ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ມາ​ຢ້ຽມຢາມ ​ແລະ ສະ​ແດງ​ຄວາມ​ຍິນ​ດີ​ນຳ​ວາລະສານຍຸກ​ສະ​ໄໝ

17:58 | 23/06/2022

​ຍ​ສ​ໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 97 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2022), ວັນທີ 21 ມິຖຸນາ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ໄປຢ້ຽມຢາມ ແລະ ອວຍພອນ ວາລະສານ ຍຸກ​ສະ​ໄໝ.

Festival ເຫ້​ວ 2022: ກຽມ​ພ້ອມ​ໃຫ້​ແກ່​​ ລາຍ​ການ​ສະ​ແດງ ວັດ​ທະ​ນະ​ທຳ Festival ເຫ້​ວ 2022: ກຽມ​ພ້ອມ​ໃຫ້​ແກ່​​ ລາຍ​ການ​ສະ​ແດງ ວັດ​ທະ​ນະ​ທຳ
ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ຢາ​ສະ​ໝຸນ​ໄພ​ຫວຽດນາມ ຢູ່​ຕະຫຼາດ​ຍີ່ປຸ່ນ ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ຢາ​ສະ​ໝຸນ​ໄພ​ຫວຽດນາມ ຢູ່​ຕະຫຼາດ​ຍີ່ປຸ່ນ
ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ມາ​ຢ້ຽມຢາມ ​ແລະ ສະ​ແດງ​ຄວາມ​ຍິນ​ດີ​ນຳ​ວາລະສານຍຸກ​ສະ​ໄໝ
ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ

​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ມີ​ທ່ານ​ຮອງ​ປະທານ VUFO ຫງວຽນ​ວັນ​ແຢວງ ພ້ອມ​ດ້ວຍ​ບັນດາ​ການ​ນຳ, ບັນດາ​ນັກ​ຂ່າວ, ພະນັກງານ​ຂອງ​ວາລະສານ ຍຸກ​ສະ​ໄໝ.

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ດີງາມ​ເຖິງ​ບັນດາ​ການ​ນຳ, ບັນນາທິການ, ນັກ​ຂ່າວ, ພະນັກງານ ​ແລະ ​ພາ​ລະ​ກອນຂອງ​ວາລະສານ. ທ່ານ​​ນາງເອກ​ອັກຄະ​ລັດຖະທູດ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ໄປຄຽງ​ຄູ່​ກັບ​ບັນດາ​ຜົນງານ​ທີ່​ໝູ່ຄະນະວາລະສານ ຍຸກ​ສະ​ໄໝ​ ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ.

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຢືນຢັນ​ວ່າ ບັນດາ​ການ​ນຳ VUFO ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວາລະສານ. ສະນັ້ນ, ທ່ານ​ນາງ​​ເອກ​ອັກຄະ​ລັດຖະທູດ​ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ວາລະສານ ຍຸກ​ສະ​ໄໝ ຈະ ນັບ​ມື້​ນັບ​ພັດທະນາ, ປະຕິບັດ​ໜ້າ​ທີ່​ການ​ເມືອງ​ເປັນ​ຢ່າງ​ດີ, ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ, ລັດ.

ພິ​ເສດ, ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ, ບັນດາ​ການ​ນຳ, ນັກ​ຂ່າວ, ພະນັກງານ​ຂອງ​ວາລະສານ ຍຸກ​ສະ​ໄໝ ຕ້ອງ​ມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ນຳ​ໜ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ສຳຄັນ ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ບັນດາ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ທູດ​ປະຊາຊົນໄປ​ຍັງ​ມະ​ຫາ​ຊົນ, ປະ​ຊາ​ຊົນ ​ແລະ ວິ​ສາ​ຫະ​ກິດເວົ້າ​ສະ​ເພາະ​ ທັງ​ໃນ​ແລະ​ຕ່າງ​ປະ​ເທດ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, ​ໃນ​ສະພາບ​ການ​ພັດທະນາ​ຂອງ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ໃນ​ປະຈຸ​ບັນ, ວາລະສານ​ຕ້ອງ​ກຳ​ແໜ້ນ​ທ່າ​ອ່ຽງ, ຫັນເປັນ​ດີ​ຈີ​ຕອນ​ຢ່າງ​ສຳ​ເລັດ​ຜົນ​ໃນ​ການ​ພັດທະນາ​ສື່​ເອ​ເລັກ​ໂຕ​ນິກ ​ແລະ ໜ້າ​ເວັບ​ພາສາ​ຕ່າງປະ​ເທດ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ຂໍ້​ມູນ​ຂ່າວສານການ​ຕ່າງປະ​ເທດ​ເວົ້າລວມ ​ແລະ ການ​ຕ່າງປະ​ເທດ​​ປະຊາຊົນ ເວົ້າ​ສະ​ເພາະ​ ໃຫ້​ຜູ້​ອ່ານ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ສະ​ເໜີ​ໃຫ້​, ຄະ​ນະ​ການ​ນຳ, ນັກ​ຂ່າວ, ພະ​ນັກ​ງານ​ຂອງວາ​ລະ​ສານ​ແລກ​ປ່ຽນ, ເຊື່ອມ​ຕໍ່​ກັບ​ບັນ​ດາ​ອົງ​ການ​ຂຶ້ນ​ກັບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ, ບັນ​ດາ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຂຶ້ນ​ກັບ​ລະ​ບົບ​ຂອງ VUFO…ຢ່າງເປັນປະຈຳ ເພື່ອ​ຈາກ​ນັ້ນ​ຈະ​ມີແນວ​ຄວາມ​ຄິດໃໝ່, ປະ​ກອບ​ສ່ວນ​ຮັບ​ໃຊ້​ວຽກ​ງານ​ລົງ​ຂ່າວ ການ​ຕ່າງ​ປະ​ເທດ​ໃຫ້​ເປັນ​ຢ່າງ​ດີ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ​ເນັ້ນ​ໜັກ​ວ່າ:

“ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ການ​ນຳ​ຂອງ​ວາ​ລະ​ສານຈະ​ເອົາ​ໃຈ​ໃສ່, ສຶກ​ສາ​ນັກ​ຂ່າວ​ລຸ້ນ​ຕໍ່​ໄປ ທັງ​ດ້ານການ​ຄຸ້ມ​ຄອງ ແລະ ບັນ​ນາ​ທິ​ການ. ຜ່ານ​ນັ້ນ​ພວກ​ເພື່ອນ​ຈະ​ເຕີບ​ໂຕ​ໂດຍ​ໄວ ແລະ ມີ​ການ​ສະ​ໜິດ​ຕິດ​ພັນກັບ​ວາ​ລະ​ສານຢ່າງ​ຍາວ​ນານ​”.

ຕາງ​ໜ້າ​ການ​ນຳ, ນັກ​ຂ່າວ, ພະ​ນັກ​ງານ​ວາ​ລະ​ສານ​ຍຸກ​ສະ​ໄໝ, ທ່ານ ເລກວາງ​ທ້ຽນ ບັນ​ນາ​ທິ​ການ​ໃຫຍ່​ ໄດ້ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່​ຄວາມ​ເອົາ​ໃຈ​ໃສ່​ຂອງ​ການ​ນຳ VUFO, ບັນ​ດາ​ໜ່ວຍ​ງານ​ຂອງ VUFO ແລະ ສ່ວນ​ຕົວ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ. ໂດຍ​ຮັບ​ຮູ້​ບັນ​ດາ​ຄຳ​ເຫັນ​ຊີ້​ນຳ​ຂອງທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ທ່ານ​ເລກວາງ​ທ້​ຽວ ຢັ້ງ​ຢືນ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ໝູ່​ຄະ​ນະ​ວາ​ລະ​ສານ​ຈະ​ຮັກ​ສາ​ຈິດ​ໃຈ​ສະ​ໜິດ​ຕິດ​ພັນ, ປັບ​ປຸງ​ທີ່​ຕັ້ງ​ຂອງວາ​ລະ​ສານ ເປັນວາລະສານສະເພາະກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ການ​ຕ່າງ​ປະ​ເທດ​ເວົ້າ​ລວມ ແລະ ການ​ທູດ​ປະ​ຊາ​ຊົນ​ເວົ້າ​ສະ​ເພາະ, ຈາກ​ນັ້ນ​ແຜ່​ກະ​ຈາຍ​ຂໍ້​ມູນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ, ນະ​ໂຍ​ບາ​ຍ​ຂອງ​ຫວຽດ​ນາມ ໄປ​ຍັງ​ທ່ານ​ຜູ້​ອ່ານ​ທັງ​ຢູ່​ພາຍ​ໃນ ແລະ​ຕ່າງ​ປະ​ເທດ.

ທ່ານບັນນາ​ທິ​ການ​ໃຫຍ່ ວາ​ລະ​ສານ​ຍຸກ​ສະ​ໄໝ ໄດ້​ສະ​ແດງ​ຄວາມ​ຫວັງ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ຊີ້​ນຳ, ກຳ​ນົດ​ທິດ, ເອົາ​ໃຈ​ໃສ່, ຊ່ວຍ​ເຫຼືອ​ຂອງ​ຄະ​ນະ​ການ​ນຳ VUFO, ກໍ່​ຄື​ສ່ວນ​ຕົວ​ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ​ເພື່ອ​ໃຫ້​ວາ​ລະ​ສານ​ນັບ​ມື້​ນັບ​ພັດ​ທະ​ນາ​ກ່​ວາ​ອີກ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.