ສະຖານທູດເບລາຣຸດ ຈະເຊື່ອມຕໍ່ກັບບັນດາວິສາຫະກິດໃຫຍ່ເພື່ອລົງທຶນເຂົ້າໃນແຂວງຮືງອຽນ

14:02 | 15/07/2022

ຍສໝ-ແຂວງ ຮືງອຽນ ​ແລະ ສ.​ເບ​ລາຣຸດ ຈະ​ເປີດ​ກວ້າງບັນດາ​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ໃຫຍ່​ມາ​ລົງທຶນ ​ແລະ ເຮັດ​ທຸລະ​ກິດ.

ການຊ່ວຍເຫຼືອທາງດ້ານກົດໝາຍສຳລັບພົນລະເມືອງ 2 ຄົນທີ່ຖືກຈັບໃນປະເທດສະເປນ ການຊ່ວຍເຫຼືອທາງດ້ານກົດໝາຍສຳລັບພົນລະເມືອງ 2 ຄົນທີ່ຖືກຈັບໃນປະເທດສະເປນ
ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ
ສະຖານທູດເບລາຣຸດ ຈະເຊື່ອມຕໍ່ກັບບັນດາວິສາຫະກິດໃຫຍ່ເພື່ອລົງທຶນເຂົ້າໃນແຂວງຮືງອຽນ
ພາບປະກອບ (ພາບ: Mai Ngoan/ TTXVN)

ໂດຍການກ່າວ​ຄຳ​ເຫັນ​ທີ່​ການ​ເຮັດວຽກ​ກັບ​ການ​ນຳ​ແຂວງ ຮືງອຽນ ​ໃນ​ຕອນ​ບ່າຍ​ວັນ​ທີ 11 ກໍລະກົດ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສ.ເບ​ລາຣຸດ ປະຈຳ ຫວຽດນາມ Uladzimir Baravikov ​ເນັ້ນ​ໜັກ​ວ່າ ແຂວງ ຮືງອຽນ ​ແລະ ສ.ເບ​ລາຣຸດ ຈະ​ເປີດ​ກວ້າງບັນດາ​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ​ເຊື່ອມ​ຕໍ່ບັນດາວິ​ສາ​ຫະ​ກິດ​​ໃຫຍ່​​ມາ​ລົງ​ທຶນ ​ແລະ ເຮັດ​ທຸ​ລະ​ກິດ​; ປະກອບສ່ວນເຂົ້າໃນການ​ສ້າງສາ​ຍພົວພັນ​ມິດຕະພາບອັນ​ດີງາມ​ທີ່ມີແຕ່ດັ້ງເດີມ ລະຫວ່າງ​ສອງ​ປະ​ເທດ ​ແລະ ລະຫວ່າງ​ແຂວງ​ຮືງອຽນ​ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ​ເບ​ລາຣຸດ.

ທ່ານ​ເອກ​ອັກຄະ​ລັດຖະທູດ Uladimir Baravikov ​ໃຫ້​ຮູ້​ວ່າ ​ເບ​ລາຣຸດ ຈະ​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ທີ່​ມີ​ຄວາມສາມາດບົ່ມຊ້ອນ ​ເພື່ອ​ລົງທຶນ​ເຂົ້າໃນ​ແຂວງ ຮືງອຽນ​ ແລະ ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ໂຄງການ​ໄດ້ດຳ​ເນີນ​ຢ່າງ​ມີ​ປະສິດທິ​ຜົນ; ຫວັງ​ວ່າໄລຍະ​ຈະ​ມາ​ເຖິງຈະ​ເຊື່ອມ​ຕໍ່ບັນດາ​ວິ​ສາ​ຫະ​ກິດ​​ໃຫຍ່​ຂອງ ​ເບ​ລາ​ຣຸດ​ ມາລົງ​ທຶນ​ ແລະ​ ເຮັດທຸ​ລະ​ກິດ​ຢູ່ ຮືງອຽນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຂໍເປັນກຽດຮຽນເຊີນ ທ່ານການ​ນຳ​ແຂວງ ຮືງອຽນ ໄລຍະ​ຈະ​ມາ​ເຖິງ ຈະໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ເບ​ລາ​ຣຸດ ເພື່ອ​ລົງ​ນາມ​ບົດ​ບັນ​ທຶກ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ ລະ​ຫວ່າງ ຮືງອຽນ ແລະ ນະຄອນ Minsk ຂອງ ເບລາຣຸດ.

ທ່ານ​ປະທານ​ສະພາຜູ້ແທນ​ປະຊາຊົນ​ແຂວງ ​ຮືງອຽນ ເຈີນກວັກຕ໋ວນ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ແຂວງ ​ແລະ ບັນດາ​ວິ​ສາ​ຫະກິດ ​ເບ​ລາຣຸດ ຈະ​ໄດ້​ແໜ້ນແຟ້ນ​ກວ່າ​ອີກ ໂດຍຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ, ​ຮ່ວມ​ມື. ຮືງອຽນ ຍາມ​ໃດ​ກໍສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດຂອງ ​ເບ​ລາຣຸດ ໄດ້ເຄື່ອນໄຫວຢູ່​ໃນບໍລິເວນ ໂດຍ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ ​ຫວຽດນາມ.

ຫອມມາລາ

ເຫດການ
302 Found

Found

The document has moved here.