ການ​ລົງ​ຕົວ​ຈິງ​ລະ​ດູ​ແລ້ງ​ຢູ່ກວານ​ລ້ານ

07:45 | 06/07/2022

ຍ​ສ​ໝ - ກວານ​ລ້ານໂດຍ​ທຳ​ມະ​ຊາດໄດ້​ດົນ​ບັນ​ດານ​ໃຫ້ຄວາມ​ງາມ​ທີ່​ມີ​ລັກ​ສະ​ນະ​ຂອງ​ຕາ​ແສງ​ເກາະ​ທ່າມ​ກາງ​ທະ​ເລ. ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ທ່າ​ໄດ້​ປຽບ​ນັ້ນ ດ້ວຍ​ແຫຼ່ງ​ກຳ​ລັງ​ຕ່າງໆ, ຕາ​ແສງ​ໄດ້​ຕັ້ງ​ໜ້າ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​, ໂຄ​ສະ​ນາ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ.

ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ
ໄຂ​ Festival ທະ​ເລ - ໂຮ້ຍ​ອານ ຍາມ​ລະ​ດູ​ຮ້ອນ ໄຂ​ Festival ທະ​ເລ - ໂຮ້ຍ​ອານ ຍາມ​ລະ​ດູ​ຮ້ອນ
ການ​ລົງ​ຕົວ​ຈິງ​ລະ​ດູ​ແລ້ງ​ຢູ່ກວານ​ລ້ານ
ພາບ​ປະ​ກອບ: dulich.petrotimes.vn

ກວານ​ລ້ານ​ແມ່ນ​ຕາ​ແສງ​ເກາະ ຢູ່​ຫ່າງ​ຈາກ​ເມື​ອງ​ເວິນ​ໂດນ​ປະ​ມານ 40 ກີ​ໂລ​ແມັດ. ດ້ວຍ​ທ່າ​ໄດ້​ປຽບ​ທີ່​ມີ​ຢູ່​ແລ້ວ, ໄລຍະ​ຜ່ານ​ມາ, ຕາ​ແສງ​ໄດ້​ສຸມ​ໃສ່​ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ທາງ​ທະ​ເລ, ຜ່ານ​ນັ້ນ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ແລ້ງ.

ກວານ​ລ້ານໂດຍ​ທຳ​ມະ​ຊາດໄດ້​ດົນ​ບັນ​ດານ​ໃຫ້ຄວາມ​ງາມ​ທີ່​ມີ​ລັກ​ສະ​ນະ​ຂອງ​ຕາ​ແສງ​ເກາະ​ທ່າມ​ກາງ​ທະ​ເລ. ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ທ່າ​ໄດ້​ປຽບ​ນັ້ນ ດ້ວຍ​ແຫຼ່ງ​ກຳ​ລັງ​ຕ່າງໆ, ຕາ​ແສງ​ໄດ້​ຕັ້ງ​ໜ້າ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​, ໂຄ​ສະ​ນາ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ.

ພິ​ເສດ, ຕາ​ແສງ​ໄດ້​ກໍ່​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ເພື່ອ​ແນ​ໃສ່​ນຳ​ມາ​ເຊິ່ງ​ການ​ລົງ​ຕົວ​ຈິງ​ທີ່​ເປັນ​ໜ້າ​ຈັບ​ໃຈ, ໃໝ່​ອ່ຽມ, ດຶງ​ດູດ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ຄື: ເປັນ​ຊາວ​ປະ​ມົງ, ຕຶກ​ປາ​ມຶກ, ຢ້ຽມ​ຊົມ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ບາ​ມູນ...

ມາ​ກວານ​ລ້ານ, ແນ່ນອນ​ວ່າ​ແຂກ​ທ່ອງ​ທ່ຽວ​ບໍ່ອາດ​ພາດ​​ການ​ລົງ​ຕົວ​ຈິງການ​ຈັບ​ຫາປິງທະເລ (Sipunculus nudus) ພ້ອມ​ກັບ​ຊາວ​ປະ​ມົງໄດ້. ການ​ໄປ​ຈັບປິງທະເລ ສ່ວນຫຼາຍ​ແມ່ນ​ແມ່​ຍິງ, ເຂົ້າ​ມັກ​ມາ​ບ່ອນ​ທີ່​ນຳ້ຂຶ້ນແລ້ວແຫ້ງລົງ, ນຳ​ໃຊ້​ເຄື່ອງ​ມື​ທີ່​ງ່າຍ​ດາຍ​.

ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ, ສ້າງ​ສະ​ພາບ​ແວດ​ລ້​ອມ​ແຫ່ງ​ການ​ທ່ອງ​ທ່ຽວ​ທີ່​ປອດ​ໃສ, ຕອບ​ສະ​ໜອ​ງ​ຄວາມ​ຕ້ອງ​ການ​ຂອງ​ແຂກ​ທ່ອງ​ທ່ຽວ, ຕາ​ແສງ ກວານ​ລ້ານ ໄດ້​ເພີ່ມ​ທະ​ວີ​ການກວດ​ກາ​ລາ​ຄາທີ່ໄດ້​ກຳ​ນົດ​ຂອງ​ບັນ​ດາ​ຮາກ​ຖານ, ຮ້ານ​ອາ​ຫານ, ໂຮງ​ແຮມ, ເຜີຍ​ແຜ່​ໂທ​ລະ​ສັບສາຍ​ດ່ວນ, ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ລະ​ເມີດ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ລາ​ຄາ​ກຳ​ນົດ​ຢ່າງ​ເຂັ້ມ​ງວດ, ການ​ສ່ອງ​ແສງ​ຂອງ​ແຂກ​ທ່ອງ​ທ່ຽວ, ຄຸນ​ນະ​ພາບ​ການ​ບໍ​ລິ​ການ. ໂດຍ​ສະ​ເພາະ​ລົດ​ໄຟ​ຟ້າ, ເຈົ້າ​ຂອງ​ພາ​ຫະ​ນະ​ຕ້ອງ​ກຳ​ນົດ​ລາ​ຄາ​ຕ​າມ​ຕາຕະ​ລາງ​ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ກຳ​ນົດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.