ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າການນໍາຂັ້ນສູງຫວຽດນາມ ຂຽນປື້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo

06:30 | 13/07/2022

ຍສໝ - ເມື່ອໄດ້ຮັບຂ່າວອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ເຖິງແກ່ມໍລະນະກໍາ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ໄດ້ຕາງໜ້າການນໍາຂັ້ນສູງ ແລະ ປະຊາຊົນຫວຽດນາມ ສົ່ງສານສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈເຖິງ ປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio.

ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ
ສື່ມວນ​ຊົນ ລາວ ອອກ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ແຫ່ງ ສ​ປ​ປ.ລາວ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສື່ມວນ​ຊົນ ລາວ ອອກ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ແຫ່ງ ສ​ປ​ປ.ລາວ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

ຕອນເຊົ້າວັນທີ 11 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າການນໍາຂັ້ນສູງຫວຽດນາມ ຂຽນປື້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo. ສະຖານທູດ ຍີ່ປຸ່ນ ປະຈໍາ ສສ ຫວຽດນາມ ໄດ້ເປີດປື້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo.

ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າການນໍາຂັ້ນສູງຫວຽດນາມ ຂຽນປື້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າການນໍາຂັ້ນສູງຫວຽດນາມ ຂຽນປື້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo. ພາບ: baochinhphu.vn

ເມື່ອໄດ້ຮັບຂ່າວອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ເຖິງແກ່ມໍລະນະກໍາ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ໄດ້ຕາງໜ້າການນໍາຂັ້ນສູງ ແລະ ປະຊາຊົນຫວຽດນາມ ສົ່ງສານສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈເຖິງ ປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio.

ໃນສານທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແບ່ງປັນຄວາມໂສກເສົ້າ ມາຍັງ ລັດຖະບານ, ປະຊາຊົນຍີ່ປຸ່ນ ແລະ ຄອບຄົວອະດີດນາຍົກລັດຖະມົນຕີ Abe Shinzo; ສະແດງຄວາມເຄົາລົບຄວາມຮູ້ສຶກອັນພິເສດ ແລະ ການສະໜັບສະໜູນ, ການຊ່ວຍເຫຼືອອັນລໍ້າຄ່າ ເຊິ່ງທ່ານ Abe ໄດສະຫງວນໃຫ້ແກ່ປະເທດ, ຊາວຫວຽດນາມ ກໍຄືການພົວພັນຄູ່ຮ່ວມມື ຍຸດທະສາດຢ່າງເລິກເຊິ່ງ ກວ້າງຂວາງລະຫວ່າງຫວຽດນາມ-ຍີ່ປຸ່ນ.

ກໍ່ໃນວັນດຽວກັນ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກໍໄດ້ສົ່ງສານສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈເຖິງ ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ Hayashi Yoshimasa.

ບູນມີ

ເຫດການ
302 Found

Found

The document has moved here.