Vietjet ເປີດສາຍການບິນໂດຍກົງ ນະຄອນໂຮ່ຈີມິນ - ວຽງຈັນ ແລະ ປະກາດການຮ່ວມມືຮອບດ້ານກັບ Lao Airlines | |
ສາຍການບິນຫວຽດນາມປັບການບິນໃນພາກພື້ນອາຊີຕາເວັນອອກສ່ຽງເໜືອ |
ເນື່ອງໃນໂອກາດມາຢ້ຽມຢາມລາວ, ທ່ານປະທານສະພາແຫ່ງຊາດ ຫວູວັນດິ່ງເຫ້ວ ໄດ້ໄປຢ້ຽມຢາມສູນເຕັກນິກການບິນຮ່ວມມືລະຫວ່າງ Vietjet ກັບບໍລິສັດການບິນລາວ. ສູນບຳລຸງຮັກສາເຮືອບິນແມ່ນດຳເນີນການຮ່ວມກັນໂດຍ Vietjet ແລະ ບໍລິສັດການບິນລາວ, ໄດ້ຮັບການອະນຸມັດຈາກອົງການການບິນຂອງສອງປະເທດ.
ເນື່ອງໃນໂອກາດນີ້, Vietjet ໄດ້ລົງນາມໃນສັນຍາຮ່ວມມືຮອບດ້ານກັບບໍລິສັດການບິນລາວ, ພິເສດແມ່ນການຮ່ວມມືໃນການກໍ່ສ້າງ ແລະ ດຳເນີນງານສູນບຳລຸງຮັກສາເຮືອບິນຢູ່ສະໜາມບິນວັດໄຕ, ນະຄອນຫຼວງວຽງຈັນ (ລາວ).
ໃນຂົງເຂດບຳລຸງສ້າງຢູ່ສະໜາມບິນວັດໄຕ, ເຮືອບິນ Vietjet ທີ່ມີສີແດງ, ເຫຼືອງຂອງທຸງຊາດຫວຽດນາມ ແລະ ເຄື່ອງໝາຍການທ່ອງທ່ຽວຂອງຫວຽດນາມ ໄດ້ຮັບການຮັກສາເປັນປະຈຳໂດຍພະນັກງານຂອງ Vietjet ແລະ ການບິນລາວ.
![]() |
ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມສູນເຕັກນິກການບິນ Vietjet ຢູ່ລາວ |
ນັບແຕ່ໄດ້ເຊັນສັນຍາຮ່ວມມືສ້ອມແປງ ແລະ ບຳລຸງສ້າງເຮືອບິນໃນຕົ້ນເດືອນກໍລະກົດ, Vietjet ໄດ້ນຳເຮືອບິນເກືອບ 20 ລຳ ໃນຈຳນວນ 100 ລຳ ເພື່ອບຳລຸງຮັກສາຢູ່ນະຄອນຫຼວງວຽງຈັນ, ໃນນັ້ນມີເຮືອບິນ A320 ແບບແຄບ, A321 ແລະ ໂຕກວ້າງ A330.
Vietjet ຄາດວ່າການກາຍເປັນຄູ່ຮ່ວມມືຮອບດ້ານກັບສາຍການບິນລາວ ຈະສືບຕໍ່ພັດທະນາການພົວພັນຮ່ວມມືລະຫວ່າງສອງວິສາຫະກິດໃນຂົງເຂດສ້ອມແປງ ແລະ ບຳລຸງສ້າງ. ຈາກນັ້ນ, ສ້າງກຳລັງແຮງໃຫ້ແກ່ການຜັນຂະຫຍາຍການບຳລຸງສ້າງຊັບພະຍາກອນມະນຸດ, ປະກອບສ່ວນຊຸກຍູ້ເສດຖະກິດ, ການທ່ອງທ່ຽວ, ດຶງດູດການລົງທຶນ...
ການປະຕິບັດການບຳລຸງຮັກສາ ແລະ ບໍລິການເຮືອບິນຢູ່ລາວ ໄດ້ຊ່ວຍໃຫ້ Vietjet ມີຄວາມຕັ້ງໜ້າໃນການເຄື່ອນໄຫວ ແລະ ປະຕິບັດງານຂອງເຮືອບິນ, ປະຢັດຄ່າໃຊ້ຈ່າຍເມື່ອທຽບໃສ່ເມື່ອທຽບໃສ່ການສົ່ງເຮືອບິນໄປຍັງປະເທດທີ່ຢູ່ຫ່າງໄກສອກຫຼີກ ເພື່ອປະຕິບັດວຽກງານບຳລຸງສ້າງ ແລະ ສ້ອມແປງເປັນປົກກະຕິ.
ຄຳຮຸ່ງ