ຄົ້ນຫາຄວາມໃຫຍ່ໂຕມະໂຫຖານ, ທຸລະກັນດານຂອງພູ ດາຈົ່ງ (ກວາງນິງ)

06:30 | 24/11/2022

ຍ​ສ​ໝ - ພູ​ດາ​ຈົງ (ເທດ​ສະ​ບານ ກວາງ​ອຽນ, ກວາງ​ນິງ) ພວມ​ແມ່ນ​ສະ​ຖານ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ນັກ​ທ່ອງ​ທ່ຽວ​ແບບ​ປະ​ຈົນ​ໄພ. ເພື່ອ​ມາ​ແຫ່ງ​ນີ້ ຕ້ອງ​ຜ່ານ​ເຂດ​ພູ​ຜາ​ປ່າ​ໄມ້​ທີ່​ທຸ​ລະ​ກັນ​ດານ. ພູ​ດາ​ຈົ່ງ ແມ່ນ​ຊື່​ໂດຍ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ຕັ້​ງ​ໃຫ້, ນອກ​ຈາກ​ນັ້ນ ກໍ​ຍັງ​ໄດ້​ເອີ້ນ​ວ່າ ເງີບຫີນ​ລຸກ​ລັກ.

ກວາງນິງ ບໍ່ພຽງແຕ່ມີອ່າວຮ້າລອງເທົ່ານັ້ນ ກວາງນິງ ບໍ່ພຽງແຕ່ມີອ່າວຮ້າລອງເທົ່ານັ້ນ
ຮ່າໂນ້ຍ, ກວາງນິງ ກວດກາວຽກງານກະກຽມໃຫ້ແກ່ SEA Games 31 ຮ່າໂນ້ຍ, ກວາງນິງ ກວດກາວຽກງານກະກຽມໃຫ້ແກ່ SEA Games 31
ຄົ້ນຫາຄວາມໃຫຍ່ໂຕມະໂຫຖານ, ທຸລະກັນດານຂອງພູ ດາຈົ່ງ (ກວາງນິງ)

ພູ​ດາ​ຈົ່ງ ຂຶ້ນ​ກັບຕາແສງ ມິງ​ແທງ, ເທດ​ສະ​ບານກວາງ​ອຽນ, ຂຶ້ນ​ກັບເຂດ 91, ຕາ​ແສງ ບັ່ງ​ກາ, ເມືອງ​ຮ່​ວາງ​ໂບ, ແຂວງກວາງ​ນິງ. ຫ່າງ​ຈາກ​ນະ​ຄອນຮະ​ລອງ ປະ​ມານ 40 ກີ​ໂລ​ແມັດ ແລະ ຫ່າງ​ຈາກ ອວງ​ບີ​ ປະ​ມານ 18 ກີ​ໂລ​ແມັດ. ພູ​ດາ​ຈົ່ງ ແມ່ນ​ສະ​ຖານ​ທີ່​ຖ່າຍ​ຮູບທີ່​ໄວ​ໜຸ່ມ​​ນິ​ຍົມ​ການ​ປະ​ຈົນ​ໄພມາເມື່ອ​ມີ​ໂອ​ກາດ​ມາ​ທ່ຽວກວາງ​ນິງ.

ເພື່ອ​ພິ​ຊິດ​ພູ​ດາ​ຈົ່ງ ຮຽກ​ຮ້ອງ​ເພື່ອນ​ຕ້ອງ​ຜ່ານ​ຜ່າ​ເສັ້ນ​ທາງ​ທີ່​ທຸ​ລະ​ກັນ​ດານ​ທີ່​ສຸດ. ພູ​ດາ​ຈົ່ງ​ຍັງ​ໄດ້​ເອີ້ນ​ວ່າ ເງີບຫີນ​ລຸກ​ລັກ, ດ້ວຍ​ບັນດາກ້ອນຫີນ​ໃຫຍ່​ໄດ້​ກ່າຍເຕັງກັນຂຶ້ນ​ ແລະ ເນີ້ງ​ອອກໄປຫາຜືນປ່າ ເຊິ່ງມີຄວາມເປັນ​ເອ​ກະ​ລັກ​ທີ່ສຸດ. ເມື່ອ​ຢຶນ​ຢູ່​ພູ​ດາ​ຈົ່ງ ​ເພື່ອນ​ຈະ​ໄດ້ຂະຫຍາຍ​ສາຍ​ຕາ​ຊົມ​ໜອງ​ນ້ຳ​ອຽນ​ເລິບ ແລະ ຕາ​ແສງ​ມິງ​ແທງ ​ທີ່​ງາມ​ທີ່​ສຸດ.

ເຖິງວ່າ​ເສັ້ນ​ທາງ​​ໄປ​ຍັງ​ພູ​ດາ​ຈົ່ງ ຮຽກ​ຮ້ອງ​​ຕ້ອງ​ມີຄວາມ​ກ້າ​ຫານ, ການປະ​ຈົນ​ໄພ, ແຕ່ເຖິງ​ຢ່າງ​ໃດ​ກໍ່​ຕາມເມື່ອ​ມາ​ຈອມ​ພູ​ນີ້ ເພື່ອນ​ຈະ​ຮູ້ສຶກວ່າ​ບໍ່​ເສຍ​ແຮງ​ລ້າຈັກ​ໜ້ອຍ​ເລີຍ. ເພື່ອນ​ຈະ​ເຫັນ​ໄດ້​ທິວ​ທັດ​ທຳ​ມະ​ຊາດ​ເຂດ​ພູ​ຜາ​ປ່າ​ໄມ້ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ເບິ່ງ​ໄກ​ຈະ​ເຫັນ​ໜອງ​ອຽນ​ເລິບ ຢູ່​ທ່າມກາງສາຍ​ໝອກທີ່​ມີ​ຄວາມ​ງາມ​ເໝືອນ​ດັ່ງ​ສະ​ຫວັນ.

ຖ່າຍ​ຮູບ​ຢູ່​ພູ​ດາ​ຈົ່ງ ​ກວາງ​ນິງ ​ງາມ​ທີ່​ສຸດ ແມ່ນເພື່ອ​ນ​ຄວນ​ເລືອກໃຫ້​ຕົນໂດຍ​ທີ່​ຕັ້ງ​ທີ່​ປອດ​ໄພ ແລະ ທີ່​ຕັ້ງ​ທີ່​ງາມ​ທີ່​ສຸດ​ພ້ອມກັບ​ຄວາມ​ປະ​ດິດ​ຄິດ​ສ້າງ ແລະ ຄວາມ​ສີມື​ຂອງ​ຄົນ​ຖ່າຍ​ເພື່ອ​ມີ​ພາບ​ຖ່າຍທີ່​ງາມ​ທີ່​ສຸດ. ຖ້າ​ເພື່ອນ​ນິ​ຍົມ​ການ​ປະ​ຈົນ​ໄພ ອາດ​ສາ​ມາດ​ຈັບ​ເກາະຕາມ​ຫີນໃຫ້​ແໜ້ນ​ ຫຼັງ​ຈາກ​ນັ້ນ​ ກໍ​ປ່ອຍ​ມື​ເພື່ອ​ສາ​ມາດ​ຖ່າຍ​ໄດ້​ວິວ​​ທີ່​ງາມ​ທີ່​ສຸດ​ຢູ່​ທີ່​ນີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.