ສາຍການບິນຫວຽດນາມປັບການບິນໃນພາກພື້ນອາຊີຕາເວັນອອກສ່ຽງເໜືອ

12:33 | 06/08/2022

ຍສໝ - ນັບແຕ່ວັນທີ 4 ສິງຫາ, ສາຍການບິນແຫ່ງຊາດຫວຽດນາມ (Vietnam Airlines) ປັບສາຍການບິນລະຫວ່າງປະເທດຫວຽດນາມ ແລະ ພາກອາຊີຕາເວັນອອກສ່ຽງເຫນືອ.

Vietnam Airlines ໄດ້ຮັບລາງວັນ VNPR Awards 2021 ສໍາລັບບັ້ນເຄື່ອນໄຫວການສື່ສານເສັ້ນທາງການບິນໄປອາເມຣິກາ Vietnam Airlines ໄດ້ຮັບລາງວັນ VNPR Awards 2021 ສໍາລັບບັ້ນເຄື່ອນໄຫວການສື່ສານເສັ້ນທາງການບິນໄປອາເມຣິກາ
ສາຍການບິນ Bamboo Airways ໄດ້ເປີດຖ້ຽວບິນກົງໄປເຢຍລະມັນ ຢ່າງເປັນທາງການແຕ່ວັນທີ 25 ກຸມພາ ສາຍການບິນ Bamboo Airways ໄດ້ເປີດຖ້ຽວບິນກົງໄປເຢຍລະມັນ ຢ່າງເປັນທາງການແຕ່ວັນທີ 25 ກຸມພາ

ໃນຕອນທ່ຽງທີ 4 ສິງຫາ, ຜູ້ຕາງໜ້າສາຍການບິນ Vietjet ໃຫ້ຂ່າວ ປັບປຸງແຜນການຖ້ຽວບິນໄປຍັງປະເທດຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ) ແຕ່ວັນທີ 4 ສິງຫາ - 7 ສິງຫາ. ຄາດວ່າ 82 ຖ້ຽວບິນຖືກຜົນກະທົບໃນເວລານີ້; ບາງຖ້ຽວບິນອື່ນໆແມ່ນໄດ້ຮັບຜົນກະທົບຢ່າງຕໍ່ເນື່ອງ.

ສາຍການບິນຫວຽດນາມປັບການບິນໃນພາກພື້ນອາຊີຕາເວັນອອກສ່ຽງເໜືອ
ສາຍການບິນຫວຽດນາມປັບການບິນໃນພາກພື້ນອາຊີຕາເວັນອອກສ່ຽງເໜືອ. ພາບ: TTXVN

ກໍ່ນັບແຕ່ວັນທີ 4 ສິງຫາ, ສາຍການບິນແຫ່ງຊາດຫວຽດນາມ (Vietnam Airlines) ປັບສາຍການບິນລະຫວ່າງປະເທດຫວຽດນາມ ແລະ ພາກອາຊີຕາເວັນອອກສ່ຽງເຫນືອ. ສາຍການບິນທີ່ໄດ້ປັບ ລວມມີ: ຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ); ລະຫວ່າງຫວຽດນາມ ແລ ອາເມລິກາ ເພື່ອຫລີກລ້ຽງການບິນຜ່ານບາງພື້ນທີ່ໃກ້ກັບໄຕ້ຫວັນ (ຈີນ). Vietnam Airlines ຈະຮັກສາສາຍການບິນທີ່ ປັບປຸງແຕ່ນີ້ຮອດວັນທີ 7 ສິງຫາ 2022 ຢ່າງຊົ່ວຄາວ. ຄາດວ່າຈະມີ 36 ຖ້ຽວບິນຖືກຜົນກະທົບ. Vietnam Airlines ກໍ່ສະເໜີແນະຜູ້ໂດຍສານ ໄປ-ມາ ຈາກພາກພື້ນອາຊີຕາເວັນອອກສ່ຽງເຫນືອ, ອາເມລິກາ ໃນໄລຍະນີ້ຄວນຕິດຕາມ, ອັບເດດຂໍ້ມູນຂ່າວສານຢູ່ fanpage, website ຫຼື ແລະ ຕິດຕໍ່ສູນບໍລິການ ລູກຄ້າ 19001100 ເພື່ອຮູ້ຂໍ້ມູນເພີ່ມເຕີມ.

ກ່ອນ​ໜ້າ​ນັ້ນ, ຕອນ​ຄ່ຳ​ວັນ​ທີ 3 ສິງຫາ, ທ່ານ ດິງຫວຽດ​ແທ່ງ, ຫົວໜ້າ​ກົມ​ການບິນ​ຫວຽດນາມ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ມີ​ຂໍ້​ມູນ​ຂ່າວ​ແຈ້ງວ່າ, ຈີນ​ປະກາດ​ການ​ຊ້ອມ​ຮົບ​ຢູ່​ເຂດ​ໃກ້​ກັບ​ໄຕ້​ຫວັນ (ຈີນ), ​ເວລາ​ມີ​ຜົນ​ສັກສິດ​ຈະ​ເລີ່​ມ​ແຕ່​ຕອນ​ບ່າຍ​ວັນ​ທີ 4/8 ຫາ​ວັນ​ທີ 4/8. ທ້າຍ​ວັນ​ທີ 7 ສິງຫາ 2022, ຍ້ອນ​ມີ​ບັນດາ​ປັດ​ໄຈ​ອັນຕະລາຍ, ອົງການ​ການບິນ​ຫວຽດນາມ ​ໄດ້​ພົບ​ປະ​ກັບ​ບັນດາ​ສາຍ​ການບິນ​ເພື່ອ​ປະຕິບັດ​ແຜນການ​ຫຼີກ​ລ້ຽງ​ການບິນ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ.

ບູນມີ

ເຫດການ
302 Found

Found

The document has moved here.