ເພິ່ມທະວີການເຄື່ອນໄຫວການທູດປະຊາຊົນເຖິງຮາກຖານ

17:16 | 17/07/2022

ຍສໝ - ເພິ່ມທະວີການເຄື່ອນໄຫວການທູດປະຊາຊົນເຖິງຮາກຖານ. ນີ້ແມ່ນຂໍ້ສະເໜີຂອງຜູ້ແທນຢູ່ກອງປະຊຸມສະຫລຸບວຽກງານການທູດປະຊາຊົນ 6 ເດືອນຕົ້ນປີ, ທິດທາງ, ຫນ້າທີ່ 6 ເດືອນທ້າຍປີ 2022 ແລະ ເວທີປາໄສຍົກສູງປະສິດທິຜົນວຽງງານການທູດປະຊາຊົນຂອງນະຄອນຫຼວງຮ່າໂນ້ຍໃນສະພາບໃຫມ່ ໂດຍສະຫະພັນບັນດາອົງການມິດຕະພາບ ນະຄອນຮ່າໂນ້ຍ ຈັດຂຶ້ນໃນວັນທີ 14 ກໍລະກົດ.

ຫວຽດ​ນາມ - ອີ​ຣານ ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ຜ່ານ​ຊ່ອງ​ທາງວັດ​ທະ​ນະ​ທຳ ຫວຽດ​ນາມ - ອີ​ຣານ ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ຜ່ານ​ຊ່ອງ​ທາງວັດ​ທະ​ນະ​ທຳ
ວິສາຫະກິດຫວຽດນາມພັດທະນາການບໍລິການຊໍາລະເງິນທາງອອນລາຍຢູ່ກໍາປູເຈຍ ວິສາຫະກິດຫວຽດນາມພັດທະນາການບໍລິການຊໍາລະເງິນທາງອອນລາຍຢູ່ກໍາປູເຈຍ
ເພິ່ມທະວີການເຄື່ອນໄຫວການທູດປະຊາຊົນເຖິງຮາກຖານ
ທ່ານຮອງປະທານສະຫະພັນບັນດາອົງການ ມິດຕະພາບຫວຽດນາມ ຫງວຽນວັນແຢັວງ

ໃນເວທີປາໄສ,ບັນດາຜູ້ແທນໄດ້ສຸ່ມໃສ່ປືກສາຫາລືກ່ຽວກັບບັນຫາເປັນເຈົ້າການ, ມີຫົວຄິດປະສິດສ້າງເພື່ອພັດທະນາ ການເຄື່ອນໄຫວການທູດປະຊາຊົນຂອງນະຄອນຫຼວງຮ່າໂນ້ຍ ທຽບທັນກັບຄວາມຮຽກຮ້ອງຕ້ອງການ ແລະ ຫນ້າທີ່ໃຫມ່, ພ້ອມກັນນັ້ນ ກໍ່ສະເໜີວິທີການທີ່ມີລັກສະນະບຸກທະລຸເພື່ອສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ແລະ ບັນດາສະມາຄົມ ອົງການທີ່ເປັນສະມາຊິກປ່ຽນແປງໃຫມ່ໃນການເຄື່ອນໄຫວ, ຍົກສູງປະສິດທິຜົນໃນວຽກງງານການທູດປະຊາຊົນຂອງ ນະຄອນຫຼວງ.

ທ່ານ ຮສ.ປອ. ຫງວຽນວ້ຽດຖ໋າວ ປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນຮ່າໂນ້ຍ ຕີລາຄາວ່າ ຮ່າໂນ້ຍມີທ່າດີຢ່າງເຊັດເຈນໃນການເຄື່ອນໄຫວການທູດປະຊາຊົນຖ້າທຽບໃສ່ກັບຫຼາຍທ້ອງຖິ່ນອື່ນໆ ຍ້ອນເປັນສູນກາງການທູດແຫ່ງຊາດ, ສະໜອງຖັນແຖວຊ່ຽວຊານແຖວໜ້າກ່ຽວກັບການທູດ, ການຕ່າງປະເທດ, ຮ່ວມມືສາກົນ... ມີຫຼາຍຄົນໃນຈຳນວນນັ້ນກໍາລັງເຂົ້າຮ່ວມໃນບັນດາກິດຈະກໍາຂອງສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍແບບໂດຍກກົງ. ຍ້ອນແນວນັ້ນ, ກິດຈະກໍາຂອງສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍໃນບັນດາປີຜ່ານມາ ບັນລຸໄດ້ຜົນສໍາເລັດຢ່າງປະທັບໃຈ.

