ຫວຽດ​ນາມ - ອ​າ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ໂຄງ​ການ​ຮ່ວ​ມ​ມື​ປ່ຽນ​ແປງ​ໃໝ່​ການ​ສຶກ​ສາ ລະ​ດັບ​ປະ​ລິ​ນຍາ​ຕີ

12:09 | 03/08/2022

ຍສໝ - ຕອນບ່າຍວັນທີ 1 ສິງຫາ, ຢູ່ຮ່າໂນ້ຍ, ອົງການພັດທະນາສາກົນ ອາເມລິກາ (USAID) ໄດ້ເລີ່ມດຳເນີນໂຄງການຮ່ວມມືທີ່ແກ່ຍາວເປັນເວລາ 5 ປີ ກັບ 3 ມະຫາວິທະຍາໄລແຖວໜ້າ ຫວຽດນາມ ດ້ວຍງົບປະມານກ່ວາ 14 ລ້ານ USD.

ການ​ສົນ​ທະ​ນາ​ຄວາມ​ໝັ້ນ​ຄົງ ດ້ານ​ພະ​ລັງ​ງານ ຫວຽດ​ນາມ - ອາ​ເມ​ລິ​ກາ ຄັ້ງ​ທີ 4 ການ​ສົນ​ທະ​ນາ​ຄວາມ​ໝັ້ນ​ຄົງ ດ້ານ​ພະ​ລັງ​ງານ ຫວຽດ​ນາມ - ອາ​ເມ​ລິ​ກາ ຄັ້ງ​ທີ 4
ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ສ່ອງ​ແສງບໍ່​ຄົບ​ຖ້ວນ ແລະ ຊັດ​ເຈນຕໍ່​ຕົວຈິງ​ຢູ່ ​ຫວຽດ​ນາມ ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ສ່ອງ​ແສງບໍ່​ຄົບ​ຖ້ວນ ແລະ ຊັດ​ເຈນຕໍ່​ຕົວຈິງ​ຢູ່ ​ຫວຽດ​ນາມ
ຫວຽດ​ນາມ - ອ​າ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ໂຄງ​ການ​ຮ່ວ​ມ​ມື​ປ່ຽນ​ແປງ​ໃໝ່​ການ​ສຶກ​ສາ ລະ​ດັບ​ປະ​ລິ​ນຍາ​ຕີ
ຫວຽດ​ນາມ - ອ​າ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ໂຄງ​ການ​ຮ່ວ​ມ​ມື​ປ່ຽນ​ແປງ​ໃໝ່​ການ​ສຶກ​ສາ ລະ​ດັບ​ປະ​ລິ​ນຍາ​ຕີ. ພາບ: VOV

ໂຄງການມີຊື່ວ່າ ການຮ່ວມມືປ່ຽນແປງໃໝ່ການສຶກສາລະດັບປະລິນຍາຕີ (PHER), ດ້ວຍຄູ່ຮ່ວມມືແມ່ນມະຫາວິທະຍາໄລ Indiana, ອາເມລິກາ ຈະຮ່ວມມືກັບ 3 ມະຫາວິທະຍາໄລລວມມີ ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ມະຫາວິທະຍາໄລ ດ່ານັ້ງ ເພື່ອແນໃສ່ປັບປຸງຄຸນນະພາບການສຶກສາ, ຊ່ວຍໃຫ້ບັນດາໂຮງຮຽນນີ້ ກາຍເປັນໂຮງຮຽນແບບຢ່າງຂອງພື້ນຖານການສຶກສາລະດັບປະລິນຍາຕີ ໃນປັດຈຸບັນຢູ່ ຫວຽດນາມ.

ໂຄງການ PHER ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ໂດຍໃຫ້ຜົນປະໂຫຍດແກ່ນັກຮຽນຫຼາຍກວ່າ 200,000 ຄົນ ແລະ ສະໜອງຄວາມຮູ້ ແລະ ທັກສະທີ່ຈຳເປັນໃຫ້ແກ່ນັກຮຽນໃນຕະຫລາດໂລກທີ່ມີການແກ່ງແຍ້ງເພີ່ມຂຶ້ນ.

ໄຊພອນ

302 Found

Found

The document has moved here.