ອັງກິດສັນຍາໃຫ້ການຊ່ວຍເຫຼືອຫວຽດນາມໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງ COP26

07:48 | 17/02/2022

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ເຈິ່ນຮົ່ງຮ່າ ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ລັດຖະສະພາ​ອັງກິດ Alok Kumar Sharma, ປະທານ​ກອງ​ປະຊຸມ​ບັນດາ​ຄູ່​ຮ່ວມ​ມື​ໃນ​ກອບສົນທິສັນຍາ​ຂອງສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP26) ທີ່ກ່ຽວຂ້ອງກັບທິດທາງບູລິມະສິດໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຂອງ COP26.

ອັງກິດ ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ໃນ COP26 ອັງກິດ ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ໃນ COP26
ຫາງ​ສຽງ​ສາ​ກົນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ຢູ່ COP26 ຫາງ​ສຽງ​ສາ​ກົນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ຢູ່ COP26

ປະ​ກອບ​ຄຳ​ເຫັນ​ໃນ​ວາ​ລະ​ການ​ເຮັດ​ວຽກ, ທ່ານ​ລັດ​ຖະ​ມົນ​ຕີ ເຈິ່ນຮົ່ງຮ່າ ໃຫ້​ຊາບ​ວ່າ ທັນ​ທີ​ພາຍຫຼັງກອງ​ປະ​ຊຸມ COP26 ຫວຽດ​ນາມໄດ້​ຮີບ​ຮ້ອນ​ດຳ​ເນີນ​ການສ້າງ​ຕັ້ງຄະ​ນະ​ຮັບ​ຜິດ​ຊອບ​ຊີ້​ນຳ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ໝັ້ນສັນ​ຍາ​ຂອງ​ຫວຽດ​ນາມ​ໃນ COP26 ໂດຍການ​ເຂົ້າ​ຮ່ວມຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ເປັນ​ຫົວ​ໜ້າ​ຄະ​ນະ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ.

ອັງກິດສັນຍາໃຫ້ການຊ່ວຍເຫຼືອຫວຽດນາມໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງ COP26
ອັງກິດສັນຍາໃຫ້ການຊ່ວຍເຫຼືອຫວຽດນາມໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງ COP26. ພາບ​: vietnamplus

ຫວ​ຽດ​ນາມ​ໄດ້​ເປັນ​ເຈົ້າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຕ່າງໆ​ຂອງ​ຕົນ. ຈາກນັ້ນ, ໃນ​ຮ່າງ​ແຜນ​ພັດ​ທະ​ນາ​ແຫຼ່ງ​ໄຟ​ຟ້າ VIII ຈະ​ມີ​ການປັບ​ປ່ຽນ​ເທື່ອ​ລະ​ກ້າວໃຫ້​ເປັນ​ແຫຼ່ງ​ພະ​ລັງ​ງານ​ທີ່​ສະ​ອາດ; ​ເຂດ​ພື້ນ​ທີ່​ຕ້ອງ​ການ​ປົກ​ປ້ອງຕ້ອງ​ກຳ​ນົດ​ຄືນ​ເພື່ອ​ການ​ຮັກ​ສາ​ປ່າ​ໄມ້ ແລະ ສິ່ງ​ແວດ​ລ້ອມ ກຳ​ນົດ​ຄືນແຜນພັດ​ທະ​ນາ​ເຂດ​ພື້ນ​ທີ່​ຕ່າງໆ​ທີ່​ຕ້ອງ​ການ​ປົກ​ປ້ອງ​ປ່າ​ໄມ້, ປົກ​ປ້ອງລະ​ບົບ​ນິ​ເວດ,…

ປະ​ທານ COP26 Alok Kumar Sharma ຢືນ​ຢັນ​ວ່າ COP26 ໄດ້​ຮັບ​ຜົນ​ສຳ​ເລັດ​ແມ່ນ​ຮັບ​ການ​ຮ່ວມ​ມື​ທີ່​ເປັນ​ເອ​ກະ​ພາບ​ຂອງ​ໂລກ ແລະ ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ກັບ​ລາ​ຊາ​ອາ​ນາ​ຈັກ​ອັງ​ກິດ. ໃນ​ນັ້ນ, ບັນ​ດາ​ກິດ​ຈະ​ກຳ ແລະ ຄຳ​ໝັ້ນ​ສັນ​ຍາ​ອັນ​ໜັກ​ແໜ້ນ​ຂອງ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໃນ COP26 ໄດ້​ຮັບ​ການຕີ​ລາ​ຄາ​ສູງ ແລະ ເປັນ​ກຳ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ອື່ນໆ​ດຳ​ເນີນ​ຕາມ.

ປະ​ທານ COP26 Alok Kumar Sharma ໃຫ້​ຊາບ​ວ່າ ລັດ​ຖະ​ບານ​ອັງ​ກິດ​ຈະ​ຮ່ວມ​ເຄື່ອນ​ໄຫວ, ຊ່ວຍ​ເຫຼືອ​ຫວຽດ​ນາມຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຕ່າງໆ.

ປະ​ທານ COP26 ກໍ​ເຫັນ​ດີ​ກັບ​ທັດ​ສະ​ນະ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ ເຈິ່ນຮົ່ງຮ່າ ແມ່ນ​ຄວນ​ມີ​ອົງ​ການ​ປະ​ສານ​ງານ​ເພື່ອ​ໃຫ້​ແຕ່​ລະ​ຝ່າຍ​ເມື່ອ​ດຳ​ເນີນ​ການ​ຮ່ວມ​ມື​ແລ້ວ ຈະ​ສາ​ມາ​ດ​ເອ​ກະ​ພາບ​ກັນ​ໄດ້​ໃນ​ບັນ​ດາ​ເງື່ອນ​ໄຂ​ກ່ຽວ​ກັບ​ກົນ​ໄກ​ນະ​ໂຍ​ບາຍ, ການ​ເງິນ ເພື່ອ​ຮ່ວມ​ກັນ​ບັນ​ລຸ​ເປົ້າ​ໝາຍ​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ແລະ ກ້າວ​ໄປ​ເຖິງ COP27.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.