ຮອດ​ປີ 2025, 100% ຂອງ​ຕາ​ແສງ ຮ່າ​ໂນ້ຍ ຈະ​ມີ​ລະບົບ​ກະຈາຍສຽງ​ເຕັກ​ໂນ​ໂລ​ຊີ

16:46 | 01/08/2022

ຍສໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນຮ່າ​ໂນ້ຍ ໄດ້​ຕັ້ງ​ເປົ້າ​ໝາຍ​ວ່າ​ຮອດ​ປີ 2025, 100% ຂອງ​ສະ​ຖາ​ນີ​ວິ​ທະ​ຍຸຂັ້ນຕາແສງທີ່ມີສາຍ ແລະ ໄຮ້​ສາຍ FM ຈະ​ປ່ຽນ​ເປັນ​ສະ​ຖາ​ນີ​ວິ​ທະ​ຍຸ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ-ໂທລະ​ຄົມ.

ລາງວັນ U19 ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2022: U19 ຫວຽດ​ນາມ ແລະ U19 ໄທ ສະ​ເໝີ​ກັນ ພ້ອມ​ກັນ​ເຂົ້າ​ຮອບ​ຊີງ​ຮອງ​ຊະ​ນະ​ເລີດ ລາງວັນ U19 ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2022: U19 ຫວຽດ​ນາມ ແລະ U19 ໄທ ສະ​ເໝີ​ກັນ ພ້ອມ​ກັນ​ເຂົ້າ​ຮອບ​ຊີງ​ຮອງ​ຊະ​ນະ​ເລີດ
ນະ​ຄອນ​ໂຮ່​ຈີ​ມິນ, ຮ່າ​ໂນ້ຍ, ດ່າ​ນັ້ງ ໄດ້​ຈັດ​ເຂົ້າ​ໃນ Top ນະ​ຄອນ​ດີ​ທີ່​ສຸດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ນະ​ຄອນ​ໂຮ່​ຈີ​ມິນ, ຮ່າ​ໂນ້ຍ, ດ່າ​ນັ້ງ ໄດ້​ຈັດ​ເຂົ້າ​ໃນ Top ນະ​ຄອນ​ດີ​ທີ່​ສຸດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ຫາ​ກໍ່​ປະກາດ​ແຜນການສະບັບເລກທີ 200/KH-UBND ກ່ຽວ​ກັບ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຂະ​ແໜງ​ຂໍ້​ມູນ​ຂ່າວສານ​ຮາກ​ຖານ​ໄລຍະ 2022-2025 ຢູ່​ນະຄອນ​ຮ່າ​ໂນ້ຍ.

ຮອດ​ປີ 2025, 100% ຂອງ​ຕາ​ແສງ ຮ່າ​ໂນ້ຍ ຈະ​ມີ​ລະບົບ​ກະຈາຍສຽງ​ເຕັກ​ໂນ​ໂລ​ຊີ
ຮອດ​ປີ 2025, 100% ຂອງ​ຕາ​ແສງ ຮ່າ​ໂນ້ຍ ຈະ​ມີ​ລະບົບ​ກະຈາຍສຽງ​ເຕັກ​ໂນ​ໂລ​ຊີ. ພາບ: thoidai.com.vn

ເປົ້າ​ໝາຍ​ຂອງ​ແຜນ​ການ​ເນັ້ນ​ໜັກ​ເຖິງ​ການ​ພັດ​ທະ​ນາ​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວ​ສານ​ຮາກ​ຖານ​ບໍລິເວນນະຄອນ​ທີ່​ທັນ​ສະ​ໄໝ ແລະ ຄົບຊຸດ. ພົວພັນ ​ແລະ ສ່ອງແສງ​ຢ່າງ​ວ່ອງ​ໄວ​ຕໍ່​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ ​ແລະ​ ໄພພິບັດ​ສິ່ງ​ແວດ​ລ້ອມ​ຕໍ່​ຊີວິດ​ເສດຖະກິດ-ສັງຄົມ...

​ແຜນການ​ດັ່ງກ່າວ​ໄດ້​ລະບຸ​ຢ່າງ​ຈະ​ແຈ້ງ​ວ່າ: ກ່ຽວ​ກັບ​ການ​ພັດທະນາ​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວສານ​ຮາກ​ຖານ​ທັນ​ສະ​ໄໝ​ຢູ່​ຂັ້ນ​ບ້ານ, ນະຄອນ, ສູ້ຊົນຮອດ​ປີ 2025, 100% ຂອງ​ຕາ​ແສງ, ​ເມືອງ, ​ເທດສະບານ ຈະ​ມີ​ລະບົບ​ວິທະຍຸ​ເຄື່ອນ​ໄຫວ​ໄປ​ເຖິງ​ບ້ານ, ​ເຂດຊຸມຊົນ.

ພ້ອມ​ກັນ​ນັ້ນ, 100% ຂອງ​ຕາ​ແສງ, ເທດສະບານ ຈະ​ມີ​ເວັບ​ໄຊຂໍ້ມູນຂ່າວສານ ເອເລັກໂຕນິກ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ເມືອງ ​ເພື່ອ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ທີ່​ສຳຄັນ ​ແລະ ພົວພັນ​ກັບ​ປະຊາຊົນ; 100% ​ຕາ​ແສງ, ເທດສະບານ​ແລະ ກວ່າ 70% ​ຕາ​ແສງ​ມີກະດານຂ່າວ​ເອ​ເລັກ​ໂຕນິກ​ເພື່ອ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ທີ່​ສຳຄັນ​ໃຫ້​ປະຊາຊົນ.

ສຳລັບ​ຂັ້ນ​ເມືອງ, ຮອດ​ປີ 2023, 100% ສູນ​ວັດທະນະທຳ-​ຂ່າວສານ ​ແລະ ກິລາ​ຂັ້ນ​ເມືອງ ​ໂດຍ​ພື້ນຖານ​ຈະ​ມີ​ອຸປະກອນ ​ແລະ ຊັບພະຍາກອນ​ມະນຸດ​ຢ່າງ​ພຽງພໍ ​ເພື່ອ​ປະຕິບັດ​ວຽກ​ງານ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຢູ່​ຂັ້ນ​ເມືອງ ຕາມ​ໜ້າ​ທີ່​.

ກ່ຽວກັບການຫັນປ່ຽນດີຈີຕອນການ​ເຄື່ອນ​ໄຫວ​ຂໍ້​ມູນ​ຂ່າວສານ​ຮາກຖານ, ຮອດ​ປີ 2025, 100% ຂອງ​ສະ​ຖາ​ນີ​ວິ​ທະ​ຍຸຂັ້ນຕາແສງມີສາຍ ແລະ ໄຮ້​ສາຍ FM ຈະ​ປ່ຽນ​ເປັນ​ສະ​ຖາ​ນີ​ວິ​ທະ​ຍຸ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ-ໂທລະ​ຄົມ...

ບູນມີ

ເຫດການ
302 Found

Found

The document has moved here.