ເພີ່ມທະວີການຮ່ວມມືສາກົນປະຕິບັດບັນດາຄຳໝັ້ນສັນຍາທີ່ COP26

20:06 | 15/07/2022

ຍສໝ-ຕອນບ່າຍວັນທີ 11 ກໍລະກົດ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິີນຮົ່ງຮ່າ ມີການປະຊຸມທາງໄກກັບທ່ານ Alok Kumar Sharma, ລັດຖະມົນຕີລັດຖະບານ ອັງກິດ, ປະທານກອງປະຊຸມບັນດາຝ່າຍເຂົ້າຮ່ວມ ​ຂອບ​ສົນທິສັນຍາຂອງສະຫະ​ປະຊາ​ຊາດ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ຄັ້ງທີ 26 (COP26)...

ອັງກິດສັນຍາໃຫ້ການຊ່ວຍເຫຼືອຫວຽດນາມໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງ COP26 ອັງກິດສັນຍາໃຫ້ການຊ່ວຍເຫຼືອຫວຽດນາມໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງ COP26
ອັງກິດ ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ໃນ COP26 ອັງກິດ ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ໃນ COP26
ເພີ່ມທະວີການຮ່ວມມືສາກົນປະຕິບັດບັນດາຄຳໝັ້ນສັນຍາທີ່ COP26
ການປະຊຸມທາງໄກລະຫວ່າງສອງຝ່າຍໃນວັນທີ 11 ກໍລະກົດ (ພາບ:Bộ Tài nguyên và Môi trường)

ທີ່ກອງປະຊຸມ, ທ່ານລັດຖະມົນຕີ ເຈີນຮົ່ງຮ່າ ໃຫ້ຮູ້ວ່າ ຫວຽດນາມ ໄດ້ຜັນຂະຫຍາຍບັນດາຄຳໝັ້ນສັນຍາທີ່ COP26 ຢ່າງເດັດຂາດ ແລະ ມີບັນດາບາດກ້າວທີ່ດີພໍສົມຄວນ.

ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໄລຍະ​ຮອດ​ປີ 2050 ​ໄດ້​ສະ​ແດງ​ໃຫ້​ເຫັນ​ບັນດາທັດສະນະ​ລຸລ່ວງ​ກ່ຽວ​ກັບ​ທີ່​ຕັ້ງ ​ແລະ ບົດບາດ, ລະດັບການບຸລິມະສິດ, ຄວາມ​ຮັບຜິດຊອບ, ວິທີການ ​ແລະ ແຫຼ່ງກຳລັງ​ເພື່ອ​ຮັບມື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ວາງ​ອອກ​ບັນດາ​ເປົ້າ​ໝາຍ​ສະ​ເພາະ ​ແລະ ​ທົ່ວ​ໄປ​ກ່ຽວ​ກັບ​ການ​ປັບ​ຕົວ​ສໍາລັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຫຼຸດຜ່ອນ​ການ​ປ່ອຍອາຍ​ພິດ​ຂອງເຮືອນ​ແກ້ວ ພ້ອມ​ກັບ​ບັນດາ​ດັດຊະນີສໍາຄັນ​ທີ່​ໄດ້​ວາງ​ອອກຕາມແຕ່ລະ​ໄລຍະ​ຈົນຮອດ​ປີ 2030 ​ແລະ ຮອດ​ປີ 2050 ​ເພື່ອ​ຮັບປະກັນ​ບັນລຸໄດ້ການປ່ອຍ​​ກາກບອນໄດອອກໄຊ ເປັນ “0”.

ທ່ານລັດຖະມົນຕີ ເຈີນຮົ່ງຮ່າ ສະເໜີວ່າ ທ່ານປະທານ COP26 Alok Kumar Sharma ຈະຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ກຸ່ມ G7 ກຳນົດບັນດາຄຳໝັ້ນສັນຍາໜູນຊ່ວຍດ້ານການເງິນເພື່ອໃຫ້ ຫວຽດນາມ ເປັນເຈົ້າການໃນການປະຕິບັດວິວັດການຫັນປ່ຽນຢ່າງໂດຍໄວ.

ກ່ຽວກັບການກະກຽມໃຫ້ແກ່ COP27, ທ່ານລັດຖະມົນຕີ ເຈີນຮົ່ງຮ່າ ໃຫ້ຮູ້ວ່າ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ກໍາລັງສ້າງແຜນເຂົ້າຮ່ວມຂອງ ຫວຽດນາມ ເພື່ອສະເໜີມາຍັງທ່ານນາຍົກລັດຖະມົນຕີ ພິຈາລະນາ ແລະ ອະນຸມັດໃນໄລຍະຈະມາເຖິງ.

ທ່ານປະທານ COP26 Alok Kumar Sharma ໃຫ້ຮູ້ວ່າ ລັດຖະບານ ອັງກິດ ຈະຮ່ວມເດີນທາງ ແລະ ໜູນຊ່ວຍ ຫວຽດນາມ ເພື່ອພ້ອມກັນມຸ່ງໄປເຖິງເປົ້າໝາຍທີ່ໄດ້ໃຫ້ຄຳໝັ້ນສັນຍາທີ່ COP26 ແລະ ມຸ່ງໄປເຖິງ COP27. ທັງສອງຝ່າຍກໍເຫັນດີເປັນເອກະພາບຈະມີບັນດາກອງປະຊຸມທາງໄກເພື່ອຊຸກຍູ້ບັນດາການກະທຳປະຕິບັດຄຳໝັ້ນສັນຍາ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຫອມມາລາ

ເຫດການ
302 Found

Found

The document has moved here.