫ້ຮູ້ວ່າ, ປະຊາຄົມ ອາຊຽນ ຄວນເພີ່ມທະວີຄວາມມານະພະຍາຍາມປັບປຸງພື້ນຖານ ອາຊຽນ, ຊຸກຍູ້ການຟື້ນຟູຫຼັງໂລກລະບາດຢ່າງວ່ອງໄວ, ຍືນຍົງ ແລະ ຮອບດ້ານ, ພັດທະນາວິໄສທັດຫຼັງປີ 2025 ໃຫ້ໄລຍະພັດທະນາຕໍ່ໄປຂອງປະຊາຄົມ.

ຫອມມາລາ

ເຫດການ
302 Found

Found

The document has moved here.