ທ່ານເອກອັກຄະລັດຖະທູດ Elsbeth Akkerman: VUFO ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ “ການພົວພັນຄູ່ຮ່ວມມືຮອບດ້ານ” ລະຫວ່າງ ໂຮນລັງ ແລະ ຫວຽດນາມ

16:45 | 01/08/2022

ຍສໝ - ທ່ານນາງເອກອັກ ຄະລັດຖະທູດ Elsbeth Akkerman ໄດ້ປະກອບສ່ວນສໍາຄັນເຂົ້າໃນການ ຊຸກຍູ້ການພົວພັນຫວຽດນາມ-ໂຮນລັງໃຫ້ພັດທະນາຢ່າງແຮງ.

ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ
​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ

ຕອນເຊົ້າວັນທີ 28 ກໍລະກົດ, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ໄດ້ປະດັບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະ​ຊາ​ຊາດ” ໃຫ້ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດ ໂຮນລັງ ປະຈໍາ ສສ ຫວຽດນາມ.

ທ່ານເອກອັກຄະລັດຖະທູດ Elsbeth Akkerman: VUFO ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ “ການພົວພັນຄູ່ຮ່ວມມືຮອບດ້ານ” ລະຫວ່າງ ໂຮນລັງ ແລະ ຫວຽດນາມ
ທ່ານນາງ ຫງວຽນເຟືອງງາ ປະທານ VUFO ໄດ້ປະດັບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະ​ຊາ​ຊາດ” ໃຫ້ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດ ໂຮນລັງ ປະຈໍາ ສສ ຫວຽດນາມ.

ໃນອາຍຸການປະຕິບັດໜ້າທີ່ຢູ່ຫວຽດນາມ, ທ່ານນາງເອກອັກ ຄະລັດຖະທູດ Elsbeth Akkerman ໄດ້ປະກອບສ່ວນສໍາຄັນເຂົ້າໃນການ ຊຸກຍູ້ການພົວພັນຫວຽດນາມ-ໂຮນລັງໃຫ້ພັດທະນາຢ່າງແຮງ. ປີ 2021, ໃນສະ ພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ທ່ານນາງ Elsbeth Akkerman ໄດ້ຮຽກຮ້ອງລັດຖະບານ ແລະ ວິສາຫະກິດໂຮນລັງ ບໍລິຈາກ, ສະໜັບສະໜູນ ເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນການແພດຈໍານວນໜຶ່ງທີ່ມີມູນຄ່າປະມານ 43 ຕື້ດົ່ງໃຫ້ຫວຽດນາມ. ນອກຈາກນັ້ນ, ທ່ານນາງ Elsbeth Akkerman ຍັງຕັ້ງໜ້າຂົນ ຂວາຍເພີ່ມບ້ວງເງິນຊ່ວຍເຫຼືອລ້າຂອງໂຮນລັງ ໃຫ້ຫວຽດນາມ ໃນຂົງເຂດຕໍ່າແຜ່ນຕັດຫຍິບ ແລະ ບຳບັດນໍ້າ.

ທ່ານນາງ​ເອກ​ອັກຄະ​ລັດຖະທູດ Elsbeth Akkerman ​ໄດ້​ສະ​ແດງ​ຄວາມຕື້ນຕັນໃຈ​ເຖິງ​ຄວາມ​ຮັກ​ແພງ ​ແລະ ການ​ສະໜັບສະໜູນ​ຂອງ​ເພື່ອນ​ມິດ​ຫວຽດນາມ. ພິເສດ​ທ່ານ​ນາງໄດ້ຂອບອົບຂອບໃຈທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ແລະ ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ​ໂຮ​ນລັງ ​ແລະ ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ ຫວຽດນາມ - ​ໂຮ​ນລັງ ຈະ​ພັດທະນາ​ຢ່າງ​ດີງາມ ​ແລະ ນັບມື້ນັບເຂົ້າສູ່ລວງ​ເລິກໃນໄລຍະຈະມາເຖິງ.

ບູນມີ

ເຫດການ
302 Found

Found

The document has moved here.