ອົດ​ສະ​ຕາ​ລີ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກັບ ຫວຽດ​ນາມ

06:37 | 29/06/2022

ໜັງສືພິມ The Sydney Morning Herald ໃຫ້ຮູ້ວ່າ, ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ ຈະແມ່ນສັນຍານທີ່ສະແດງໃຫ້ເຫັນວ່າ ອົດສະຕາລີ ພວມຍູ້ແຮງການຮ່ວມມືໃນຂົງເຂດຄວາມໝັ້ນຄົງ ກັບ ຫວຽດນາມ.

ຊຸກຍູ້​ກາລະ​ໂອກາດ​ການ​ຄ້າ ​ແລະ ການ​ລົງທຶນ ອົດ​ສະ​ຕາ​ລີ - ຫວຽດນາມ ຊຸກຍູ້​ກາລະ​ໂອກາດ​ການ​ຄ້າ ​ແລະ ການ​ລົງທຶນ ອົດ​ສະ​ຕາ​ລີ - ຫວຽດນາມ
ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ສືບ​ຕໍ່ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ສືບ​ຕໍ່ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີການຕ່າງປະເທດ  Penny Wong (ພາບ: TTXVN)
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີການຕ່າງປະເທດ Penny Wong (ພາບ: TTXVN)

ຫາງສຽງ ແລະ ສື່ມວນຊົນອົດສະຕາລີ ມີຄວາມເອົາໃຈໃສ່ພິເສດຕໍ່ການຢ້ຽມຢາມຫວຽດນາມ ຂອງທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ທີ່ຫາກໍ່ສິ້ນສຸດລົງໃນວັນທີ 27 ມິຖຸນາ ແລະ ຖືວ່າ ການຢ້ຽມຢາມຈະຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດຄວາມໝັ້ນຄົງ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ໜັງສືພິມ The Sydney Morning Herald ໃຫ້ຮູ້ວ່າ, ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ ຈະແມ່ນສັນຍານທີ່ສະແດງໃຫ້ເຫັນວ່າ ອົດສະຕາລີ ພວມຍູ້ແຮງການຮ່ວມມືໃນຂົງເຂດຄວາມໝັ້ນຄົງ ກັບ ຫວຽດນາມ. ໜັງສືພິມ ນີ້ໃຫ້ຮູ້ວ່າ ໃນບົດກ່າວປາໄສຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ທ່ານ ນາງລັດຖະມົນຕີການຕ່າງປະເທດ Penny Wong ເນັ້ນໜັກເຖິງຄວາມຫວັງຂອງອຳນາດການປົກຄອງຊຸດໃຫມ່ຂອງ ອົດສະຕາລີ ແມ່ນເປີດກວ້າງການພົວພັນຮ່ວມມືຍຸດທະສາດ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບກັບ ຫວຽດນາມກໍ່ຄືຊຸກຍູ້ການເຊື່ອມຕໍ່ໃໝ່ ແລະ ເຊື່ອມຕໍ່ດ້ານເສດຖະກິດໃຫ້ຫຼາຍກ່ວາອີກ.

ທ່ານສາດສະດາຈານ Gordon Flake, ຜູ້ອຳນວຍການ ສູນຄົ້ນຄ້ວາ Perth ອາເມລິກາ ອາຊີ ຂຶ້ນກັບມະຫາວິທະຍາໄລທາງທິດຕາເວັນຕົກ ອົດສະຕາລີໃຫ້ຮູ້ວ່າ:

ໜຶ່ງໃນບັນດາຂົງເຂດເຊິ່ງພວກຂ້າພະເຈົ້າຖືວ່າຈະເປີດກວ້າງການຮ່ວມມືຢູ່ ຫວຽດນາມ ໃນໄລຍະຈະມາເຖິງ, ຂົງເຂດທີ່ມີຄວາມສຳຄັນທີ່ສຸດສຳລັບ ຫວຽດນາມ, ນັ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ. ເຂດປູກເຂົ້າຂອງ ຫວຽດນາມ ນອນໃນເຂດນ້ຳຫຼົ້ງຢູ່ແຄມບັນດາແມ່ນ້ຳເພາະສະນັ້ນ ການປ່ຽນແປງຂອງດິນຟ້າອາກາດ ແມ່ນບັນຫາສຳຄັນສຳລັບ ຫວຽດນາມ. ແລະ ຂ້າພະເຈົ້າຖືວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະເຫັນໄດ້ວ່າ ອຳນາດການປົກຄອງຊຸດໃຫມ່ຂອງ ອົດສະຕາລີຈະແມ່ນຄູ່ຮ່ວມມືທີ່ຕັ້ງໜ້າໃນບັນຫານີ້.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.