ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ

08:17 | 20/06/2022

ຍສໝ-ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລີມ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ອິດສະລາແອນ ປະຈຳ ຫວຽດນາມ Nadav Eshcar, ມາຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການເຮັດ​ວຽກຢູ່ຫວຽດນາມ.

ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອົດສະຕາລີ ປະຈໍາ ຫວຽດນາມ ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອົດສະຕາລີ ປະຈໍາ ຫວຽດນາມ
ທ່ານເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ໄດ້ມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະ ສິ່ງແວດລ້ອມ ທ່ານເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ໄດ້ມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະ ສິ່ງແວດລ້ອມ
ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ
ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ Nadav Eshcar ( ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ເຖິງວ່າ ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນສະທ້ອນ, ເຮັດໃຫ້ຂາດວັກຂາດຕອນເຖິງກິດຈະກໍາຈໍານວນໜຶ່ງກ່ຽວກັບການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບຄູ່ຮ່ວມມືອິດສະລາແອນ. ແຕ່ສອງຝ່າຍກໍຍັງຜັນຂະຫຍາຍຫຼາຍການເຄື່ອນໄຫວແລກປ່ຽນຄະນະ, ກອງປະຊຸມ, ການສຳມະນາ ພາຍໃຕ້ຮູບການທາງໄກຢ່າງມີປະສິດທິຜົນ ເພື່ອແນໃສ່ຄົ້ນຄ້ວາ, ສຳຫຼວດຄວາມສາມາດການຮ່ວມມືໃນຂົງເຂດເຕັກໂນໂລຢີ, ເຕັກນິກ, ພະລາທິການດ້ານວິຊາສະເພາະ, ຮູບຈໍາລອງ, ຫຼັກສູດຝຶກອົບຮົມກ່ຽວກັບການປ້ອງກັນ ແລະ ຕ້ານການກໍ່ການຮ້າຍ, ຄວາມປອດໄພທາງອິນເຕີເນັດ…

ຜ່ານນັ້ນ, ສອງຝ່າຍກໍມີໂອກາດຊອກຮູ້ເຊິ່ງກັນແລະກັນ, ແລກປ່ຽນ, ແບ່ງປັນບົດຮຽນ, ຊອກຫາໂອກາດຮ່ວມມື. ພ້ອມກັນນັ້ນ ສອງຝ່າຍ ກໍກຳລັງສືບຕໍ່ສົມທົບຄົ້ນຄ້ວາ, ເຈລະຈາເພື່ອມຸ່ງໄປເຖິງການເຊັນບັນດາສັນຍາຄື ສັນຍາວ່າດ້ວຍການສົ່ງຜູ້ຕ້ອງໂທດຂ້າມແດນ, ສັນຍາວ່າດ້ວຍການສົ່ງມອບຜູ້ທີ່ຖືກຕັດສິນລົງໂທດຈໍາຄຸກ, ສັນຍາວ່າດ້ວຍການໜູນຊ່ວຍຍຸຕິທໍາກ່ຽວກັບອາຍາ, ຂໍ້ຕົກລົງວ່າດ້ວຍການຮ່ວມມືໃນຂົງເຂດຄວາມປອດໄພທາງອິນເຕີເນັດເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ຂອງ​ ອິດສະລາ​ແອນ.

ທ່ານ​ເອກ​ອັກຄະ​ລັດຖະທູດ Nadav Eshcar ຢືນຢັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ບໍ່​ວ່າ​ຈະ​ດໍາລົງ​ຕຳ​ແໜ່​ງໃດກໍຕາມ ທ່ານ​ກໍຈະ​ສືບ​ຕໍ່​ເປັນ​ຂົວ​ເຊື່ອມຕໍ່​ປະກອບສ່ວນ​ເຂົ້າໃນການເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ອິດສະລາ​ແອນ ​- ຫວຽດນາມ ​ເວົ້າ​ລວມ ​ແລະ ລະຫວ່າງ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ ອິດສະລາ​ແອນ ​ກັບ ກໍາລັງຕໍາຫຼວດປະຊາຊົນ ຫວຽດນາມ ເວົ້າສະເພາະ ໃຫ້ນັບມື້ນັບເລິກເຊິ່ງ, ແໜ້ນແຟ້ນ.

ຫອມມາລາ

ເຫດການ
302 Found

Found

The document has moved here.