ການຊ່ວຍເຫຼືອທາງດ້ານກົດໝາຍສຳລັບພົນລະເມືອງ 2 ຄົນທີ່ຖືກຈັບໃນປະເທດສະເປນ

11:49 | 11/07/2022

ຍສໝ - ປະຈຸ​ບັນ, ສະຖານທູດ​ຫວຽດນາມ ປະຈຳສະເປນ ກໍ່​ພວມ​ສືບ​ຕໍ່​ຕິດຕາມ​ກວດກາ​ກໍລະນີດັ່ງກ່າວ, ກຽມພ້ອມ​ໜູນ​ຊ່ວຍ​ພົນລະ​ເມືອງ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍປະເທດປະຈໍາຖິ່ນ ​ແລະກົດໝາຍຂອງ ຫວຽດນາມ.

ທ່ານເລຂາທິການໃຫຍ່ເປັນປະທານກອງປະຊຸມ ກົມການເມືອງ, ຄະນະເລຂາ ເພື່ອພິຈາລະນາບັນຫາພົ້ນເດັ່ນຢູ່ພາຍໃນປະເທດ ແລະ ສາກົນ ທ່ານເລຂາທິການໃຫຍ່ເປັນປະທານກອງປະຊຸມ ກົມການເມືອງ, ຄະນະເລຂາ ເພື່ອພິຈາລະນາບັນຫາພົ້ນເດັ່ນຢູ່ພາຍໃນປະເທດ ແລະ ສາກົນ
ກອງພົນ 316, ທະຫານເຂດ 2 ແລະກອງພົນ 2, ກອງທັບປະຊາຊົນລາວ ຫາກໍ່ສົມທົບກັນຈັດຕັ້ງການປະເມີມຜົນສອງປີແຫ່ງການເຄື່ອນໄຫວແຮກສ່ຽວ ກອງພົນ 316, ທະຫານເຂດ 2 ແລະກອງພົນ 2, ກອງທັບປະຊາຊົນລາວ ຫາກໍ່ສົມທົບກັນຈັດຕັ້ງການປະເມີມຜົນສອງປີແຫ່ງການເຄື່ອນໄຫວແຮກສ່ຽວ

ຕອນ​ບ່າຍ​ວັນ​ທີ 7 ກໍລະກົດ, ທີ່​ການ​ປະຊຸມ​ຂ່າວ​ນັດສາມັນ​ກະຊວງ​ການ​ຕ່າງປະ​ເທດ, ຕອບ​ຄຳ​ຊັກ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ພົນລະ​ເມືອງ​ຫວຽດນາມ 2 ຄົນ​ຖືກ​ຕຳຫຼວດສະເປນ ຈັບ​ຕົວ, ​ທ່ານນາງໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ ​ໃຫ້​ຮູ້​ວ່າ, ສະຖານທູດ​ຫວຽດນາມ ປະຈຳ​ສະເປນ ​ໄດ້​ຮັບແຈ້ງ​ການ​ຈາກ​ຕໍາ​ຫຼວດ​ສະເປນ ແລະໄດ້​​ປະ​ຕິ​ບັດ​ມາດ​ຕະ​ການ​ເບື້ອງ​ຕົ້ນ​ຢ່າງ​ຮີບ​ດ່ວນ​ເພື່ອ​ປົກ​ປ້ອງ​ພົນ​ລະ​ເມືອງ​.

ການຊ່ວຍເຫຼືອທາງດ້ານກົດໝາຍສຳລັບພົນລະເມືອງ 2 ຄົນທີ່ຖືກຈັບໃນປະເທດສະເປນ
​ທ່ານນາງໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ. ພາບ: TTXVN

ປະຈຸ​ບັນ, ສະຖານທູດ​ຫວຽດນາມ ປະຈຳສະເປນ ກໍ່​ພວມ​ສືບ​ຕໍ່​ຕິດຕາມ​ກວດກາ​ກໍລະນີດັ່ງກ່າວ, ກຽມພ້ອມ​ໜູນ​ຊ່ວຍ​ພົນລະ​ເມືອງ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍປະເທດປະຈໍາຖິ່ນ ​ແລະກົດໝາຍຂອງ ຫວຽດນາມ. ກໍ່ຕາມ​ສະຖານທູດ​ແລ້ວ, ບັນດາອົງການເຈົ້າໜ້າທີ່​ຂອງ​ສະ​ເປນ ຍັງ​ພວມ​ເກັບ​ກຳ​ຂໍ້​ມູນ ​ແລະ​ຫຼັກ​ຖານ​ເພື່ອ​ຮັບ​ໃຊ້​ການ​ສືບສວນ​ຄະດີ. ທ່ານ​ນາງ ເລ​ທິທູ​ຮັ່ງ ກ່າວ​ຕື່ມ​ວ່າ: ພົນລະ​ເມືອງ 2 ຄົນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້​ມີ​ສຸຂະພາບ​ດີ​ເປັນ​ປົກກະຕິ ​ແລະພວມ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ກົດໝາຍ​ຕາມ​ລະບຽບ​ການ. ຂໍ້ມູນຂ່າວສານກ່ຽວກັບກໍລະນີທີ່ກ່ຽວຂ້ອງກັບການປົກປ້ອງພົນລະເມືອງ, ກະຊວງການຕ່າງປະເທດ ຈະໄດ້ສະໜອງຖືກຕາມພາລະ, ໜ້າທີ່ ແລະສິດອຳນາດຂອງຕົນ, ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.