ກົນດາວ - ບ່ອນສະຫງົບສຸກ

09:24 | 26/07/2022

ຍສໝ-ບັນດາ​ວາລະສານທີ່ມີສື່ສຽງຂອງໂລກເຄີຍໂຫວດໃຫ້ແມ່ນ ​ໜຶ່ງ​ໃນ “10 ໝູ່​ເກາະ​ທີ່​ມີ​ສະ​ເໜ່​ທີ່​ສຸດ​ໃນ​ໂລກ”, ກົນດາວ​ໄດ້​ກາຍ​ເປັນ​ສະຖານທ່ອງທ່ຽວທີ່​ດຶງ​ດູດ​ບໍ່ພຽງແຕ່ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ດຶງດູດທັງ​ນັກ​ທ່ອງ​ທ່ຽວ​ສາກົນ​ອີກ​ດ້ວຍ.

ຫວຽດນາມ ຍາດໄດ້ 4 ຫຼຽນຄໍາໂອແລມປິກເຄມີສາດສາກົນ 2022 ຫວຽດນາມ ຍາດໄດ້ 4 ຫຼຽນຄໍາໂອແລມປິກເຄມີສາດສາກົນ 2022
ຂົນສົ່ງຊັບພະຍາກອນມະນຸດ, ອຸປະກອນການແພດ ແລະວັກຊິນໄປຍັງເມືອງກົນດາວ ຂົນສົ່ງຊັບພະຍາກອນມະນຸດ, ອຸປະກອນການແພດ ແລະວັກຊິນໄປຍັງເມືອງກົນດາວ

ເຖິງວ່າຈຳນວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ມາທ່ຽວ ກົນດາວ ນັບມື້ນັບເພີ່ມຂຶ້ນກໍຕາມ, ແຕ່ສະຖານທີ່ແຫ່ງນີ້ຍັງຄົງຮັກສາຄວາມສະຫງົບງຽບທີ່ເຄີຍມີມາກ່ອນໄວ້ໄດ້, ບໍ່ມີຈາກສຽງລົບກວນຄືຕົວເມືອງ, ເຊື່ອມຕົວເຂົ້າກັບທຳມະຊາດ ແລະ ປະຫວັດສາດ.

ຍ່າງ​ຢູ່​ກາງ​ຕົວ​ເມືອງ​ນ້ອຍ ກົນ​ເຊີນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ​ ຄືໄດ້ເຂົ້າ​ໄປໃນບັນດາມູມທີ່​ສະຫງົບສຸກນ້ອຍໆ​ເຊິ່ງ​ບໍ່​ມີຢູ່ໃນ​ບ່ອນ​ອື່ນ​. ນັ້ນ​ແມ່ນບັນດາກິດຈະກຳ​ສະ​ຖາ​ປັດ​ຕະ​ຍະ​ກຳມີແຕ່​ໃນ​ສະ​ໄໝ​ຂຶ້ນກັບ​ຝ​ຣັ່ງ​ ເຊິ່ງມີ​ອາ​ຍຸ​ນັບ​ຮ້ອຍ​ປີ ປະຈຸ​ບັນ​ປົກ​ຄຸມ​ໄປດ້ວຍ​ສີຂຽວຂອງເທົາ​ ແຕ່​ຍັງ​ຄົງ​ຮັກ​ສາ​ໄວ້​ໄດ້ຄົບຖ້ວນ. ນັ້ນແມ່ນເຂດຮ່ອງຮອຍປະຫວັດສາດຄຸກທີ່ມີຊື່ສຽງ "ນາຮົກບົນໜ້າໂລກ" ຫຼື ຮອຍຍິ້ມທີ່ອົບອຸ່ນ ແລະ ເປັນມິດຂອງປະຊາຊົນໃນໝູ່ເກາະ ...

