ໄຂສະຖານທີ່ສີສັນດອກໄມ້ດ່າລາດ ແລະງານວາງສະແດງດອກໄມ້ສາກົນ

07:51 | 20/12/2022

ວັນທີ 17 ທັນວາ, ຄະນະກໍາມະການປະຊາຊົນນະຄອນດ່າລາດ (ແຂວງເລິມດົ່ງ) ໄດ້ຈັດຕັ້ງພິທີໄຂງານວາງສະແດງດອກໄມ້ ແລະຕົ້ນໄມ້ປະດັບສາກົນປີ 2022 ແລະບັນດາສະຖານທີ່ທີ່ມີດອກໄມ້ໃນບໍລິເວນນະຄອນ.

ໄຂງານແຂ່ງຂັນຍິງປືນທະຫານບົກບັນດາປະເທດອາຊຽນ ຄັ້ງທີ 30 ໄຂງານແຂ່ງຂັນຍິງປືນທະຫານບົກບັນດາປະເທດອາຊຽນ ຄັ້ງທີ 30
ຫວຽດນາມ ແລະອາເມລິກາ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຫວຽດນາມ ແລະອາເມລິກາ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

ນອນໃນຂອບເຂດ Festival ດອກໄມ້ດ່າລາດ ຄັ້ງທີ IX-ປີ 2022, ງານວາງສະແດງໄດ້ແນະນໍາບັນດາຜະລິດຕະພັນສິລະປະ, ດອກໄມ້, bonsai, ຕົ້ນໄມ້ປະເພດໃໝ່, ຜ່ານນັ້ນໂຄສະນາເຄື່ອງໝາຍການຄ້າດອກໄມ້ດ່າລາດ, ຢັ້ງຢືນທີ່ຕັ້ງກ່ຽວກັບດອກໄມ້, ຕົ້ນໄມ້ປະດັບ ແລະເຊີດຊູບັນດາຜູ້ທີ່ປູກດອກໄມ້, ຕົ້ນໄມ້ປະດັບໃຫ້ເພື່ອນມິດພາຍໃນປະເທດ ແລະສາກົນ.

ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງດອກໄມ້. ພາບ: ຊວນເກື່ອງ.

ເຂົ້າຮ່ວມມີ 196 ກົມກອງ, ບຸກຄົນ ພ້ອມກັບຜະລິດຕະພັນກ່ຽວກັບດອກໄມ້, bonsai, ຕົ້ນໄມ້ປະດັບ ມີກວ່າ 4.000 ຊະນິດ, ມີຜະລິດຕະພັນກ່ຽວກັບດອກເຜິ້ງ ກວ່າ 3.000 ຊະນິດ ແລະ ກະຖາງປູກດອກໄມ້ທີ່ໄດ້ວາງສະແດງໃນສວນດອກໄມ້ນະຄອນດ່າລາດ ເກືອບ 250.000 ອັນ. ຢູ່ຕາມສະຖານທີ່ຕ່າງໆ, ບັນດາກະຖາງປູກດອກໄມ້ປະເພດຕ່າງໆໄດ້ຮັບການວາງສະແດງໃຫ້ນັກທ່ອງທ່ຽວຢ້ຽມຊົມຢ່າງມີຊີວິດຊີວາ, ດຶງດູດໃຈ. ລາຍການຈະແກ່ຍາວໄປຮອດວັນທີ 3 ມັງກອນ 2023.

ກອ​ງ​ທັບ​

ເຫດການ