ວັນທີ 28 ກໍລະກົດ, ຄະນະກຳມະການປະຊາຊົນແຂວງເລິມດົ່ງ ໄດ້ປະກາດແຜນການຈັດຕັ້ງງານ Festival ດອກໄມ້ ດ່າລາດ ຄັ້ງທີ 9 ປີ 2022 ດ້ວຍຫຼາຍລາຍການພິເສດຈັດຕັ້ງໃນຕະຫຼອດໄລຍະແຕ່ຕົ້ນເດືອນພະຈິກຮອດທ້າຍເດືອນທັນວາ 2022.
![]() |
Festival ດອກໄມ້ ດ່າລາດ ຄັ້ງທີ 9 ມີຫຼາຍການເຄື່ອນໄຫວສະເພາະພິເສດ. ພາບ: thanhnien.vn |
ງານ Festival ດອກໄມ້ ດ່າລາດ ຄັ້ງທີ 9 ດ້ວຍຫົວຂໍ້ “ດ່າລາດ - ນະຄອນດອກໄມ້ 4 ລະດູ” ຖືກຈັດຂຶ້ນຢູ່ສະຖານທີ່ນະຄອນ ດ່າລາດ, ບ່າວລົກ ແລະ ເມືອງຕ່າງໆໃນແຂວງ. ໃນນັ້ນ, 10 ລາຍການຕົ້ນຕໍໄດ້ຈັດຂຶ້ນພ້ອມກັນໃນຕະຫຼອດ 2 ເດືອນຄື: ເຂດວາງສະແດງດອກໄມ້ດ່າລາດ ຢູ່ເຂດອ້ອມຮອບໜອງຊວນເຮືອງ; ງານດົນຕີຕ້ອນຮັບ Festival ດອກໄມ້ ດ່າລາດ; ລາຍການສິລະປະ “ບ່າວລົກ-ລົດຊາດຊາ, ສີຂອງຜ້າໄໝ”; …
ງານ Festival ດອກໄມ້ ດ່າລາດ ຖືກຈັດຂຶ້ນ 2 ປີເທື່ອ 1. ເຫດການເພື່ອແນໃສ່ໂຄສະນາພາບພົດຂອງການທ່ອງທ່ຽວດ່າລາດ - ເລິມດົ່ງ ແລະ ດຶງດູດການລົງທຶນຂອງແຂວງເລິມ.
ບູນມີ