ລຸ່ມນີ້​ແມ່ນບັນດາ​ຮູບ​ພາບ​ທີ່​ສະ​ຫງົບ​ສຸກ​ ໂດຍ​ນັກ​ຂ່າວ​ໜັງ​ສື​ພິມ ບາເຣ້ຍ - ຫວູງເຕົາ ຖ່າຍໄວ້ຢູ່ ກົນ​ດາວ.

ກົນດາວ - ບ່ອນສະຫງົບສຸກ

ນັກ​ທ່ອງ​ທ່ຽວ​ໄດ້​ລົງ​ຈາກ​ສະ​ຫນາມ​ບິນ ກໍ໊ອົ໋ງ, ເຊິ່ງຫ່າງ​ຈາກ​ຕົວ​ເມືອງນ້ອຍ​ປະ​ມານ 10 ກິ​ໂລ​ແມັດ​ (ພາບ: dulich. petrotimes.vn)

ບັນດາແຖວເຮືອນເກົ່າແກ່ທີ່ມີອາຍຸກວ່າ 100 ປີຕັ້ງຢູ່ໃນຖະໜົນ ເລຢວນ ຍັງມີຄົບຖ້ວນ.
ບັນດາແຖວເຮືອນເກົ່າແກ່ທີ່ມີອາຍຸກວ່າ 100 ປີຕັ້ງຢູ່ໃນຖະໜົນ ເລຢວນ ຍັງມີຄົບຖ້ວນ (ພາບ: dulich. petrotimes.vn)
ກົນດາວ - ບ່ອນສະຫງົບສຸກ

ໄລຍະທາງໜຶ່ງທີ່ມຸງດ້ວຍຮົ່ມເງົາຕົ້ນຫູກວາງບູຮານທີ່ຕົວເມືອງນ້ອຍ ກົນເຊີນ (ພາບ: dulich. petrotimes.vn)

ກົນດາວ - ບ່ອນສະຫງົບສຸກ

ຄວາມສວຍງາມແບບບູຮານ ດ້ວຍບັນດາຮົ້ວທີ່ໄດ້ປົກ​ຄຸມ​ດ້ວຍ​ສີຂຽວຂອງເທົາ​ ຢູ່ໃນຖະໜົນ ຕົນດຶກທັງ (ພາບ: dulich. petrotimes.vn)

ກົນດາວ - ບ່ອນສະຫງົບສຸກ

ນັກທ່ອງທ່ຽວມາຈາກ ອາເມລິກາ ມາທ່ອງທ່ຽວຄຸກ ຟູ໋ຫາຍ (ພາບ: dulich. petrotimes.vn)

ກົນດາວ - ບ່ອນສະຫງົບສຸກ

ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຊົມຫໍ​ພິ​ພິ​ທະ​ພັນ ກົນດາວ ດ້ວຍ​ບັນ​ດາຂອງທີ່ລະນຶກ, ​ເອກະສານເປັນ​ພັນ​ຢ່າງກ່ຽວກັບ ກົນດາວ ໃນ​ອະ​ດີດ ແລະ ປະ​ຈຸ​ບັນ (ພາບ: dulich. petrotimes.vn)

ກົນດາວ - ບ່ອນສະຫງົບສຸກ
ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ເກາະ ໄບແກ້ງ. ເກາະ ໄບແກ້ງ ມີເນື້ອ​ທີ່ 368 ເຮັກຕາ, ມີ​ລະບົບ​ນິເວດ​ທີ່​ຫຼາກ​ຫຼາຍ ​ແລະ ​ແມ່ນ​ຫາດ​ຊາຍ​ທະ​ເລ​ທີ່​ມີ​ເຕົ່າ​ທະ​ເລ​ອອກ​ໄຂ່ຫຼາຍທີ່ສຸດ​ຢູ່ ​ຫວຽດນາມ (ພາບ: dulich. petrotimes.vn)

ຫອມມາລາ

ເຫດການ
302 Found

Found

The document has moved here.