ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດ ລາວ

20:28 | 17/05/2022

ທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດລາວ ທອງສິງ ທຳມະວົງ ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ແບ່ງປັນບົດຮຽນກັບສະພາແຫ່ງຊາດ ລາວ, ປະກອບສ່ວນປັບປຸງການພົວພັນລະຫວ່າງ 2 ອົງການນິຕິບັນຍັດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມບໍລິສັດ Essar ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມບໍລິສັດ Essar
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດລາວ ທອງສິງ ທຳມະວົງ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດລາວ ທອງສິງ ທຳມະວົງ

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດລາວ ທອງສິງ ທຳມະວົງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາວ່າ ທ່ານ ທອງສິງ ທຳມະວົງ ຈະສືບຕໍ່ປະກອບສ່ວນພູມປັນຍາໃຫ້ແກ່ການພັດທະນາຂອງປະເທດຊາດ ກໍຄືຊຸກຍູ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຫຼາຍກວ່າອີກ.

ສ່ວນທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດລາວ ທອງສິງ ທຳມະວົງ ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ແບ່ງປັນບົດຮຽນກັບສະພາແຫ່ງຊາດ ລາວ, ປະກອບສ່ວນປັບປຸງການພົວພັນລະຫວ່າງ 2 ອົງການນິຕິບັນຍັດ; ພ້ອມທັງຕີລາຄາສູງເລື່ອງສະພາແຫ່ງຊາດ 2 ປະເທດໄດ້ຈັດກອງປະຊຸມສຳມະນາ: “ແບ່ງປັນບົດຮຽນກ່ຽວກັບກົນໄກ, ນະໂຍບາຍເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຫຼັງໂລກລະບາດໂຄວິດ-19”, ດ້ວຍຫຼາຍເນື້ອໃນແທດຈິງ, ມີຄວາມໝາຍສຳຄັນໃນການຟື້ນຟູເສດຖະກິດໄລຍະຫຼັງໂຄວິດ-19.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.