ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບອົງການສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF)

10:22 | 26/02/2024

ຍສໝ - ທ່ານ​ປະທານອົງການສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF) ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ການ​ເຂົ້າ​ຮ່ວມ ​ແລະ ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນ​ບັນດາ​ວຽກ​ງານ​ລວມຂອງ APF.

ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເຊື່ອມຕໍ່ແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນານະຄອນ ໂຮ່ຈິມິນ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເຊື່ອມຕໍ່ແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນານະຄອນ ໂຮ່ຈິມິນ
ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ບັນດາ​ຄຸນຄ່າ ​ແລະ ຫຼັກການ​ຂອງ​ກົດ​ບັດ ສປຊ ​ແມ່ນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ບັນດາ​ຄຸນຄ່າ ​ແລະ ຫຼັກການ​ຂອງ​ກົດ​ບັດ ສປຊ ​ແມ່ນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ

ຕອນ​ບ່າຍ​ວັນ​ທີ 22 ເດືອນກຸມພາ, ຢູ່​ສຳນັກງານ​ຄະນະ​ປະຈຳ​ອົງການ​ຫວຽດນາມ ​ປະຈຳ​ສະຫະ​ປະຊາ​ຊາດ ຢູ່​ນິວຢອກ - ອາ​ເມ​ລິ​ກາ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Francis Drouin ປະທານອົງການສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF) ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ APF ​ກັບ ຫວຽດນາມ ຫວ່າງ​ມໍ່ໆ​ນີ້ ​ແລະ ທິດ​ທາງ​ຊຸກຍູ້ APF ​ເພີ່ມ​ທະວີ​ການພົວພັນ​ຮ່ວມ​ມື​ກັບ​ສະຫະ​ປະຊາ​ຊາດ.

ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບອົງການສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF)
ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ ​ແລະ ທ່ານ Francis Drouin, ​ປະທານອົງການສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF)

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢ່າງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ APF ​ແລະ ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຫວັງ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ແລກປ່ຽນ ​ແລະ ຮ່ວມ​ມື​ຫຼາຍ​ຝ່າຍ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່ຕ່າງຝ່າຍຕ່າງມີຄວາມ​ສົນ​ໃຈ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ APF.

ທ່ານ​ເອກ​ອັກຄະ​ລັດຖະທູດ​ກ່າວ​ວ່າ ການ​ຮ່ວມ​ມື ​ແລະ ການ​ໂອ້​ລົມ​ສົນທະນາ​ລະຫວ່າງ​ສອງ​ປະ​ເທດ​ຈະ​ຊ່ວຍ​ໃຫ້ APF ມີ​ໂອກາດ​ເຂົ້າ​ຮ່ວມ​ວຽກ​ງານ​ຂອງ​ສະຫະ​ປະຊາ​ຊາດ​ຫຼາຍ​ກວ່າ​ເກົ່າ, ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ, ​ເພື່ອ​ສັນຕິພາບ, ຄວາມໝັ້ນຄົງ ແລະ ການ​ຮ່ວມ​ມື​ພັດທະນາ.

ທ່ານ Francis Drouin ​ໄດ້​ຮອງຮັບ ​ແລະ ຕີ​ລາຄາ​ສູງ​ການ​ເຂົ້າ​ຮ່ວມ ​ແລະ ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນ​ວຽກ​ງານ​ລວມຂອງ APF ຜ່ານ​ການ​ປະຕິບັດ​ໜ້າ​ທີ່​ຫຼາຍ​ຢ່າງ​ຄື: ຮອງ​ປະທານ, ສະມາຊິກ​ສະພາ​ບໍລິຫານເຄືອຂ່າຍສະມາຊິກລັດຖະສະພາຍິງ ແລະ ຮັບຜິດຊອບພາກພື້ນອາຊີ - ປາຊີຟິກ ແຕ່ປີ 2015 ເຖິງປັດຈຸບັນ.

ທ່ານ​ປະທານ APF ຫວັງຢາກສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ການ​ຮ່ວມ​ມື​ຢ່າງ​ແນ້ນແຟ້ນ​ຈາກ ຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ APF ​ໃນ​ໄລຍະ​ຈະ​ມາ​ເຖິງ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.