ຫວຽດນາມ ຍາດໄດ້ 4 ຫຼຽນຄໍາໂອແລມປິກເຄມີສາດສາກົນ 2022

12:58 | 24/07/2022

ຍສໝ-ຕອນບ່າຍວັນທີ 18 ກໍລະກົດ, ຄະນະຈັດຕັ້ງໂອແລມປິກເຄມີສາດສາກົນ 2022 ໄດ້ຈັດຕັ້ງພິທີສະຫຼຸບ ແລະ ມອບລາງວັນທີ່ ຈີນ ດ້ວຍຮູບແບບທາງໄກ.

ຫວຽດນາມ ຢືນອັນດັບທີ 4/104 ປະເທດ, ເຂດແຄ້ວນ ຢູ່ Olympic ຄະນິດສາດສາກົນປີ 2022 ຫວຽດນາມ ຢືນອັນດັບທີ 4/104 ປະເທດ, ເຂດແຄ້ວນ ຢູ່ Olympic ຄະນິດສາດສາກົນປີ 2022
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ຫວຽດນາມ ຍາດໄດ້ 4 ຫຼຽນຄໍາໂອແລມປິກເຄມີສາດສາກົນ 2022
ນັກຮຽນ 4 ຄົນ ລໍຖ້າຜົນຂອງການປະກວດ (ພາບ: VOV)

ໂອແລມປິກເຄມີສາດສາກົນ (IChO) 2022 ໄດ້ຈັດຕັ້ງຢູ່ ຈີນ ດ້ວຍຮູບແບບທາງໄກ ແຕ່ວັນທີ 8 ຫາ ວັນທີ 18 ກໍລະກົດ.

ທີມ​ຊາດ ​ຫວຽດນາມ ລວມມີ 4 ຄົນ, ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນແບບທາງໄກ ​ຢູ່​ມະຫາວິທະຍາ​ໄລ​ສ້າງຄູ ​ຮ່າ​ໂນ້ຍ ​ແລະ ນັກ​ຮຽນ​ທັງ 4 ຄົນ ​ກໍຍາດ​ໄດ້​ຫຼຽນ​ຄຳ. ນັກຮຽນ 4 ຄົນ​ລວມມີ: ຫງວຽນ​ຫວຽດ​ຟອງ, ນັກຮຽນຊັ້ນ ມ.7, ​ໂຮງຮຽນ​ມັດທະຍົມປາຍ ​ເລ​ຮົ່ງ​ຟອງ, ນະຄອນ ​ໂຮ່ຈິ​ມິນ; ເຈີ່ນດຶກມິງ, ນັກຮຽນຊັ້ນ ມ.7, ໂຮງຮຽນມັດທະຍົມປາຍ ບຽນຮ່ວາ, ແຂວງ ຮ່ານາມ; ຟານຊັວນແຮ່ງ, ນັກຮຽນຊັ້ນ ມ.7, ໂຮງຮຽນ​ມັດທະຍົມ​​ປາຍ ຮ່າ​ຕິ້ງ, ​ແຂວງ ຮ່າ​ຕິ້ງ, ​ແລະ ຟ້າມຫງວຽນ​ມິງ​ຕ໋ວນ, ນັກຮຽນຊັ້ນ ມ.6, ​ໂຮງຮຽນ​ມັດທະຍົມ​ປາຍວິຊາຊີບວິທະຍາສາດ​ທຳ​ມະ​ຊາດ, ມະຫາວິທະຍາໄລວິທະຍາສາດ ແລະ ທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ.

ໂອແລມປິກເຄມີສາດສາກົນ 2022 ມີການເຂົ້າຮ່ວມຂອງນັກຮຽນ 326 ກວ່າຄົນທີ່ມາຈາກ 84 ປະເທດ ແລະ ເຂດແຄ້ວນ. ນີ້ແມ່ນຄັ້ງທີ 2 ທີ່ນັກຮຽນທັງໝົດທີ່ເຂົ້າຮ່ວມຂອງທີມ ລ້ວນແຕ່ໄດ້ຮັບຫຼຽນຄໍາ ( ພາຍຫຼັງ ປີ 2020).

ຫອມມາລາ

ເຫດການ
302 Found

Found

The document has moved here.