ທ່ານ ຮສ.ປອ. ຫງວຽນວ້ຽດຖ໋າວ ສະເໜີເພີ່ມທະວີນໍາເອົາບັນດາການເຄື່ອນໄຫວການທູດປະຊາຊົນໄປເຖິງຮາກຖານ,ເຖິງປະຊາຊົນທຸກຊັ້ນວັນນະຢູ່ນະຄອນຫຼວງ, ພິເສດແມ່ນໄວໜຸ່ມ, ນັກຮຽນ, ນັກສຶກສາ,ກໍ າມະກອນ, ປະຊາຊົນຜູ້ອອກແຮງງານ… ກໍາລັງຮໍ່າຮຽນສືກສາ ແລະ ອອກແຮງງານໃນບໍລິເວນນະຄອນຫຼວງ.

ທ່ານນາງປະທານສະມາຄົມມິດຕະພາບຫວຽດນາມ - ບູນກາຣີ ນະຄອນຮ່າໂນ້ຍ ເລທູຮ່າ ຖືວ່າ ເພື່ອສືບຕໍ່ຍົກສູງປະສິດທິຜົນວຽກງານຂໍ້ມູນການຕ່າງປະເທດຕ້ອງຫັນເປັນຫຼາຍຮູບຫຼາຍແບບ ແລະ ມີໄຫວພິບໃນບັນດາແບບວິທີຂໍ້ມູນຕາມທິດເພີ່ມທະວີນໍາໃຊ້ບັນດາພາຫະນະສື່ສານດີຈີຕອນມີຄວາມສາມາດເຜີຍແຜ່ຂໍ້ມູນໄວທີ່ສຸດ, ແລະ ກ້ວາງທີ່ສຸດ .

ທ່າານຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຫງວຽນວັນແຢັວງ ຖືວ່າ ຄົນເຮັດວຽກງານດ້ານ ການທູດປະຊາຊົນຕ້ອງເປັນເຈົ້າການ, ຕ້ອງສະເໜີໃຫ້ທັນການ, ເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງ. ການເຄື່ອນໄຫວການທູດປະຊາຊົນຕ້ອງສືບຕໍ່ປ່ຽນແປງໃຫມ່, ຍົກສູງປະສິດທິຜົນ, ໃນນັ້ນ ສໍາລັບກິດຈະກໍາສັນຕິພາບສາມັກຄີ , ມິດຕະພາບ ຕ້ອງໄດ້ເພີ່ມທະວີໃນການຮ່ວມສຳພັນ, ຮ່ວມມືເພື່ອພ້ອມກັນພັດທະນາ .

ໃນໄລຍະຈະມາເຖິງບັນດາກິດຈະກໍາໃຫຍ່ຈະປ່ຽນທິດໄປເຖິງຮາກຖານ, ທ້ອງຖິ່ນ ແທນໃຫ້ການຈັດຕັ້ງຢູ່ສະຫະພັນ ບັນດາອົງການມິດຕະພາບຫວຽດນາມ. ກອງປະຊຸມທົ່ວປະເທດວຽກງານການທູດປະຊາຊົນ ຂອງສະຫະພັນບັນດາອົງການ ມິດຕະພາບຫວຽດນາມ ປີ2022 ຈັດຂຶ້ນຢູ່ແຂວງ ກາວບັ່ງ ທີ່ຜ່ານມາເປັນຕົວຢ່າງໜຶ່ງຂອງການຫັນປ່ຽນຕາມທິດທາງນີ້.

ໂດຍຮັບຮອງບັນດາຄໍາຄິດເຫັນທີ່ໄດ້ປະກອບຢູ່ໃນງານພົບປະແລກປ່ຽນ, ທ່ານຮອງປະທານສະຫະພັນບັນດາອົງການ ມິດຕະພາບຫວຽດນາມ ຫງວຽນວັນແຢັວງ ໃຫ້ຮູ້ວ່າ: ການນໍາສະຫະພັນຈະຮັບເອົາຢ່າຄົບຖ້ວນ ແລະ ຮອບດ້ານບັນດາຄໍາຄິດ ຄໍາເຫັນຂອງບັນດາຜູ້ແທນເພື່ອແກ້ໄຂບັນດາເນື້ອໃນທີ່ຍັງຄົງຄ້າງທີ່ຢູ່ໃນສິດອໍານາດຂອງຕົນ. ສໍາລັບເນື້ອໃນທີ່ບໍ່ຢູ່ໃນສິດອໍານາດ ສະຫະພັນບັນດາອົງການມິດຕະພາບຫວຽດນາມຈະລາຍງານໃຫ້ຂັ້ນເທິງ .

ໄຊພອນ

ເຫດການ
302 Found

Found

The document has moved here.