ອັງກິດ ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ໃນ COP26

14:30 | 30/01/2022

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ​ອັງກິດ ປະຈຳ ຫວຽດນາມ Gareth Ward ​ໄດ້​ມີຄວາມ​ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ​ຂອງ ​ທ່ານ​ນາຍົກລັດຖະມົນຕີ ຟ້າມມີງຈິງ ທີ່​ກອງ​ປະຊຸມ​ຄັ້ງ​ທີ 26 ຂອງ​ບັນດາ​ຝ່າຍ​ທີ່ເຂົ້າຮ່ວມສົນທິສັນຍາຂອບຂອງ ສປຊ ກ່ຽວກັບການປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ (COP26).

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ
ໝໍ້​ເຂົ້າ​ຕົ້ມ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ ໝໍ້​ເຂົ້າ​ຕົ້ມ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ
ອັງກິດ ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ໃນ COP26

ທ່ານ​ເອກ​ອັກຄະ​ລັດຖະທູດ​ອັງກິດ ປະຈຳ ຫວຽດນາມ Gareth Ward. ພາບ: TTXVN

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Gareth Ward ​ແລ້ວ, ​ໃນ​ຂະນະ​ທີ່​ຫວຽດນາມ ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດນັ້ນ, ພື້ນຖານ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ນີ້​ຍັງ​ຕ້ອງການ​ພະລັງງານ​ຫຼາຍ​ເພື່ອ​ຮັກສາ​ລະດັບ​ເຕີບ​ໂຕ. ສະ​ນັ້ນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ອັນ​ແຮງ​ກ້າ​ຂອງ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ທີ່​ກອງ​ປະ​ຊຸມ​ຄັ້ງ​ທີ 26 ຂອງ​ບັນດາ​ຝ່າຍ​ທີ່ເຂົ້າຮ່ວມສົນທິສັນຍາຂອບ ສປຊ ກ່ຽວກັບການປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ (COP26).

ທ່ານ​ເອກ​ອັກຄະ​ລັດຖະທູດ ​ໃຫ້​ຮູ້​ວ່າ: ​ເພື່ອ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ​ຄື ຫວຽດນາມ, ປະຊາ​ຄົມ​ໂລກ, ​ໃນ​ນັ້ນ​ມີ ອັງກິດ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເງິນ. ຕາມ​ນັ້ນ​ແລ້ວ, ອັງກິດ​ໄດ້​ປະກາດ​ແຫຼ່ງທຶນ​ໜູນຊ່ວຍໃໝ່​ໃຫ້​ກອງ​ທຶນ​ດິນ​ຟ້າ​ອາກາດ​ສີຂຽວ​ຂອງ​ອາ​ຊຽນ, ເຊິ່ງນໍາມາກາລະ​ໂອກາດ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ພະລັງງານ​ທົດ​ແທນ​ກໍ່​ຄື​ສະໜອງ​ທຶນ​ໃຫ້​ບັນດາ​ກົນ​ໄກ​ການ​ເງິນ​ສີຂຽວ.

ຕາມ​ທ່ານ Gareth Ward ແລ້ວ, ມີ​ວິ​ສາ​ຫະກິດ​ອັງກິດ​ຫຼາຍ​ແຫ່ງ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ລົງທຶນ​ໃນ​ຂົງ​ເຂດ​ພະລັງງານ​ແສງຕາ​ເວັນ ​ແລະ ພະລັງງານ​ແຮງລົມ​ຢູ່ ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.